ກິດຈະກຳ
ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້
ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ
ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລສຸພານຸວົງ
ໄດ້ຮ່ວມ ພິທີ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ101ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ.
ເພື່ອເຮັດໃຫ້ທັດສະນິຍະພາບ ໃນມະຫາວິທະຍາໄລສຸພານຸວົງ ເປັນພື້ນທີ່ສີຂຽວ ແລະ ມີສະພາບແວດລ້ອມທີ່ດີນັ້ນ, ໃນວັນທີ 1 ມິຖຸນາ 2026 ນີ້, ຄະນະກະເສດສາດແລະ ຊັບພະຍາກອນປ່າໄມ້ ຮ່ວມກັບ ມະຫາວິທະຍາໄລສຸພານຸວົງ ແລະຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງ ຈັດກິດຈະກຳ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ( 1 ມິຖຸນາ 1980 – 1 ມິຖຸນາ 2026 ) ແລະວັນເດັກນ້ອຍສາກົນຄົບຮອບ 102 ປີ ແລະ ກິດຈະກຳປ່ອຍປາຂຶ້ນ ຢູ່ທີ່ມະຫາວິທະຍາໄລສຸພານຸວົງ, ໃຫ້ກຽດເຂົ້າຮ່ວມ ມີ ສະຫາຍ ໄພວັນ ຈັນທະສຸກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ປອ. ສົມໃຈ ໄພຍະວົງ ຄະນະພັກຮາກຖານ ຮອງຜູ້ອຳນວຍການມະຫາວິທະຍາໄລສຸພານຸວົງ, ມີຄະນະປະຈຳ ຄະນະບໍລິຫານງານຊາວໜຸ່ມແຂວງ ສະມາຄົມນັກທຸລະກິດໜຸ່ມແຂວງ ພ້ອມດ້ວຍສະມາຊິກຊາວໜຸ່ມບັນດາໜ່ວຍອ້ອມຂ້າງ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມຢ່າງພ້ອມພຽງ.
ພິທີ ສະຫາຍ ປອ. ສົມໃຈ ໄພຍະວົງ ຄະນະພັກຮາກຖານ ຮອງຜູ້ອຳນວຍການມະຫາວິທະຍາໄລສຸພານຸວົງ ໄດ້ລາຍງານໃນການກະກຽມຂະບວນການປູກຕົ້ນໄມ້ແຫ່ງຊາດ ແລະ ຜົນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຊຶ່ງພັກ ແລະ ລັດຖະບານ ໄດ້ກຳນົດເອົາ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ປີ 1980 ເປັນຕົ້ນມາ ຊຶ່ງກົງກັບ ວັນເດັກນ້ອຍສາກົນ, ທັງເປັນການປູກຈິດສໍານຶກໃຫ້ຊາວໜຸ່ມ, ເຍົາວະຊົນ ໄດ້ເຫັນເຖິງ ຄວາມສໍາຄັນຂອງປ່າໄມ້, ແລະພ້ອມກັນເປັນເຈົ້າການຊ່ວຍກັນໃນການປົກປັກຮັກສາ ແລະ ພັດທະນາປ່າໄມ້ ເຮັດໃຫ້ຕົ້ນໄມ້ພາຍໃນມະຫາວິທະຍາໄລມີຄວາມອຸດົມສົມບູນຂຽວງາມ. ຈາກນັ້ນ, ທາງຄະນະນຳ ຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍສະມາຊິກຊາວໜຸ່ມ ນ້ອງນ້ອຍເຍົາວະຊົນ ແລະ ຜູ້ເຂົ້າຮ່ວມທັງໝົດ ກໍ່ໄດ້ນຳເອົາປາລົງປ່ອຍຢູ່ໜອງມະຫາວິທະຍາໄລສຸພານຸວົງ ເຊິ່ງປາທີ່ນຳມາປ່ອຍຄັ້ງນີ້ມີຈຳນວນ 2,500 ໂຕ, ພາຍຫຼັງສໍາເລັດຈາກກິດກຳປ່ອຍປາ ທາງຄະນະນຳຊາວໜຸ່ມແຂວງ, ຄະນະນຳມະຫາວະທະຍາໄລສຸພານຸວົງ, ສະມາຄົມນັກທຸລະກິດໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມ ແລະ ນ້ອງນ້ອຍເຍົາວະຊົນ ກໍ່ໄດ້ຮ່ວມກັນປູກຕົ້ນໄມ້ລຽບຕາມເສັ້ນທາງ ແລະ ໜອງປາ ພາຍໃນມະຫາວິທະຍາໄລສຸພານຸວົງ ເຊິ່ງຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ມີຈຳນວນທັງໝົດ 305 ຕົ້ນ, ປະກອບມີ: ຕົ້ນຝາງແດງ, ຕົ້ນກາກະເລົາ, ຕົ້ນຄູນ, ຕົ້ນສຳສາ ແລະ ຕົ້ນໄມ້ແຕ້ຄ່າ, ນີ້ກໍ່ເພື່ອເຮັດໃຫ້ສະຖານທີ່ດັ່ງກ່າວ ເປັນພື້ນທີ່ສີຂຽວ ມີສະພາບແວດລ້ອມທີ່ດີ, ສະອາດງາມຕາ ແລະອຸດົມສົມບູນ.
ຮູບພາບ