ຂ່າວສານ
ມະຫາວິທະຍາໄລ ສຸພານຸວົງ ຕ້ອນຮັບຄະນະຜູ້ບໍລິຫານ ແລະ ນັກກິລາ ຈາກ ມ.ຣາຊະພັດອຸບົນຣາຊະທານີ ເພື່ອເສີມສ້າງການຮ່ວມມືດ້ານວິຊາການ ແລະ ກິລາ.
ໃນວັນທີ 28 ຕຸລາ 2026 ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດພິທີຕ້ອນຮັບ
ທ່ານ ຮສ. ທໍາມະຣັກ ຣະອອງນວນ, ອະທິການບໍດີ ມະຫາວິທະຍາໄລ ຣາຊະພັດອຸບົນຣາຊະທານີ ຈາກປະເທດໄທ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ນັກກິລາ ທັງໝົດ 35 ຄົນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ.
ໃຫ້ກຽດຕ້ອນຮັບຄະນະຜູ້ແທນດັ່ງກ່າວໂດຍ ທ່ານ ຮສ. ປອ. ກາລະພັດ ກຸນລະໄຊ, ຫົວໜ້າຄະນະວິຊາ ຄະນະສຶກສາສາດ ທັງເປັນປະທານສະໂມສອນບານເຕະ ມະຫາວິທະຍາໄລ ສຸພານຸວົງ ພ້ອມດ້ວຍຄະນະເຂົ້າຮ່ວມຕ້ອນຮັບ.
ການພົບປະ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ມີເປົ້າໝາຍສໍາຄັນເພື່ອສົ່ງເສີມ ແລະ ພັດທະນາການຮ່ວມມືລະຫວ່າງສອງສະຖາບັນການສຶກສາໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ໂດຍເນັ້ນໃສ່ການແລກປ່ຽນດ້ານວິຊາການເພື່ອຍົກລະດັບຄວາມຮູ້ ແລະ ປະສົບການຂອງຄູ-ອາຈານ, ກິດຈະກຳແລກປ່ຽນດ້ານກິລາ ແລະ ສິລະປະວັດທະນະທຳເພື່ອສ້າງຄວາມເຂັ້ມແຂງ, ຄວາມຮັກແພງ ແລະ ພັດທະນາສັກກະຍະພາບຂອງບຸກຄະລາກອນ ລວມທັງນັກສຶກສາຂອງທັງສອງຝ່າຍ.
ໃນຕອນທ້າຍຂອງພິທີ, ທັງສອງສະຖາບັນໄດ້ສະແດງຄວາມມຸ່ງຫວັງທີ່ຈະສືບຕໍ່ສາຍສຳພັນອັນດີງາມ ແລະ ພ້ອມທີ່ຈະຂະຫຍາຍໂຄງການຮ່ວມມືຕ່າງໆໃຫ້ເກີດເປັນຮູບປະທຳຢ່າງໃນອະນາຄົດ.
ຮູບພາບ