ມະຫາວິທະຍາໄລສຸພານຸວົງຈັດກອງປະຊຸມສຳມະນາວິຊາການ ລະດັບສາກົນ ຄັ້ງທີ 8
_________
ໃນວັນທີ 5 ພະຈິກ 2025 ທີ່ຜ່ານມາ ມະຫາວິທະຍາໄລສຸພານຸວົງ ໄດ້ມີການຈັດກອງປະຊຸມສຳມະນາວິຊາການລະດັບສາກົນຂຶ້ນ ພາຍໃຕ້ຫົວຂໍ້ ການພັດທະນາວິທະຍາສາດ, ການສຶກສາ, ນະວັດຕະກຳ ເສດຖະກິດ-ສັງຄົມ.
ໂດຍການເປັນປະທານຂອງທ່ານ ຮສ. ປອ. ວົງປະສິດ ຈັນທະຄູນ ຮອງຜູ້ອຳນວຍການມະຫາວິທະຍາໄລສຸພານຸວົງ, ມີວິທະຍາກອນກິດຕິມະສັກ 4 ທ່ານ ຈາກສປປ ລາວ ແລະ ຣາຊະອານາຈັກໄທ, ພ້ອມກັນນັ້ນກໍມີຜູ້ນຳສະເໜີບົດຄວາມຈາກມະຫາວິທະຍາໄລແລະສະຖາບັນການສຶກສາແຫ່ງຕ່າງໆທັງພາຍໃນແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ການຈັດກອງປະຊຸມສຳມະນາວິຊາການລະດັບສາກົນສຳລັບມະຫາວິທະຍາໄລສຸພານຸວົງແມ່ນເປັນຄັ້ງທີ 8 ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມອາດສາມາດແລະຄວາມເຂັ້ມແຂງທາງດ້ານວິຊາການໃນແຕ່ລະໄລຍະທີ່ຜ່ານມາ ແລະ ມີທ່າອ່ຽງໃນການຕີພິມລົງວາລະສານມະຫາວິທະຍາໄລສຸພານຸວົງຈາກນັກວິຊາການທັງພາຍໃນ, ພາກພື້ນ ແລະ ສາກົນເພີ່ມຂຶ້ນ.
ມະຫາວິທະຍາໄລສຸພານຸວົງ ຈັດກອງປະຊຸມສະພາຂຶ້ນຢ່າງເປັນທາງການ
________________
ໃນວັນທີ 04 ພະຈິກ 2025 ທີ່ສໍານັກງານຜູ້ອໍານວຍການມະຫາວິທະຍາໄລສຸພານຸວົງ ໄດ້ມີພິທີເປີດກອງປະຊຸມສະພາມະຫາວິທະຍາໄລ ໂດຍການເປັນປະທານຂອງທ່ານ ປອ. ບຸນທະວີ ສີສຸພັນທອງ ອະດີດຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ປະທານສະພາ ມະຫາວິທະຍາໄລສຸພານຸວົງ, ມີທ່ານ ຮສ. ປອ. ຫຼ້າວັນ ວົງຄໍາສານ ຫົວໜ້າກົມການສຶກສາຊັ້ນສູງ, ພ້ອມດ້ວຍຄະນະຜູ້ອຳນວຍການມະຫາວິທະຍາໄລສຸພານຸວົງ, ພະນັກງານ-ອາຈານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານການເຄື່ອນໄຫວວຽກງານດ້ານຕ່າງໆທີ່ຜ່ານມາ ແລະ ທິດທາງແຜນການພັດທະນາມະຫາວິທະຍາໄລສຸພານຸວົງໃນຕໍ່ໜ້າ.
ໃນຕອນເຊົ້າຂອງວັນທີ 03 ພະຈິກ 2025 ທີ່ ສະໂມສອນໃຫຍ່ມະຫາວິທະຍາໄລສຸພານຸວົງ ໄດ້ມີພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລຄົບຮອບ 22 ປີ ຂຶ້ນ, ໂດຍການເປັນປະທານຂອງທ່ານ ຮສ. ວິລະ ອາໂນລັກ ຜູ້ອໍານວຍການມະຫາວິທະຍາໄລສຸພານຸວົງ ມີຄະນະຜູ້ອໍານວຍການມະຫາວິທະຍາໄລ, ບັນດາຫົວໜ້າຄະນະວິຊາ, ພະນັກງານ-ອາຈານ, ແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມຈໍານວນຫຼວງຫຼາຍ.
ໃນພິທີດັ່ງກ່າວໄດ້ມີການບັນຍາຍພິເສດໃນຫົວຂໍ້ “ ແນວທາງການພັດທະນາມະຫາວິທະຍາໄລສຸພານຸວົງ ໃນອະນາຄົດ ” ຈາກວິທະຍາກອນຜູ້ຊົງຄຸນວຸດທິ ໂດຍ ທ່ານ ຮສ. ປອ. ກອງສີ ແສງມະນີ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນຳວຽກງານການສຶກສາຊັ້ນສູງ. ທ່ານໄດ້ກ່າວເຖິງການພັດທະນາມະຫາວິທະຍາໄລສຸພານຸວົງ ຕະຫຼອດ 22 ປີຜ່ານມາ ເຊິ່ງພາຍໃນມະຫາວິທະຍາໄລສຸພານຸວົງໄດ້ມີການພັດທະນາຕໍ່ເນື່ອງຢ່າງບໍ່ຢຸດຢັ້ງເປັນຕົ້ນແມ່ນການພັດທະນາດ້ານບຸກຄະລາກອນ, ພື້ນຖານໂຄງລ່າງ, ການຜະລິດບັນດິດທີ່ມີຄຸນະພາບອອກຮັບໃຊ້ສັງຄົມ, ພ້ອມສາມາດຜ່ານຜ່າບັນດາອຸປະສັກຕ່າງໆເພື່ອກ້າວສູ່ມາດຖານສາກົນເທື່ອລະກ້າວ ແລະ ວິທີການໃນການພັດທະນາມະຫາວິທະຍາໄລສຸພານຸວົງໃນອະນາຄົດໃຫ້ມີຄວາມເຂັ້ມແຂງຮອບດ້ານ.
ພ້ອມດຽວກັນນັ້ນ, ໂອກາດດັ່ງກ່າວ ທ່ານ ຮສ. ປອ. ຄໍາຜາຍ ສີສະຫວັນ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ອະດີດຜູ້ອໍານວຍການ ມະຫາວິທະຍາໄລສຸພານຸວົງ ໄດ້ຂຶ້ນມີຄໍາເຫັນຕໍ່ແນວທາງການພັດທະນາມະຫາວິທະຍາໄລສຸພານຸວົງ ໂດຍທ່ານໄດ້ໃຫ້ທັດສະນະຕໍ່ກັບການພັດທະນາຕົນເອງ, ພັດທະນາມະຫາວິທະຍາໄລ ແລະ ວຽກງານອື່ນໆທີ່ມີຄວາມທ້າທາຍຕໍ່ກັບມະຫາວິທະຍາໄລ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ, ວຽກງານປະກັນຄຸນະພາບການສຶກສາ ຫຼື QA ໂດຍເນັ້ນການພັດທະນາວຽກງານວິຊາການ ແລະ ການບໍລິຫານອົງກອນໃຫ້ມີຄວາມໂດດເດັ່ນຍິ່ງໆຂຶ້ນໄປ.
ປິດສາກລົງຢ່າງເປັນທາງການກັບງານ
The 6th Lancang-Mekong College Students’ Goodwill Games & The 8th South Asia and Southeast Asian Countries University Student Culture, Sports. ທີ່ ຄຸນໝິງ, ສປ ຈີນ.
ໂດຍມີ 16 ທີມນັກເຕະ, ຈາກ 4 ປະເທດເຂົ້າຮ່ວມເຊັ່ນ: ສປ ຈີນ, ລາວ, ຫວຽດນາມ ແລະ ໄທ.
ທີມນັກກິລາຈາກ ມະຫາວິທະຍາໄລສຸພານຸວົງ ລົງແຂ່ງຂັນ 5 ນັດ, ຍິງໄດ້ 29 ປະຕູ.
ຮອບຊິງຊະນະເລີດ ທີມນັກເຕະຈາກມະຫາວິທະຍາໄລສຸພານຸວົງ ບໍ່ອາດຕ້ານທານທີມທັບກິລາຈາກ ມະຫາວິທະຍາໄລອຸບົນຣາຊະທານີ ໄວ້ໄດ້. ເສຍປະຕູໄປ 3#1.
ໄດ້ອັນດັບຮອງຊະນະເລີດໄປຄອບຄອງ.
ວັນທີ 21 ຕຸລາ 2025 ທີ່ຫ້ອງປະຊຸມຊັ້ນ 2 ອາຄານສໍານັກງານຜູ້ອໍານວຍການມະຫາວິທະຍາໄລ ນໍາພາໂດຍ ທ່ານ ປອ. ສົມໃຈ ໄພຍະວົງ ຮອງຜູ້ອຳນວຍການຝ່າຍບໍລິຫານ ມະຫາວິທະຍາໄລສຸພານຸວົງ ພ້ອມດ້ວຍຄະນະຕ້ອນຮັບ ທ່ານ Jacques BARAN ທູດການສຶກສາ ຈາກສະຖານທູດຝຣັ່ງ ປະຈຳ ສປປ ລາວ.
ໂອກາດນີ້, ທ່ານ ປອ. ສົມໃຈ ໄພຍະວົງ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວຂອບໃຈຕໍ່ທ່ານທູດການສຶກສາທີ່ໄດ້ຮັບເອົາມະຫາວິທະຍາໄລສຸພານຸວົງ ເຂົ້າເປັນສະມາຊິກໂຄງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ.
ການຢ້ຽມຢາມແລະພົບປະໃນຄັ້ງນີ້ຍັງໄດ້ມີການປຶກສາຫາລືຮ່ວມມືດ້ານວິຊາການລະຫວ່າງມະຫາວິທະຍາໄລສຸພານຸວົງ ແລະ ສະຖາບັນການສຶກສາຂອງປະເທດຝຣັ່ງ; ພ້ອມກັນນັ້ນຍັງໄດ້ວາງແຜນການຮ່ວມມືໂຄງການເຝິກອົບຮົມຫຼັກສູດພາສາຝຣັ່ງຂອງພະນັກງານ-ອາຈານ ແລະ ເປິດການຮຽນ-ການສອນຫຼັກສູດພາສາຝຣັ່ງສຳລັບການທ່ອງທ່ຽວເພື່ອຍົກລະດັບການສຶກສາ ເເລະ ການຮ່ວມມືຕໍ່ກັນໃນອະນາຄົດ.