su.edu.la

ໜ້າຫຼັກ

          ຄະນະນຳ ມະຫາວິທະຍາໄລ ສຸພານຸວົງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໃນຄັ້ງວັນທີ 17 ມັງກອນ 2026.
————–
         ໃນຕອນເຊົ້າວັນທີ 17 ມັງກອນ 2026 ທີ່ຜ່ານມາ ທີ່ມະຫາວິທະຍາໄລ ສຸພານຸວົງ ໄດ້ຕ້ອນຮັບການນໍາຂັ້ນສູງຈາກກະຊວງສຶກສາທິການ ແລະ ກິລາ ນໍາພາໂດຍ ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ. ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ຄະນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ,ຄະນະພັກ-ຄະນະນໍາມະຫາວິທະຍາໄລ ສຸພານຸວົງ ແລະ ພະແນກສຶກສາ ແລະ ກິລາ ແຂວງຫຼວງພະບາງ, ກໍ່ໄດ້ຮ່ວມກັນວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີປະທານສຸພານຸວົງ ເພື່ອສະແດງຄວາມຈົງຮັກພັກດີ, ຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ປະທານສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອຊາດ,ເພື່ອປະຊາຊົນບັນດາເຜົ່າ ຕະຫຼອດໄລຍະພາລະກິດຕໍ່ສູ້ກູ້ຊາດ ແລະ ການປົກປັກຮັກສາພັດທະນາປະເທດຊາດ.
         ພິທີ ມອບ-ຮັບ ໂຄງການ “ໃຈປະສານໃຈຢູນນານ” ໃຫ້ແກ່ ມະຫາວິທະຍາໄລສຸພານຸວົງ
_________
        ໃນຕອນບ່າຍຂອງວັນທີ 18 ທັນວາ 2025 ທີ່ສະໂມສອນ ມະຫາວິທະຍາໄລສຸພານຸວົງ ໄດ້ມີການມອບ-ຮັບ ໂຄງການ “ໃຈປະສານໃຈຢູນນານ” ເຊິ່ງເປັນໂຄງການຊ່ວຍເຫຼືອດ້ານອຸປະກອນຮັບໃຊ້ໃນສະໂມສອນ, ໜ້າຈໍ LED ພາຍໃຕ້ການສະໜັບສະໜູນຂອງສະມາຄົມມິດຕະພາບລະຫວ່າງປະເທດແຂວງຢູນນານ, ສປ ຈີນ.
ໃຫ້ກຽດມອບໂຄງການດັ່ງກ່າວໂດຍທ່ານ ຈາງ ເຊີຜິງ ຫົວໜ້າກົງສູນໃຫຍ່ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈໍາແຂວງຫຼວງພະບາງ ແລະ ຮັບໂດຍ ທ່ານ ຮສ. ວິລະ ອາໂນລັກ ຜູ້ອໍານວຍການມະຫາວິທະຍາໄລສຸພານຸວົງ ໂດຍຊ້ອງໜ້າບັນດາຄູ່ຮ່ວມມືຈາກທັງສອງຝ່າຍ.

ໂຄງການຝຶກອົບຮົມໄລຍະສັ້ນ ພາສາຝຣັ່ງສຳລັບການທ່ອງທ່ຽວມໍລະດົກ

       ມະຫາວິທະຍາໄລ ສຸພານຸວົງ ໄດ້ສຳເລັດການຝຶກອົບຮົມຄູຝຶກ ພາສາຝຣັ່ງສຳລັບການທ່ອງທ່ຽວມໍລະດົກ ພາຍໃຕ້ການສະໜັບສະໜູນຈາກອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF), ຈຸດປະສົງຂອງໂຄງການແມ່ນເພື່ອສືບຕໍ່ສ້າງຄວາມເຂັ້ມແຂງດ້ານພາສາຝຣັ່ງໃຫ້ກັບຄູ ແລະ ທົບທວນຄືນຫຼັກສູດຝຶກອົບຮົມໄລຍະສັ້ນພາສາຝຣັ່ງສຳລັບການທ່ອງທ່ຽວມໍລະດົກ, ການຝຶກອົບຮົມໄດ້ດຳເນີນທັງໝົດ 5 ຄັ້ງ ນັບແຕ່ປີ 2024 ເຖິງປະຈຸບັນ, ມີຜູ້ສຳເລັດການຝຶກອົບຮົມຈຳນວນ 16 ທ່ານ. ເບື້ອງຕົ້ນໂຄງການດັ່ງກ່າວໄດ້ລິເລີ່ມມາແຕ່ສົກຮຽນ 2023-2024 ໂດຍການຮ່ວມມືກັບວິທະຍາໄລຄູຫຼວງພະບາງ ແລະ ມະຫາວິທະຍາໄລແຫ່ງຊາດ ຝຶກອົບຮົມພາສາຝຣັ່ງໃຫ້ຄູມະຫາວິທະຍາໄລສຸພານຸວົງ ແລະ ຂຽນໂຄງສ້າງຫຼັກສູດຝຶກອົບຮົມໄລຍະສັ້ນ ພາຍໃຕ້ການສະໜັບສະໜູນຈາກອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ແລະ ສະຖານທູດຝຣັ່ງປະຈຳລາວ. ປະຈຸບັນທີມງານຄູຝຶກ ແລະ ຫຼັກສູດຝຶກອົບຮົມໄລຍະສັ້ນພາສາຝຣັ່ງສຳລັບການທ່ອງທ່ຽວມໍລະດົກ ແມ່ນມີຄວາມພ້ອມ ແລະ ຈະເປີດຮັບນັກຮຽນ, ນັກສຶກສາ ແລະ ຜູ້ທີ່ສົນໃຈເຂົ້າຝຶກນັບແຕ່ປີ 2026 ເປັນຕົ້ນໄປ

Scroll to Top