ຂ່າວສານ
ພິທີມອບ-ຮັບເຮືອນຮົ່ມສໍາລັບການກະເສດ ທີ່ ຄະນະ ກະເສດສາດ ແລະ ຊັບພະຍາກອນປ່າໄມ້
ໃນວັນທີ 27 ກໍລະກົດ2026 ທີ່ຜ່ານມາ ຢູ່ທີ່ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້, ມະຫາວິທະຍາໄລສຸພານຸວົງ ໄດ້ມີພິທີມອບ-ຮັບເຮືອນຮົ່ມເພື່ອນໍາໃຊ້ເຂົ້າໃນການກະເສດສະໄໝໃໝ່, ເຊິ່ງໃນພິທີດັ່ງກ່າວໃຫ້ກຽດມອບໂດຍ ທ່ານ ຢາລອນ ເມເຢີ ເອກອັກຄະລັດຖະທູດອິດສະຣາແອນ ປະຈຳ ສສ ຫວຽດນາມ ແລະ ສປປ ລາວ ແລະ ຮັບໂດຍ ທ່ານ ປອ. ສົມໃຈ ໄພຍະວົງ ຮອງຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ, ມີຫົວໜ້າຄະນະວິຊາພ້ອມດ້ວຍພະນັກງານອາຈານພາຍໃນຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ເຂົ້າຮ່ວມຢ່າງພ້ອມພຽງ, ເຊິ່ງງົບປະມານໃນການກໍ່ສ້າງຄັ້ງນີ້ມີມູນຄ່າທັງໝົດ 10,000 ພັນໂດລາ.
ໃນພິທີດັ່ງກ່າວ ທ່ານ ປອ. ສົມໃຈ ໄພຍະວົງ ຮອງຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ຢາລອນ ເມເຢີ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນໂຄງການດັ່ງກ່າວ, ເຊິ່ງຈະສາມາດສ້າງປະໂຫຍດໃຫ້ແກ່ມະຫາວິທະຍາໄລສຸພານຸວົງໄດ້ເປັນຢ່າງດີ, ເປັນຕົ້ນແມ່ນໃຊ້ເປັນບ່ອນປະຕິບັດການຕົວຈິງໃນການຮຽນ-ການສອນທັງເປັນສູນການທົດລອງຄົ້ນຄວ້າ-ວິໄຈໃຫ້ແກ່ຄູອາຈານແລະນັກສຶກສາຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້, ນອກນັ້ນຍັງເປັນບ່ອນຮຽນຮູ້ໃຫ້ແກ່ຊຸມຊົນເພື່ອຈະໄດ້ເຂົ້າມາສຶກສາໃນສະຖານທີ່ແຫ່ງນີ້ອີກດ້ວຍ.
ຮູບພາບ