ວັນທີ 29 ຕຸລາ 2026 ຜ່ານມານີ້, ຄະນະຜູ້ແທນຈາກມະຫາວິທະຍາໄລ ຖາຍຫງວ່ຽນ ແຫ່ງ ສສ ຫວຽດນາມ ໄດ້ເຂົ້າພົບປະແລກປ່ຽນການຮ່ວມມືດ້ານວິຊາການ ກັບ ມະຫາວິທະຍາໄລສຸພານຸວົງ. ໃຫ້ກຽດຕ້ອນຮັບໂດຍ ທ່ານ ຮສ. ວິລະ ອາໂນລັກ ຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຝ່າຍ ມ. ຖາຍຫງວ່ຽນ ນໍາໂດຍ ທ່ານ ຮສ.ປອ. ຫງວຽນ ແທ໋ງ ຮ່າ ຮອງຜູ້ອຳນວຍການ ມະຫາວິທະຍາໄລ ຖາຍຫງວ່ຽນ, ວິທະຍາເຂດແຂວງດຽນບຽນ ພ້ອມຄະນະ. ການພົບປະໃນຄັ້ງນີ້ມີຈຸດປະສົງເພື່ອເສີມສ້າງການຮ່ວມມືທາງດ້ານວິຊາການ, ວຽກງານການຄົ້ນຄວ້າລາວ-ຫວຽດນາມ ຮ່ວມກັນ ແລະ ການແລກປ່ຽນຂໍ້ມູນ ເພື່ອໃຫ້ ພະນັກງານ ແລະ ນັກສຶກສາ ໄດ້ໄປແລກປ່ຽນປະສົບການ ຢູ່ ສສ ຫວຽດນາມ ໃນອະນາຄົດ.