su.edu.la

ປະຫວັດຄວາມເປັນມາ

ພາລະບົດບາດ ແລະໂຄງປະກອບການຈັດຕັ້ງຂອງມະຫາວິທະຍາໄລສຸພານຸວົງ

  1. ດ້ານນິຕິກຳ:

ມະຫາວິທະຍາໄລສຸພານຸວົງໄດ້ຮັບການສ້າງຕັ້ງຂັ້ນ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ. ລົງວັນທີ 4 ພະຈິກ 2003 ແລະໄຂສົກຮຽນຄັ້ງປະຖົມມະລຶກຢ່າງເປັນທາງການ ໃນວັນທີ 5 ພະຈິກ 2003. ອີງຕາມ ດຳລັດຂອງນາຍົກ ລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ມະຫາວິທະຍາໄລສຸພານຸວົງ ສະບັບເລກທີ 099/ນຍ, ລົງວັນທີ 3 ເມສາ 2009. ມະຫາວິທະຍາໄລສຸພານຸວົງ ແມ່ນສະຖາບັນການສຶກສາຊັ້ນສູງຂອງລັດ ເປັນສູນ ການສຶກສາ ແລະ ວັດທະນະທຳແຫ່ງຊາດ ຊຶ່ງຢູ່ພາຍໃຕ້ການຊີ້ນຳ ແລະ ຄຸ້ມຄອງຂອງກະຊວງສຶກສາທິການ ແລະ ກິລາ ໂດຍກົງ, ມະຫາວິທະຍາໄລ ສຸພານຸວົງ ປະຕິບັດໜ້າທີ່ໃນການສຶກສາອົບຮົມ, ສ້າງນັກຊ່ຽວຊານ, ນັກວິຊາການ, ນັກວິທະຍາສາດ ແລະ ເປັນບ່ອນໃຫ້ບໍລິການ ທາງດ້ານ ວິຊາການແກ່ສັງຄົມ.

2. ວິໄສທັດ:

        ວິໄສທັດມະຫາວິທະຍາໄລສຸພານຸວົງຄື::  ລົງເລິກວິຊາສະເພາະ, ພັດທະນາທ້ອງຖິ່ນ ແລະ  ກ້າວສູ່ມາດ ຕະຖານສາກົນ.

3. ຈຸດປະສົງ:

  • ເພື່ອສ້າງນັກວິຊາການ ແລະຊ່ຽວຊານລະດັບປະລິນຍາຕີທີ່ມີຄຸນນະພາບ ແລະ ພຽບພ້ອມທາງດ້ານຄວາມຮູ້ ຄວາມ ສາມາດ ສຸຂະພາບດີ ມີຄວາມສີວິໄລ ທາງກາຍ ແລະ ຈິດໃຈ;
  • ເພື່ອສ້າງມະຫາວິທະຍາໄລສຸພານຸວົງ ໃຫ້ກາຍເປັນສູນການສຶກສາຊັ້ນສູງທີ່ດີເລີດໃນພາກເໜືອຂອງ

ສປປ ລາວ.

4. ພາລະກິດ:

  • ສະໜອງແຮງງານລະດັບປະລິນຍາຕີຂຶ້ນໄປອອກຮັບໃຊ້ສັງຄົມ ໂດຍຜ່ານການຮຽນ-ການສອນ ແລະ ຂະບວນການ ເຝິກອົບຮົມຕ່າງໆ ເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ
  • ຄົ້ນຄ້ວາ-ວິໄຈທາງດ້ານວິທະຍາສາດທຳມະຊາດ ແລະວິທະຍາສາດສັງຄົມ;
  • ບໍລິການວິຊາການໃຫ້ແກ່ຊຸມຊົນ ແລະ ທ້ອງຖິ່ນ
  • ສະໜັບສະໜູນ ປົກປັກຮັກສາສິ່ງແວດລ້ອມທາງທຳມະຊາດ ແລະວັດທະນະທຳສັງຄົມ ລວມທັງສິນລະປະ ແລະ ຮີດຄອງປະເພນີ ອັນດີງາມຂອງເຜົ່າຊົນຕ່າງໆ ໃນ ສປປ ລາວ ຕະຫຼອດເຖີງການປົກປັກຮັກສາ ເມືອງຫຼວງພະບາງ ເມືອງມໍລະດົກໂລກ
Scroll to Top