ພາລະບົດບາດ ແລະໂຄງປະກອບການຈັດຕັ້ງຂອງມະຫາວິທະຍາໄລສຸພານຸວົງ
- ດ້ານນິຕິກຳ:
ມະຫາວິທະຍາໄລສຸພານຸວົງໄດ້ຮັບການສ້າງຕັ້ງຂັ້ນ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ. ລົງວັນທີ 4 ພະຈິກ 2003 ແລະໄຂສົກຮຽນຄັ້ງປະຖົມມະລຶກຢ່າງເປັນທາງການ ໃນວັນທີ 5 ພະຈິກ 2003. ອີງຕາມ ດຳລັດຂອງນາຍົກ ລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ມະຫາວິທະຍາໄລສຸພານຸວົງ ສະບັບເລກທີ 099/ນຍ, ລົງວັນທີ 3 ເມສາ 2009. ມະຫາວິທະຍາໄລສຸພານຸວົງ ແມ່ນສະຖາບັນການສຶກສາຊັ້ນສູງຂອງລັດ ເປັນສູນ ການສຶກສາ ແລະ ວັດທະນະທຳແຫ່ງຊາດ ຊຶ່ງຢູ່ພາຍໃຕ້ການຊີ້ນຳ ແລະ ຄຸ້ມຄອງຂອງກະຊວງສຶກສາທິການ ແລະ ກິລາ ໂດຍກົງ, ມະຫາວິທະຍາໄລ ສຸພານຸວົງ ປະຕິບັດໜ້າທີ່ໃນການສຶກສາອົບຮົມ, ສ້າງນັກຊ່ຽວຊານ, ນັກວິຊາການ, ນັກວິທະຍາສາດ ແລະ ເປັນບ່ອນໃຫ້ບໍລິການ ທາງດ້ານ ວິຊາການແກ່ສັງຄົມ.
2. ວິໄສທັດ:
ວິໄສທັດມະຫາວິທະຍາໄລສຸພານຸວົງຄື:: ລົງເລິກວິຊາສະເພາະ, ພັດທະນາທ້ອງຖິ່ນ ແລະ ກ້າວສູ່ມາດ ຕະຖານສາກົນ.
3. ຈຸດປະສົງ:
- ເພື່ອສ້າງນັກວິຊາການ ແລະຊ່ຽວຊານລະດັບປະລິນຍາຕີທີ່ມີຄຸນນະພາບ ແລະ ພຽບພ້ອມທາງດ້ານຄວາມຮູ້ ຄວາມ ສາມາດ ສຸຂະພາບດີ ມີຄວາມສີວິໄລ ທາງກາຍ ແລະ ຈິດໃຈ;
- ເພື່ອສ້າງມະຫາວິທະຍາໄລສຸພານຸວົງ ໃຫ້ກາຍເປັນສູນການສຶກສາຊັ້ນສູງທີ່ດີເລີດໃນພາກເໜືອຂອງ
ສປປ ລາວ.
4. ພາລະກິດ:
- ສະໜອງແຮງງານລະດັບປະລິນຍາຕີຂຶ້ນໄປອອກຮັບໃຊ້ສັງຄົມ ໂດຍຜ່ານການຮຽນ-ການສອນ ແລະ ຂະບວນການ ເຝິກອົບຮົມຕ່າງໆ ເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ
- ຄົ້ນຄ້ວາ-ວິໄຈທາງດ້ານວິທະຍາສາດທຳມະຊາດ ແລະວິທະຍາສາດສັງຄົມ;
- ບໍລິການວິຊາການໃຫ້ແກ່ຊຸມຊົນ ແລະ ທ້ອງຖິ່ນ
- ສະໜັບສະໜູນ ປົກປັກຮັກສາສິ່ງແວດລ້ອມທາງທຳມະຊາດ ແລະວັດທະນະທຳສັງຄົມ ລວມທັງສິນລະປະ ແລະ ຮີດຄອງປະເພນີ ອັນດີງາມຂອງເຜົ່າຊົນຕ່າງໆ ໃນ ສປປ ລາວ ຕະຫຼອດເຖີງການປົກປັກຮັກສາ ເມືອງຫຼວງພະບາງ ເມືອງມໍລະດົກໂລກ