su.edu.la

  1. ປະຫວັດຄວາມເປັນມາ

ສູນເຕັກໂນໂລຊີຂໍ້ມູນຂ່າວສານ ຂຽນຫຍໍ້ “ຕຂ” ເປັນອົງການຈັດຕັ້ງໜຶ່ງພາຍໃນສໍານັກງານອະທິການບໍດີ ພາຍໃຕ້ການຊີ້ນໍາຂອງທ່ານອະທິການບໍດີ ໂດຍສະເພາະແມ່ນ ຮອງອະທິການບໍດີ ຕາມການມອບໝາຍຂອງ ທ່ານອະທິການບໍດີໃຫ້ຮັບຜິດຊອບຊີ້ນໍາ.

  1. ພາລະບົດບາດ

ເປັນເສນາທິການໃຫ້ແກ່ອະທິການບໍດີ ດ້ານວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ, ນຳເອົາທິດຊີ້ນຳຂອງຄະນະນໍາມາຜັນຂະຫຍາຍ ສ້າງເປັນແຜນພັດທະນາຂອງຕົນທັງໄລຍະສັ້ນ ແລະ ໄລຍະຍາວ, ເປັນຈຸດໃຈກາງທາງດ້ານການຜະລິດ, ເກັບກຳ, ສະສົມ, ສະໜອງຂໍ້ມູນຂ່າວສານ ແລະ ໃຫ້ການບໍລິການດ້ານເຕັກໂນໂລຊີຂໍ້ມູນ ຂ່າວສານ, ມີຖານະທຽບເທົ່າຫ້ອງການອື່ນໆ ທີ່ຂື້ນກັບສຳນັກງານອະທິການບໍດີ, ປະສານງານກັບບັນດາຄະນະ ວິຊາ, ຫ້ອງການ ແລະ ອົງການຈັດຕັ້ງຕ່າງໆ ນຳເອົາທິດຊີ້ນຳຂອງຄະນະນໍາມາຜັນຂະຫຍາຍ, ສ້າງ ແລະ ປັບປຸງແຜນການພັດທະນາໃຫ້ແທດເໝາະ.

  1. ໜ້າທີ່
  • ປະສານສົມທົບກັບພາກສ່ວນຕ່າງໆ ພາຍໃນມະຫາວິທະຍາ ໄລສຸພານຸວົງ ເພື່ອຈັດການພັດທະນາ, ເກັບກໍາ ແລະ ຄຸ້ມຄອງລະບົບຂໍ້ມູນຕ່າງໆ ທົ່ວມະຫາວິທະຍາໄລ ສຸພານຸວົງ ໃຫ້ມີລັກສະນະລວມສູນ ນໍາໃຊ້ໄດ້ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນ.
  • ບໍາລຸງຮັກສາ ທາງດ້ານຮາດແວ ແລະ ຊອບແວ, ພັດທະນາໂປຮແກຣມນຳໃຊ້, ຄຸ້ມຄອງລະບົບເຄືຶອຂ່າຍ ແລະ ເຜີຍແຜ່ຂໍ້ມູນຂ່າວສານຂອງມະຫາວິທະຍາໄລ ສຸພານຸວົງ ໂດຍຜ່ານເວບໄຊ (Website).
  • ໃຫ້ຄຳປຶກສາ, ເຜີຍແຜ່ຄວາມຮູ້ດ້ານເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ບັນດາຄະນະວິຊາ, ສົ່ງເສີມການພັດທະນາເວບໄຊ ຂອງຄະນະວິຊາ, ສູນ ແລະ ພາກສ່ວນຕ່າງໆພາຍໃນມະຫາວິທະຍາໄລ ສຸພານຸວົງ.
  • ຈັດການຮຽນ-ການສອນ, ການຝຶກອົບຮົມໄລຍະສັ້ນ, ໄລຍະຍາວ ແລະ ບໍລິການດ້ານວິຊາການທີ່ກ່ຽວຂ້ອງ ທັງພາຍໃນ ແລະ ພາຍນອກ ຕາມການອະນຸມັດ, ສ້າງປຶ້ມຄູ່ມື ແລະ ຝຶກອົບຮົມການນໍາໃຊ້ລະບົບໂປຣແກຣມ ແລະ ຖານຂໍ້ມູນ.
  • ຄວບຄຸມທາງດ້ານມາດຖານດ້ານຮາດແວ ແລະ ຊອບແວ ທີ່ນໍາໃຊ້ໃນມະຫາວິທະຍາໄລ ສຸພານຸວົງ.
  • ກໍານົດລະບຽບການຄຸ້ມຄອງທາງດ້ານການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານພາຍໃນມະຫາວິທະຍາໄລ ສຸພານຸວົງ.
  1. ຂອບເຂດສິດ
  • ສະເໜີແຜນພັດທະນາ, ແຜນການງົບປະມານ ເພຶ່ອບຳລຸງຮັກສາອຸປະກອນ; ແຜນຄວາມຕ້ອງການ, ແຜນບັນຈຸບຸກຄະລະກອນ

ໃໝ່ ແລະ ແຜນພັດທະນາບຸກຄະລະກອນຂອງຕົນ, ຮ່ວມມືແລກປ່ຽນປະສົບການກັບຄູ- ອາຈານ ແລະ ນັກວິຊາການກັບພາກສ່ວນອື່ນໆ.

  • ຄຸ້ມຄອງລະບົບຖານຂໍ້ມູນ, ເວບໄຊ້ຂອງມະຫາວິທະຍາໄລ ແລະ ຄະນະວິຊາຕ່າງໆໃຫ້ລວມສູນ, ຕິດ ຕາມ ແລະ ກວດກາການເຄື່ອນຍ້າຍ, ເພີ່ມ ຫຼື ລົບອອກຂອງບັນດາອຸປະກອນ IT ທົ່ວ ມສ.
  • ສົ່ງເສີມພະນັກງານພາຍໃນສູນໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານການບໍລິຫານ, ດ້ານວິຊາການ ແລະ ປະຕິບັດນະໂຍບາຍ, ຍ້ອງຍໍຕໍ່ພະນັກງານພາຍໃນສູນຂອງຕົນຕາມລະບຽບຫຼັກການ.
  • ຈັດການຮຽນ-ການສອນ, ເຮັດບົດວິໄຈ, ຈັດການຝຶກອົບຮົມໄລຍະສັ້ນ, ໄລຍະຍາວ, ເຜີຍແຜ່ຄວາມຮູ້ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ແກ່ຜູ້ສົນໃຈທັງພາຍໃນ ແລະ ພາຍນອກ.
  • ມີສິດເຂົ້າຮ່ວມປະຊຸມ ແລະ ຕັດສິນບັນຫາຕ່າງໆຂອງມະຫາວິທະຍາໄລ , ສາມາດໃຫ້ການບໍລິການວິຊາການ, ເຮັດການຄົ້ນຄວ້າວິໄຈ, ບໍລິການວິຊາການຖືກຕ້ອງລະບຽບຂອງມະຫາວິທະຍາໄລ ແລະ ກົດໝາຍ ຂອງ ສປປລາວ ແລະ ປະຕິບັດສິດອື່ນໆຕາມການມອບໝາຍຂອງຂັ້ນເທິງ
  1. ໂຄງປະກອບການຈັດຕັ້ງ

ສູນເຕັກໂນໂລຊີຂໍ້ມູນຂ່າວສານມີໂຄງປະກອບກົງຈັກການຈັດຕັ້ງດັ່ງນີ້:
–  ພະແນກເຕັກນິກ ແລະ ຄຸ້ມຄອງລະບົບມາດຕະຖານ.
–  ພະແນກຂໍ້ມູນຂ່າວສານ ແລະ ພັດທະນາ.
–  ພະແນກບໍລິການ ແລະ ຝຶກອົບຮົມ.

  1. ໂຄງປະກອບດ້ານບຸກຄະລາກອນ

ສູນເຕັກໂນໂລຊີຂໍ້ມູນຂ່າວສານ ປະກອບມີບຸກຄະລາກອນ 15 ຕຳແໜ່ງ ໃນນັ້ນມີຄື:
–  ຜູ້ອຳນວຍການສູນ 1 ຕຳແໜ່ງ
–  ຮອງຜູ້ອຳນວຍການສູນ 2 ຕຳແໜ່ງ
–  ຫົວໜ້າພະແນກ 3 ຕຳແໜ່ງ
–  ຮອງຫົວໜ້າພະແນກ 3 ຕຳແໜ່ງ
–  ພະນັກງານວິຊາການ 6 ຕຳແໜ່ງ

  1. ໜ້າທີີ່ ແລະ ຂອບເຂດສິດຂອງຜູ້ອຳນວຍການສູນ

          ທ່ານ ປທ ສິນລະປະໄຊ ແສງດາລາ

  • ສຶກສາອົບຮົມດ້ານການເມືອງແນວຄິດ, ຄຸນສົມບັດ ແລະ ລະບຽບກົດໝາຍຕ່າງໆ ໃຫ້ແກ່ພະນັກງານ ພາຍໃນຄວາມຮັບຜິດຊອບຂອງຕົນໃຫ້ເປັນພະນັກງານທີ່ດີ.
  • ຊີ້ນໍາ, ນຳພາໃນການຈັດຕັ້ງປະຕິບັດໜ້າທີ່ ແລະ ຂອບເຂດສິດຂອງສູນ ທີ່ກຳນົດໄວ້ຕາມມາດຕາ 3 ແລະ ມາດຕາ
  • ເຂົ້າຮ່ວມປະຊຸມສ່ອງແສງ, ຮ່ວມຕັດສິນບັນຫາທີ່ກ່ຽວຂ້ອງຕ່າງໆພາຍໃນມະຫາວິທະຍາໄລຕາມພາລະບົດບາດຂອງຕົນ.
  • ປະຕິບັດຫນ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.

 8. ໜ້າທີ່ ແລະ ຂອບເຂດສິດຂອງຮອງຜູ້ອຳນວຍການສູນ

          ທ່ານ ປທ ບຸນໂຮມ ເມກສະຫວັນ

  • ຊ່ວຍຊີ້ນໍາ, ນໍາພາໃນການຈັດຕັ້ງປະຕິບັດໜ້າທີ່ ແລະ ຂອບເຂດສິດຂອງສູນທີ່ກຳນົດໄວ້ຕາມມາດຕາ 3 ແລະ ມາດຕາ
  • ໃນເວລາທີ່ຜູ້ອຳນວຍການສູນບໍ່ຢູ່ ຮອງຜູ້ອຳນວຍການສູນ ມີສິດເຮັດໜ້າທີ່ແທນຕາມການມອບໝາຍຂອງຜູ້ອຳນວຍການສູນ.
  • ປະຕິບັດສິດອື່ນໆຕາມການມອບໝາຍ.
  1. ໜ້າທີ່ ແລະ ຂອບເຂດສິດຂອງພະແນກເຕັກນິກ ແລະ ຄຸ້ມຄອງລະບົບ ມາດຕະຖານ

          ທ່ານ ປທ ບຸນຖະໜອມ ວິໄລສັກ

          ທ່ານ ປຕ ພອນສະຫວັດ ສິດທິພົງ

          ທ່ານ ປຕ ພູທອນ ສີລິລັດ

  • ສ້າງແຜນຍຸດທະສາດ, ແຜນງົບປະມານປະຈຳປີຂອງພະແນກເພື່ອຈັດຊື້ອຸປະກອນຮັບໃຊ້ການສ້ອມແປງ ແລະ ບຳລຸງຮັກສາ ລວມເຖິງຄ່າລິຂະສິດສຳລັບຊອບແວນຳໃຊ້ທີ່ຈຳເປັນ.
  • ກວດກາ, ສ້ອມແປງ ແລະ ບຳລຸງຮັກສາອຸປະກອນໃຫ້ສາມາດນຳໃຊ້ໄດ້ເປັນປົກະຕິ; ຕິດຕາມການເຄື່ອນຍ້າຍອຸປະກອນທີ່ເປັນຊັບສິນຂອງມະຫາວິທະຍາໄລ ແລະ ມີສິດເຂົ້າຮ່ວມຕັດສິນບັນຫາການຈັດຊື້- ຈັດຈ້າງອຸປະກອນທີ່ກ່ຽວຂ້ອງຕາມການແຕ່ງຕັ້ງ.
  • ສ້າງມາດຕະຖານການນຳໃຊ້, ມາດຕາຖານການຝຶກອົບຮົມ, ການສອບເສັງຜ່ານລະບົບ ICT, ຈັດຕັ້ງປະຕິບັດວຽກງານດ້ານເອກະສານອິເລັກໂທຼນິກໃຫ້ລວມສູນ, ອຳນວຍຄວາມສະດວກດ້ານການຮຽນການສອນດ້ານ
  • ຊອກຫາແຫຼ່ງທຶນເພື່ອຊຸກຍູ້ ແລະ ສົ່ງເສີມສະໜັບສະໜູນວຽກງານພາຍໃນຄວາມຮັບຜິດຊອບຂອງຕົນ.
  • ຕິດຕາມ, ກວດກາ, ສະຫຼູບ, ລາຍງານ ແລະ ປະຕິບັດໜ້າທີ່ ແລະ ສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ
  1. ໜ້າທີ່ ແລະ ຂອບເຂດສິດຂອງພະແນກຂໍ້ມູນຂ່າວສານ ແລະ ພັດທະຖາ

          ທ່ານ ປຕ ອຳໄພ ວົງສະຫວັນ

  • ສ້າງແຜນຍຸດທະສາດ, ແຜນງົບປະມານປະຈຳປີຂອງພະແນກເພື່ອຕອບສະໜອງໃຫ້ວຽກງານຂອງພະແນກຂໍ້ມູນຂ່າວສານ ແລະ ພັດທະນາ.
  • ພັດທະນາຖານຂໍ້ມູນໃຫ້ໄດ້ມາດຕະຖານ, ຄຸ້ມຄອງຂໍ້ມູນລວມຂອງ ມສ, ພັດທະນາ ແລະ ຄຸ້ມຄອງເວັບໄຊ້ (Website) ມສ, ພັດທະນາຖານຄູ່ມືການບໍລິຫານ, ຄູ່ມືການນຳໃຊ້ ແລະ ຄຸ້ມຄອງ, ບໍລິຫານລະບົບ EMS ແລະ ລະບົບ (E-learning);
  • ພັດທະນາດ້ານຊອບແວ, ຫຼັກສູດ, ເອກະສານ ແລະ ແບບຮຽນເພື່ອສະໜອງໃຫ້ການຝຶກອົບຮົມ ຊຸກຍູ້ການພົວພັນຮ່ວມມືກັບອົງການ, ບັນດາສະຖາບັນຕ່າງໆທັງພາຍໃນ ແລະ ຕ່າງໆປະເທດເພື່ອການພັດທະນາດ້ານວິຊາການໃຫ້ເຂັ້ມແຂງ.
  • ຊອກຫາແຫຼ່ງທຶນເພື່ອຊຸກຍູ້ ແລະ ສົ່ງເສີມສະໜັບສະໜູນວຽກງານພາຍໃນຄວາມຮັບຜິດຊອບຂອງຕົນ.
  • ຕິດຕາມ, ກວດກາ, ສະຫຼູບ, ລາຍງານ ແລະ ປະຕິບັດໜ້າທີ່ ແລະ ສິດອື່ນໆ ຕາມການມອບໝາຍຂອງ ຂັ້ນເທິງ.
  1. ໜ້າທີ່ ແລະ ຂອບເຂດສິດຂອງພະແນກບໍລິການ ແລະ ຝຶກອົບຮົມ

          ທ່ານ ນາງ ປຕ ປານີ ປານ

          ທ່ານ ປຕ ບຸດສະດີ ນາມປັນຍາ

Scroll to Top