ຕອນເຊົ້າຂອງວັນເສົາ, ວັນທີ 24 ມັງກອນ 2026 ຜ່ານມານີ້ ຄະນະນຳມະຫາວິທະຍາໄລ ສຸພານຸວົງ ແລະ ຕົວແທນຈາກກະຊວງສຶກສາທິການ ແລະ ກິລາ ໄດ້ເດີນທາງໄປຍັງແຫຼ່ງທ່ອງທ່ຽວນໍ້າກັດຢໍລະປາເພື່ອພົບປະກັບຄະນະບໍລິຫານຂອງບໍລິສັດແຟເຊັດພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດ ຈໍາກັດຜູ້ດຽວ ເພື່ອປົກສາຫາລືວຽກງານກ່ຽວການສົ່ງນັກສຶກສາລົງຝືກຫັດງານນໍາບໍລິສັດດັ່ງກ່າວ. ຈາກນັ້ນ2 ຝ່າຍໄດ້ປຶກສາຫາລືຮ່ວມກັນ ແລະ ມີຄວາມເຫັນດີເປັນເອກະພາບກັນ ຈຶ່ງໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືວິຊາການໃນການສ້າງນັກວິຊາການທີ່ມີຄຸນນະພາບອອກສູ່ຕະຫຼາດແຮງງານ.
ໃນຕອນເຊົ້າຂອງມື້ວັນສຸກ ວັນທີ 23 ມັງກອນ 2026 ຜ່ານມານີ້ ຄະນະຜູ້ບໍລິຫານມະຫາວິທະຍາໄລ ສຸພານຸວົງ ແລະ ຕົວແທນຈາກກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິນລາ ໄດ້ລົງເຄື່ອນໄຫວວຽກຢູ່ແຂວງອຸດົມໄຊ, ໃນໂອກາດດັ່ງກ່າວໄດ້ເຂົ້າພົບ ສະຫາຍ ເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊ ພ້ອມດ້ວຍຄະນະ ເພື່ອລາຍງານສະພາບການຈັດການຮຽນ-ການສອນລະດັບປະລິນຍາໂທ ປະຈໍາພາກຮຽນທີ 1 ສົກສຶກສາ 2025-2026 ຂອງ 2 ສາຂາຄື: ສາຂາການບໍລິຫານທຸລະກິດ ແລະ ສາຂາການບໍລິຫານຊັບພະຍາກອນອົງກອນ. ຜ່ານການຮັບຟັງການລາຍງານ ສະຫາຍເລຂາຄະນະບໍລິຫານພັກແຂວງ ອຸດົມໄຊ ໄດ້ຕີລາຄາສູງຕໍ່ການຕັດສິນໃຈຂອງຄະນະນໍາມະຫາວິທະຍາໄລ ສຸພານຸວົງ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຂະຫຍາຍລະບົບການຮຽນ-ການສອນ ລະດັບປະລິນຍາໂທລົງສູ່ທ້ອງຖິ່ນ ເຊິ່ງເປັນການເງື່ອນໄຂເຮັດໃຫ້ພະນັກງານ ແລະ ການນໍາຫຼັກແຫຼ່ງຂອງແຂວງອຸດົມໄຊ ແລະບັນດາແຂວງໃກ້ຄຽງ ໄດ້ຮັບການຍົກລະດັບຂອງຕົນໄດ້ຫຼາຍຂຶ້ນ. ພ້ອມດຽວກັນກັນ, ສະຫາຍເລຂາຄະນະບໍລິຫານງານພັກແຂວງ ຍັງໄດ້ຮຽກຮ້ອງໃຫ້ເນັ້ນຄຸນນະພາບຂອງການຈັດການຮຽນ-ການສອນໃນຄັ້ງນີ້ເປັນສິ່ງສໍາຄັນ ເພື່ອໃຫ້ຜູ້ຮຽນສາມາດນໍາເອົາຄວາມຮູ້ເຫຼົ່ານັ້ນໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.
ໂຄງການຝຶກອົບຮົມໄລຍະສັ້ນ ພາສາຝຣັ່ງສຳລັບການທ່ອງທ່ຽວມໍລະດົກ
ມະຫາວິທະຍາໄລ ສຸພານຸວົງ ໄດ້ສຳເລັດການຝຶກອົບຮົມຄູຝຶກ ພາສາຝຣັ່ງສຳລັບການທ່ອງທ່ຽວມໍລະດົກ ພາຍໃຕ້ການສະໜັບສະໜູນຈາກອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF), ຈຸດປະສົງຂອງໂຄງການແມ່ນເພື່ອສືບຕໍ່ສ້າງຄວາມເຂັ້ມແຂງດ້ານພາສາຝຣັ່ງໃຫ້ກັບຄູ ແລະ ທົບທວນຄືນຫຼັກສູດຝຶກອົບຮົມໄລຍະສັ້ນພາສາຝຣັ່ງສຳລັບການທ່ອງທ່ຽວມໍລະດົກ, ການຝຶກອົບຮົມໄດ້ດຳເນີນທັງໝົດ 5 ຄັ້ງ ນັບແຕ່ປີ 2024 ເຖິງປະຈຸບັນ, ມີຜູ້ສຳເລັດການຝຶກອົບຮົມຈຳນວນ 16 ທ່ານ. ເບື້ອງຕົ້ນໂຄງການດັ່ງກ່າວໄດ້ລິເລີ່ມມາແຕ່ສົກຮຽນ 2023-2024 ໂດຍການຮ່ວມມືກັບວິທະຍາໄລຄູຫຼວງພະບາງ ແລະ ມະຫາວິທະຍາໄລແຫ່ງຊາດ ຝຶກອົບຮົມພາສາຝຣັ່ງໃຫ້ຄູມະຫາວິທະຍາໄລສຸພານຸວົງ ແລະ ຂຽນໂຄງສ້າງຫຼັກສູດຝຶກອົບຮົມໄລຍະສັ້ນ ພາຍໃຕ້ການສະໜັບສະໜູນຈາກອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ແລະ ສະຖານທູດຝຣັ່ງປະຈຳລາວ. ປະຈຸບັນທີມງານຄູຝຶກ ແລະ ຫຼັກສູດຝຶກອົບຮົມໄລຍະສັ້ນພາສາຝຣັ່ງສຳລັບການທ່ອງທ່ຽວມໍລະດົກ ແມ່ນມີຄວາມພ້ອມ ແລະ ຈະເປີດຮັບນັກຮຽນ, ນັກສຶກສາ ແລະ ຜູ້ທີ່ສົນໃຈເຂົ້າຝຶກນັບແຕ່ປີ 2026 ເປັນຕົ້ນໄປ
Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.
Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.
Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.