ຂ່າວສານ
ມະຫາວິທະຍາໄລ ສຸພານຸວົງ ປະສົບຜົນສໍາເລັດ ໃນການຈັດກອງປະຊຸມວິຊາການນານາຊາດ ຄັ້ງທີ 9, "CARSU9" ໂດຍມີບົດວິໄຈເຂົ້າຮ່ວມເກືອບ 300 ບົດ.
ໃນວັນທີ 6 ພະຈິກ 2026 ທີ່ຜ່ານມາ ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດພິທີເປີດກອງປະຊຸມວິຊາການນານາຊາດ ວ່າດ້ວຍການວິໄຈທາງວິຊາການ ຄັ້ງທີ 9 (The 9th International Conference on Academic Research of Souphanouvong University: CARSU9) ຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້: "ວິທະຍາສາດ, ການສຶກສາ, ນະວັດຕະກຳ ແລະ ການພັດທະນາເສດຖະກິດ-ສັງຄົມ" (Science, Education, Innovation and Socio-Economic Development).
ພິທີເປີດໄດ້ຈັດຂຶ້ນຢ່າງສົມກຽດ ໂດຍການໃຫ້ກຽດກ່າວເປີດງານຂອງ ທ່ານ ຮສ. ປອ. ວົງປະສິດ ຈັນທະຄູນ, ຮອງຜູ້ອຳນວຍ ການມະຫາວິທະຍາໄລ ສຸພານຸວົງ, ພ້ອມດ້ວຍ ທ່ານ ຮສ. ດຣ. ໂຊກໄຊ ຍືນຍົງ, ຕາງໜ້າຈາກເຄືອຂ່າຍການຄົ້ນຄວ້າອາຊຽນ ດ້ານການສຶກສາ (ASEAN Research Network in Education) ໃນນາມເຈົ້າພາບຮ່ວມ.
ກອງປະຊຸມ CARSU9 ຄັ້ງນີ້ ເປັນເວທີວິຊາການລະດັບນານາຊາດອັນສຳຄັນ ທີ່ເປີດໂອກາດໃຫ້ນັກຄົ້ນຄວ້າ-ວິໄຈ, ພະນັກງານ-ອາຈານ ແລະ ເພື່ອນຮ່ວມງານຈາກຫຼາຍພາກສ່ວນ ໄດ້ມາພົບປະສົນທະນາ, ແລກປ່ຽນຄວາມຮູ້ ແລະ ນະວັດຕະກຳໃໝ່ໆ ເພື່ອຍົກລະດັບງານວິໄຈ ແລະ ການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມກ້າວໜ້າ. ເຊິ່ງກອງປະຊຸມຄັ້ງນີ້ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ໂດຍມີຜູ້ເຂົ້າຮ່ວມຈາກສະຖາບັນການສຶກສານານາຊາດ ເຊັ່ນ: ສະຫະລັດອາເມຣິກາ, ອົດສະຕາລີ, ອິນໂດເນເຊຍ, ຫວຽດນາມ, ຟີລິບປິນ, ໄທ ແລະ ສປປ ລາວ.
ສິ່ງສຳຄັນຂອງກອງປະຊຸມແມ່ນການບັນຍາຍວິຊາການ (Keynote Speakers) ຈາກຜູ້ຊ່ຽວຊານ ແລະ ສາດສະດາຈານ ລະດັບສາກົນ, ປະກອບມີ:
• ສຈ. ດຣ. ເມທາ ວັນນະພັດ (ມະຫາວິທະຍາໄລ ຂອນແກ່ນ, ປະເທດໄທ)
• Prof. Dr. Gillian Rochrig (ສາດສະດາຈານ ດ້ານການສຶກສາຈາກ ມະຫາວິທະຍາໄລ ມິນເນໂຊຕາ, ສະຫະລັດອາເມຣິກາ)
• ຜຈ. ດຣ. ພຣະ ຣາຈະນັດຕະວັດຕຣະບຸດດິດ (ມະຫາວິທະຍາໄລ ມະຫາຈຸລາລົງກອນຣາຊະວິທະຍາໄລ, ວິທະຍາເຂດ ນະຄອນນ່ານ)
• ສຈ. ດຣ. ວະນິດາ ແກ່ນອາກາດ (ມະຫາວິທະຍາໄລ ຂອນແກ່ນ, ປະເທດໄທ)
ໃນປີນີ້ ມີບົດວິໄຈ ແລະ ບົດຄວາມວິຊາການທີ່ໄດ້ຮັບການຄັດເລືອກໃຫ້ນຳສະເໜີຮວມທັງໝົດ 292 ບົດ. ພາຍຫຼັງການນຳສະເໜີ ແລະ ແລກປ່ຽນຄຳຄິດເຫັນຢ່າງກວ້າງຂວາງ, ທາງຄະນະຈັດກອງປະຊຸມຍັງໄດ້ມອບໃບຢັ້ງຢືນ ໃຫ້ກັບບັນດາຜູ້ບັນຍາຍ ເພື່ອເປັນການສະແດງຄວາມຂອບໃຈ ແລະ ຍົກຍ້ອງຜົນງານທາງດ້ານວິຊາການອີກດ້ວຍ.
ກອງປະຊຸມສຳມະນາວິຊາການນານາຊາດ "CARSU9" ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ທີ່ເຕັມໄປດ້ວຍບັນຍາກາດແຫ່ງມິດຕະພາບ, ຄວາມຮ່ວມມື ແລະ ການສ້າງເຄືອຂ່າຍທາງວິຊາການທີ່ເຂັ້ມແຂງໃນລະດັບສາກົນ.
ຮູບພາບ