ວັນທີ 21 ຕຸລາ 2025 ທີ່ຫ້ອງປະຊຸມຊັ້ນ 2 ອາຄານສໍານັກງານຜູ້ອໍານວຍການມະຫາວິທະຍາໄລ ນໍາພາໂດຍ ທ່ານ ປອ. ສົມໃຈ ໄພຍະວົງ ຮອງຜູ້ອຳນວຍການຝ່າຍບໍລິຫານ ມະຫາວິທະຍາໄລສຸພານຸວົງ ພ້ອມດ້ວຍຄະນະຕ້ອນຮັບ ທ່ານ Jacques BARAN ທູດການສຶກສາ ຈາກສະຖານທູດຝຣັ່ງ ປະຈຳ ສປປ ລາວ.
ໂອກາດນີ້, ທ່ານ ປອ. ສົມໃຈ ໄພຍະວົງ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວຂອບໃຈຕໍ່ທ່ານທູດການສຶກສາທີ່ໄດ້ຮັບເອົາມະຫາວິທະຍາໄລສຸພານຸວົງ ເຂົ້າເປັນສະມາຊິກໂຄງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ.
ການຢ້ຽມຢາມແລະພົບປະໃນຄັ້ງນີ້ຍັງໄດ້ມີການປຶກສາຫາລືຮ່ວມມືດ້ານວິຊາການລະຫວ່າງມະຫາວິທະຍາໄລສຸພານຸວົງ ແລະ ສະຖາບັນການສຶກສາຂອງປະເທດຝຣັ່ງ; ພ້ອມກັນນັ້ນຍັງໄດ້ວາງແຜນການຮ່ວມມືໂຄງການເຝິກອົບຮົມຫຼັກສູດພາສາຝຣັ່ງຂອງພະນັກງານ-ອາຈານ ແລະ ເປິດການຮຽນ-ການສອນຫຼັກສູດພາສາຝຣັ່ງສຳລັບການທ່ອງທ່ຽວເພື່ອຍົກລະດັບການສຶກສາ ເເລະ ການຮ່ວມມືຕໍ່ກັນໃນອະນາຄົດ.