ວັນທີ 15 ກໍລະກົດ 2026 ເວລາ 09:30 ໂມງ ທີ່ຫ້ອງປະຊຸມຕຶກສຳນັກງານ ຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດພິທີຕ້ອນຮັບ ທ່ານ ໂຣຫິດ ບ໋ອບບາ ເລຂາເອກອັກຄະລັດສະທູດອິນເດຍ ປະຈໍາ ສປປ ລາວ ພ້ອມດ້ວຍ ຄະນະຜູ້ແທນ ຈາກມະຫາວິທະຍາໄລນາລັນດາ ແຫ່ງສາທາລະນະລັດອິນເດຍ. ໃຫ້ກຽດຕ້ອນຮັບ ແລະ ເປັນປະທານໂດຍ ທ່ານ ຮສ. ປອ. ວົງປະສິດ ຈັນທະຄູນ ຮອງຜູ້ອຳນວຍການ ມະຫາວິທະຍາໄລ ສຸພານຸວົງ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ຄະນະອາຈານ ເຂົ້າຮ່ວມຢ່າງພ້ອມພຽງ; ຝ່າຍ ອິນເດຍມີ ທ່ານ ປອ. ກິດຊໍ ດາວາລາ ຮອງຫົວໜ້າຄະນະວິຊາ ຄະນະນິເວດວິທະຍາ ແລະ ສິ່ງແວດລ້ອມສຶກສາ ພ້ອມດ້ວຍ ຄະນະຜູ້ແທນຈາກ ມະຫາວິທະຍາໄລນາລັນດາ ຈໍານວນ 5 ທ່ານ, ຍິງ 1 ທ່ານ. ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ເພື່ອພົບປະປຶກສາຫາລື ແລະ ສຳຫຼວດທ່າແຮງໃນການພັດທະນາຄວາມຮ່ວມມືລະຫວ່າງສອງສະຖາບັນ ໂດຍເນັ້ນການແລກປ່ຽນດ້ານວິຊາການ, ການສົ່ງເສີມການຄົ້ນຄວ້າຮ່ວມກັນ, ການຕີພິມຜົນງານວິຊາການໃນວາລະສານ ແລະ ການສະໜອງທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ພະນັກງານ ແລະ ອາຈານ ຂອງມະຫາວິທະຍາໄລ ສຸພານຸວົງ. ໃນຕອນທ້າຍຂອງພິທີ ທ່ານ ໂຣຫິດ ບ໋ອບບາ ເລຂາເອກອັກຄະລັດສະທູດອິນເດຍ ປະຈໍາ ສປປ ລາວ ພ້ອມດ້ວນຄະນະໄດ້ມອບປຶ້ມຈໍານວນ 26 ຫົວ, ເຂົ້າຫໍສະໝຸດ ມະຫາວິທະຍາໄລ ສຸພານຸວົງ ອີກດ້ວຍ. ການພົບປະໃນຄັ້ງນີ້ນັບເປັນບາດກ້າວສຳຄັນໃນການເສີມສ້າງສາຍພົວພັນ ແລະ ຂະຫຍາຍການຮ່ວມມືດ້ານການສຶກສາ ແລະ ການຄົ້ນຄວ້າລະຫວ່າງມະຫາວິທະຍາໄລສຸພານຸວົງ ກັບ ມະຫາວິທະຍາໄລນາລັນດາ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງຕໍ່ໄປ. ------------------------------------------------------------------------------------------------------- ຂ່າວ-ພາບ: ແສງທະວີ ລັດຕະນະນົງສີ