ຂ່າວສານ
ມະຫາວິທະຍາໄລ ສຸພານຸວົງ ເປັນເຈົ້າພາບຈັດກອງປະຊຸມສາກົນ ສົ່ງເສີມການພັດທະນາຄະນິດສາດ
ໃນວັນທີ 28 ຕຸລາ 2026 ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສາກົນຄະນິດສາດ ແລະການສຶກສາຄະນິດສາດເພື່ອການຮ່ວມມືພັດທະນາ ຄັ້ງທີ 13 ປະຈຳປີ 2026 ໂດຍມີ ທ່ານ ຮສ.ປອ ວົງປະສິດ ຈັນທະຄູນ ຮອງຜູ້ອຳນວຍການມະຫາວິທະຍາໄລສຸພານຸວົງ, ທ່ານ ຮສ ສັກມອນ ສິລີສັກ ປະທານສະມາຄົມຄະນິດສາດລາວ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ນັກຄົ້ນຄວ້າຈາກຕ່າງປະເທດ, ຄູອາຈານ ແລະນັກຮຽນເກັ່ງຈາກທົ່ວປະເທດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອສົ່ງເສີມການພັດທະນາວຽກງານຄະນິດສາດ ແລະການສຶກສາຄະນິດສາດ, ພ້ອມທັງສ້າງເວທີແລກປ່ຽນຄວາມຮູ້, ປະສົບການ ແລະຜົນງານຄົ້ນຄວ້າທາງວິຊາການລະຫວ່າງນັກວິຊາການຈາກຫຼາຍປະເທດ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມນຳສະເໜີຜົນງານ, ຮັບຟັງຄຳເຫັນຈາກຜູ້ຊ່ຽວຊານ ແລະຮຽນຮູ້ຄວາມກ້າວໜ້າໃໝ່ໆໃນຂົງເຂດຄະນິດສາດ.
ທ່ານ ຮສ.ປອ ວົງປະສິດ ຈັນທະຄູນ ກ່າວວ່າ ກອງປະຊຸມຍັງເນັ້ນການສ້າງເຄືອຂ່າຍຮ່ວມມືດ້ານການຄົ້ນຄວ້າໃນໄລຍະຍາວ, ເສີມສ້າງທັກສະການນຳສະເໜີຜົນງານວິຊາການ ແລະສົ່ງເສີມນັກຄົ້ນຄວ້າຮຸ່ນໃໝ່ ໃຫ້ໄດ້ແລກປ່ຽນບົດຮຽນກັບນັກວິຊາການສາກົນ, ເຊິ່ງຈະເປັນພື້ນຖານສຳຄັນໃນການຍົກລະດັບຄຸນນະພາບການສຶກສາ ແລະພັດທະນາວິທະຍາສາດໃນພາກພື້ນອາຊີຕາເວັນອອກສຽງໃຕ້.
ການຈັດກອງປະຊຸມຄັ້ງນີ້ ນອກຈາກຈະຊ່ວຍຂະຫຍາຍການຮ່ວມມືດ້ານວິຊາການໃນລະດັບສາກົນແລ້ວ ຍັງເປັນໂອກາດໃຫ້ຄູອາຈານ, ນັກຮຽນ-ນັກສຶກສາ ແລະນັກຄົ້ນຄວ້າ ໄດ້ຮຽນຮູ້ຈາກຜູ້ຊ່ຽວຊານທີ່ມີຄວາມຊຳນານ ແລະປະສົບການສູງຈາກຕ່າງປະເທດ ເພື່ອນຳຄວາມຮູ້ໄປໝູນໃຊ້ໃນການຮຽນການສອນ ແລະການຄົ້ນຄວ້າ ປະກອບສ່ວນຕໍ່ການພັດທະນາການສຶກສາ ແລະເສດຖະກິດ-ສັງຄົມຂອງ ສປປ ລາວ ແລະພາກພື້ນໃຫ້ກ້າວໜ້າຍິ່ງຂຶ້ນ.
ກອງປະຊຸມຈະດຳເນີນຮອດວັນທີ 31 ຕຸລາ 2026 ຈິ່ງສໍາເລັດ
ຮູບພາບ