ພິທີດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍຜ່ານໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດໃນອ່າງຮັບນ້ຳເຊບັ້ງຫຽງ ແລະ ຕົວເມືອງຫລວງພະບາງ (IWRM-EbA) ພາຍໃຕ້ ກົມຊັບພະຍາກອນນໍ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ມະຫາວິທະຍາໄລ ສຸພານຸວົງ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະ ກອງທຶນສິ່ງແວດລ້ອມໂລກ (GEF) ໂດຍມີຮອງຜູ້ອໍານວຍການມະຫາວິທະຍາໄລ ສຸພານຸວົງ, ຮອງຫົວໜ້າກົມຊັບພະຍາກອນນໍ້າ,ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, UNDP, ຄະນະຜູ້ແທນຈາກພະແນກການອ້ອມຂ້າງແຂວງ, ຄູ-ອາຈານ ແລະ ຕົວແທນນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ. 🌱ການຈັດງານໃນຄັ້ງນີ້ ເປັນຄາດໝາຍສຳຄັນໃນການສະແດງຄວາມມຸ່ງໝັ້ນ ໂດຍຜ່ານແຜນງານຂອງໂຄງການ IWRM-EbA ເພື່ອສ້າງ ແລະ ປູກຈິດສໍານຶກໃຫ້ທຸກພາກສ່ວນໃນສັງຄົມ ເຫັນໄດ້ເຖິງຄວາມສໍາຄັນຂອງ "ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ການປົກປັກຮັກສາສິ່ງແວດລ້ອມຢ່າງຍືນຍົງ". ພ້ອມທັງຮ່ວມກັນປົກປັກຮັກສາແຫຼ່ງນໍ້າ ແລະ ປ່າໄມ້ ເພື່ອເພີ່ມພື້ນທີ່ສີຂຽວ ແລະ ຮັບປະກັນຄວາມສົມດຸນຂອງລະບົບນິເວດ. ນອກຈາກການເຜີຍແຜ່ຄວາມຮູ້ ແລະ ແລກປ່ຽນບົດຮຽນທາງດ້ານວິທະຍາສາດແລ້ວ, ພາຍໃນງານຍັງໄດ້ຮ່ວມກັນຈັດກິດຈະກຳປ່ອຍປາ ແລະ ປູກຕົ້ນໄມ້ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ໃຫ້ມີຄວາມໝາຍເລິກເຊິ່ງ ແລະ ເປັນຮູບປະທໍາ. ✨ ງານໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງຕາມວາລະເທົ່ານັ້ນ, ແຕ່ຍັງເປັນການຈຸດປະກາຍຄວາມຮັບຜິດຊອບຮ່ວມກັນ ທີ່ຈະສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານອະນຸລັກທໍາມະຊາດ ໃຫ້ເກີດດອກອອກຜົນຕົວຈິງ ເພື່ອຮັກສາພືດພັນທັນຍາຫານ, ແຫຼ່ງນໍ້າ ແລະ ສິ່ງແວດລ້ອມ ໃຫ້ມີຄວາມອຸດົມສົມບູນຄູ່ກັບ ສປປ ລາວ ຢ່າງຍືນຍົງຕະຫຼອດໄປ.