ຫ້ອງການການເງີນ
ຈຸດປະສົງ
ຂໍ້ຕົກລົງສະບັບນີ້ກຳນົດທີ່ຕັ້ງ, ພາລະບົດບາດ, ຫນ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ລະບອບແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງທາງດ້ານນິຕິກຳ ໃຫ້ແກ່ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງການ ການເງິນ ໃນການປະຕິບັດແຜນພັດທະນາ ຂອງ ມະຫາວິທະຍາໄລ ສຸພານຸວົງ, ແຜນຍຸດທະສາດໃນການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດຫມາຍຂອງລັດ.
ທີ່ຕັ້ງ ແລະ ພາລະບົດບາດ
ຫ້ອງການ ການເງິນຂຽນຫຍໍ້ ‘’ກງ’’ເປັນກົງຈັກດ້ານບໍລິຫານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ອະທິການບໍດີດ້ານວຽກງານຫ້ອງການ ການເງິນ, ເປັນໃຈກາງໃນການປະສານງານດ້ານວຽກງານການເງິນກັບບັນດາຄະນະວິຊາ, ຫ້ອງການ, ການຈັດຕັ້ງຕ່າງໆ ຢູ່ພາຍໃນມະຫາວິທະຍາໄລສຸພານຸວົງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ.
ຫນ້າທີ່ ແລະ ຂອບເຂດສິດ
ຫນ້າທີ່
ຫ້ອງການ ການເງິນມີຫນ້າທີ່ດັ່ງນີ້:
- ສຶກສາອົບຮົມດ້ານການເມືອງ-ແນວຄິດ, ຄຸນສົມບັດ ແລະ ລະບຽບກົດຫມາຍຕ່າງໆໃຫ້ແກ່ພະນັກງານ, ພາຍໃນຫ້ອງການ ການເງິນໃຫ້ເປັນພົນລະເມືອງດີຂອງຊາດ.
- ຈັດຕັ້ງຜັນຂະຫຍາຍດຳລັດ, ຂໍ້ກຳນົດ, ມະຕິຄຳສັ່ງ, ລະບຽບຫຼັກການຕ່າງໆ ກ່ຽວກັບການເງິນ ແລະ ຊັບສິນຂອງລັດ, ສ້າງລະບົບກົນໄກໃຫ້ມີປະສິດທິຜົນ.
- ສ້າງແຜນງົບປະມານປະຈຳປີ, ປະຈຳງວດ, ແຜນລາຍຮັບ, ລາຍຈ່າຍ ແລະ ເງິນລາຍຮັບວິຊາການ ຂອງມະຫາວິທະຍາໄລ ສຸພານຸວົງ.
- ຈັດສັນງົບປະມານປະຈຳປີ ທີ່ໄດ້ຮັບອະນຸມັດ ຈາກລັດຖະບານຕາມລະບຽບຫຼັກການ.
- ຕິດຕາມ, ກວດກາການປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານ, ການຄຸ້ມຄອງຊັບສິນ ຂອງລັດ ຕາມບັນດາຫົວໜ່ວຍການເງິນຕ່າງໆ.
- ຄົ້ນຄວ້າ, ວາງແຜນ, ສ້າງຂໍ້ກຳນົດ, ບົດແນະນຳວິຊາການດ້ານມະຫາພາກກ່ຽວກັບວຽກງານ ບໍລິຫານດ້ານການເງິນຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.
- ຮັບຜິດຊອບສັງລວມ, ກວດກາ, ປະເມີນຜົນ, ສະຫຼຸບ ແລະ ລາຍງານໃຫ້ການຈັດຕັ້ງຂັ້ນເທິງ ທີ່ກ່ຽວຂ້ອງ ເປັນແຕ່ລະໄລຍະ.
- ປະຕິບັດຫນ້າທີ່ອື່ນໆຕາມການມອບຫມາຍຂອງຂັ້ນເທິງ.
ຂອບເຂດສິດ
ຫ້ງການ ການເງິນ ມີຂອບເຂດສິດດັ່ງນີ້:
- ສັງລວມ, ສະຫຼຸບ ແລະ ລາຍງານທຸກການເຄື່ອນໄຫວດ້ານວຽກງານການເງິນຂອງມະຫາວິທະຍາໄລ ສຸພານຸວົງ ໃຫ້ການຈັດຕັ້ງຂັ້ນເທິງຊາບ ເປັນແຕ່ລະໄລຍະ.
- ສະເໜີງົບປະມານ, ນຳໃຊ້ງົບປະມານ, ແຫຼ່ງລາຍຮັບດ້ານວິຊາການ, ແຫຼ່ງທຶນຕ່າງໆໃຫ້ຖືກຕ້ອງຕາມເປົ້າ ໝາຍທີ່ຕົນຮັບຜິດຊອບ.
- ຮ່ວມມືດ້ານວິຊາການການເງິນກັບທຸກອົງການຈັດຕັ້ງສັງຄົມທັງພາຍໃນ ແລະ ພາຍນອກຕາມການ ມອບໝາຍ;
- ປະຕິບັດສິດອື່ນໆຕາມການມອບຫມາຍຂອງຂັ້ນເທິງ.
ໂຄງປະກອບການຈັດຕັ້ງ
ໂຄງປະກອບກົງຈັກ
ຫອງການ ການເງິນ ມີໂຄງປະກອບກົງຈັກດັ່ງນີ້:
- ພະແນກ ຄັງເງິນ.
- ພະແນກ ບັນຊີ-ງົບປະມານ.
- ພະແນກ ກວດກາການເງິນ-ສະໜອງວັດຖຸ.
ໂຄງປະກອບບຸກຄະລາກອນ
ຫ້ອງການ ການເງິນ ປະກອບດ້ວຍ ຫົວຫນ້າຫ້ອງການ 1 ທ່ານ, ຮອງຫົວຫນ້າຫ້ອງການ 1 ທ່ານ, ຫົວຫນ້າພະແນກ 1 ທ່ານ, ຫົວຫນ້າຂະແໜງ 1 ທ່ານ ແລະ ພະນັກງານວິຊາການຈຳນວນໜຶ່ງ ທີ່ຖືກແຕ່ງຕັ້ງຕາມລະບຽບການ.
ຫນ້າທີ່ ແລະ ຂອບເຂດສິດຂອງຫົວຫນ້າ ແລະ ຮອງຫົວຫນ້າຫ້ອງການ
- ຫົວໜ້າຫ້ອງການມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ ແລະ ຂອບເຂດສິດ ທີ່ໄດ້ກຳນົດໄວ້ໃນມາດຕາ 3 ແລະ ມາດຕາ 4 ຂອງຂໍ້ຕົກລົງສະບັບນີ້.
- ຮອງຫົວໜ້າຫ້ອງການມີຫນ້າທີ່ຊ່ວຍຮັບຜິດຊອບວຽກງານຕ່າງໆຕາມການມອບຫມາຍ.
- ໃນກໍລະນີຫົວຫນ້າບໍ່ຢູ່, ຮອງຫົວຫນ້າຫ້ອງການ ມີສິດບໍລິຫານວຽກງານດ້ານ ຕ່າງໆ ຕາມການມອບຫມາຍ ເປັນລາຍລັກອັກສອນ.
ຫນ້າທີ່ ແລະ ຂອບເຂດສິດຂອງພະແນກ
- ພະແນກຄັງເງິນສົດ:ມີຫນ້າທີ່ແລະຂອບເຂດສິດດັ່ງນີ້:
- ຮັບຜິດຊອບໃນການຄຸ້ມຄອງເງິນສົດ ແລະ ຮັບຜິດຊອບເບີກຈ່າຍ.
- ຄຸ້ມຄອງກວດກາເອກະສານຄ້ຳປະກັນຕ່າງໆ ຕາມການມອບໝາຍ.
- ລົງບັນຊີລາຍຮັບ, ລາຍຈ່າຍ ປະຈຳວັນ ທຸກໆແຫຼ່ງທຶນ.
- ສະຫຼຸບສັງລວມລາຍຮັບ-ລາຍຈ່າຍ ປະຈຳອາທິດ, ເດືອນ, ງວດ ແລະ ປີ.
- ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອສົມທຽບຕົວເລກລາຍຮັບ-ລາຍຈ່າຍຂາດຕົວຂອງຮ່ວງ ເງິນຕ່າງໆ.
- ຕິຕາມ, ແນະນຳ, ຊຸກຍູ້, ກວດກາ ແລະ ຄຸ້ມຄອງດ້ານວິຊາການ ໃນການລົງບັນຊີ ລາຍ ຮັບ-ລາຍຈ່າຍເງິນສົດ ໃຫ້ບັນດາຫົວໜ່ວຍການເງິນຕ່າງໆ.
- ປະຕິບັດຫນ້າທີ່ ແລະ ສິດອື່ນໆ ຕາມການມອບຫມາຍຂອງຂັ້ນເທິງ.
- ພະແນກບັນຊີ-ງົບປະມານມີຫນ້າທີ່ ແລະ ຂອບເຂດສິດ ດັ່ງນີ້:
- ຮັບຜິດຊອບການສຳລະບັນຊີ ໃຫ້ແກ່ຜູ້ສະໜອງ.
- ຕິດຕາມການລົງບັນຊີລາຍຮັບ, ລາຍຈ່າຍປະຈຳວັນ ຂອງທຸກແຫຼ່ງທຶນ.
- ສະຫຼຸບລາຍຮັບ, ລາຍຈ່າຍປະຈຳວັນ, ອາທິດ, ເດືອນ, ງວດ ແລະ ປີ;
- ຊຸກຍູ້, ກວດກາ ແລະ ຄຸ້ມຄອງດ້ານວິຊາການ ໃນການລົງບັນຊີລາຍຮັບ, ລາຍຈ່າຍ ຂອງແຕ່ລະຫົວໜ່ວຍການເງິນ ກັບຄວາມຮັບຜິດຊອບຂອງຕົນ.
- ປະສານສົມທົບກັບບັນດາຫົວໜ່ວຍການເງິນຕ່າງໆ ແລະ ພະແນກຄັງເງິນສົດ ເພື່ອສົມທຽບ ຕົວເລກລາຍຮັບ, ລາຍຈ່າຍງົບປະມານຂາດຕົວ.
- ລາຍງານການເງິນແຕ່ລະໂຄງການປະຈຳປີ ແລະ ສົມທົບກັບອົງການກວດສອບບັນຊີທ້າຍປີ.
- ວາງແຜນໃນການຄຸ້ມຄອງງົບປະມານ, ການເງິນ ໃນທຸກໆແຫຼ່ງທຶນ.
- ສ້າງແຜນ, ຈັດສັນ, ສັງລວມງົບປະມານລາຍຮັບ, ລາຍຈ່າຍ ຈາກທຸກແຫຼ່ງທຶນ.
- ປະຕິບັດຫນ້າທີ່ ແລະ ສິດອື່ນໆ ຕາມການມອບຫມາຍຂອງຂັ້ນເທິງ.
ພະແນກກວດກາການເງິນ – ສະໜອງວັດຖຸ: ມີໜ້າທີ່ ແລະ ຂອບເຂດສິດດັ່ງນີ້:
- ວາງແຜນຄຸ້ມຄອງການກວດກາ ແຫຼ່ງທຶນ ຂອງຫົວໜ່ວຍການເງິນຕ່າງໆ.
- ຕິດຕາມ, ກວດກາ, ຊຸກຍູ້ປະຕິບັດລາຍຮັບ, ລາຍຈ່າຍງົບປະມານ-ການເງິນ ເງິນສົດຈາກ ທຸກແຫຼ່ງທຶນ ຂອງທຸກຫົວໜ່ວຍການເງິນ ຕາມລະບຽບຫຼັກການ.
- ກວດກາຂໍ້ມູນດ້ານການເງິນເຊັ່ນ: ຈຳນວນພົນ, ຊັບສິນ-ວັດຖຸອຸປະກອນ ທີ່ຂຶ້ນກັບສະຖາບັນ.
- ສ້າງປຶ້ມຄູ່ມື ແລະ ຂໍ້ແນະນຳດ້ານວິຊາການ ທີ່ມີລັກສະນະມະຫາພາກ.
- ວາງແຜນໃນການຄຸ້ມຄອງຊັບສິນ, ວັດສະດຸ-ອຸປະກອນ, ການຈັດຊື້, ຈັດຈ້າງ ແລະ ບໍລິການອື່ນໆ.
- ຄຸ້ມຄອງ ແລະ ບໍລິຫານຫ້ອງການ.
- ປະຕິບັດໜ້າທີ ແລະ ສິດອື່ນໆ ຕາມການມອບໝາຍ.
ລະບອບແບບແຜນວິທີເຮັດວຽກ ແລະ ການພົວພັນປະສານງານ
ມາດຕາ 9. ແບບແຜນວິທີເຮັດວຽກ
ຫ້ອງການ ການເງິນ ເຄື່ອນໄຫວຕາມລະບຽບຫລັກການ ດັ່ງນີ້ :
– ເຮັດວຽກຕາມຫລັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ປະຕິບັດລະບອບຫົວຫນ້າດຽວ.
– ທຸກການເຄື່ອນໄຫວ ແລະ ດຳເນີນງານຂອງຫ້ອງການ ການເງິນ ແມ່ນອີງໃສ່ທິດທາງແຜນການລວມຂອງມະຫາວິທະຍາໄລສຸພານຸວົງ, ບົນພື້ນຖານແນວທາງນະໂຍບາຍຂອງພັກແລະລະບຽບກົດໝາຍລັດ.
– ປະຕິບັດລະບອບປະຊຸມ,ຖອດຖອນບົດຮຽນ,ກວດກາ-ປະເມີນຜົນ,ສະຫຼຸບ ແລະ ລາຍງານຕາມລະບຽການ.
ການພົວພັນປະສານງານ
- ຫ້ອງການ ການເງິນ ມີສິດພົວພັນ-ປະສານງານໂດຍກົງກັບບັນດາຫ້ອງການ, ຄະນະວິຊາ, ສູນ, ຫໍສະໝຸດວາງແຜນໃນການຄຸ້ມຄອງຊັບສິນ, ວັດສະດຸ-ອຸປະກອນ, ການຈັດຊື້, ຈັດຈ້າງ ແລະ ບໍລິການອື່ນໆ.
- ຄຸ້ມຄອງ ແລະ ບໍລິຫານຫ້ອງການ; ພາຍໃນມະຫາວິທະຍາໄລ ສຸພານຸວົງ.
– ພົວພັນ ແລະ ປະສານງານ ທາງດ້ານການເງິນກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ, ຕາມລະບຽບການ.