ຂ່າວສານ
ຄະນະນຳ ມະຫາວິທະຍາໄລສຸພານຸວົງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ພ້ອມຄະນະ.
ຕອນເຊົ້າວັນທີ 25 ພະຈິກ 2026 ທີ່ຫ້ອງປະຊຸມ ຕຶກສຳນັກງານ ມະຫາວິທະຍາໄລສຸພານຸວົງ ໄດ້ຕ້ອນຮັບ ທ່ານ Lee Jeong Hyop, ເອກອັກຄະລັດຖະທູດແຫ່ງສາທາລະນະລັດເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະຈຳນວນ 3 ທ່ານ. ໃຫ້ກຽດຕ້ອນຮັບໂດຍ ທ່ານ ຮສ. ວິລະ ອາໂນລັກ ຜູ້ອຳນວຍການ ມະຫາວິທະຍາໄລສຸພານຸວົງ ພ້ອມດ້ວຍຄະນະພາກສ່ວນທີ່ກ່ຽວຂ້ອງ.
ການພົບປະໃນຄັ້ງນີ້, ມີຈຸດປະສົງເພື່ອສ້າງຄວາມສຳພັນອັນດີ ແລະ ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງສະຖານທູດແຫ່ງສາທາລະນະລັດເກົາຫຼີ ກັບ ມະຫາວິທະຍາໄລສຸພານຸວົງ. ໃນໂອກາດດັ່ງກ່າວ, ທ່ານ ຮສ. ວິລະ ອາໂນລັກ ໄດ້ກ່າວຕ້ອນຮັບຄະນະຜູ້ແທນ ພ້ອມທັງແນະນຳພາບລວມຂອງ ມະຫາວິທະຍາໄລສຸພານຸວົງ ໂດຍຫຍໍ້. ນອກນີ້, ທ່ານຍັງໄດ້ກ່າວເຖິງຜົນສຳເລັດດ້ານການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະການສະໜັບສະໜູນຈາກມູນນິທິວັດທະນະທຳຮັນນາແຣ ໃນການກໍ່ສ້າງອາຄານຮຽນໃຫ້ແກ່ພາກວິຊາພາສາເກົາຫຼີ ຄະນະພາສາສາດ ມະຫາວິທະຍາໄລສຸພານຸວົງ ພ້ອມທັງການໄດ້ຮັບທຶນການສຶກສາຈາກໂຄງການຊ່ວຍເຫຼືອຂອງລັດຖະບານ ເພື່ອມອບໃຫ້ແກ່ນັກສຶກສາ.
ພາຍຫຼັງການພົບປະ ທ່ານ Lee Jeong Hyop ຍັງໄດ້ໃຫ້ກຽດຂຶ້ນບັນຍາຍໃຫ້ແກ່ນັກສຶກສາສາຂາ ພາສາເກົາຫຼີ ໂດຍເນັ້ນເຖິງຄວາມກ້າຫານຂອງຄົນຮຸ່ນໃໝ່ ທີ່ຈະເປັນພະລັງໃນການປ່ຽນແປງອະນາຄົດຂອງຕົນເອງ ແລະ ປະເທດຊາດ. ພ້ອມທັງສະແດງຄວາມຫວັງວ່າ ເກົາຫຼີ-ລາວ ຈະສືບຕໍ່ຮ່ວມມືກັນ ເພື່ອສ້າງອະນາຄົດທີ່ດີກວ່າເກົ່າ.
ຮູບພາບ