ໂຄງການຝຶກອົບຮົມໄລຍະສັ້ນ ພາສາຝຣັ່ງສຳລັບການທ່ອງທ່ຽວມໍລະດົກ
ມະຫາວິທະຍາໄລ ສຸພານຸວົງ ໄດ້ສຳເລັດການຝຶກອົບຮົມຄູຝຶກ ພາສາຝຣັ່ງສຳລັບການທ່ອງທ່ຽວມໍລະດົກ ພາຍໃຕ້ການສະໜັບສະໜູນຈາກອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF), ຈຸດປະສົງຂອງໂຄງການແມ່ນເພື່ອສືບຕໍ່ສ້າງຄວາມເຂັ້ມແຂງດ້ານພາສາຝຣັ່ງໃຫ້ກັບຄູ ແລະ ທົບທວນຄືນຫຼັກສູດຝຶກອົບຮົມໄລຍະສັ້ນພາສາຝຣັ່ງສຳລັບການທ່ອງທ່ຽວມໍລະດົກ, ການຝຶກອົບຮົມໄດ້ດຳເນີນທັງໝົດ 5 ຄັ້ງ ນັບແຕ່ປີ 2024 ເຖິງປະຈຸບັນ, ມີຜູ້ສຳເລັດການຝຶກອົບຮົມຈຳນວນ 16 ທ່ານ. ເບື້ອງຕົ້ນໂຄງການດັ່ງກ່າວໄດ້ລິເລີ່ມມາແຕ່ສົກຮຽນ 2023-2024 ໂດຍການຮ່ວມມືກັບວິທະຍາໄລຄູຫຼວງພະບາງ ແລະ ມະຫາວິທະຍາໄລແຫ່ງຊາດ ຝຶກອົບຮົມພາສາຝຣັ່ງໃຫ້ຄູມະຫາວິທະຍາໄລສຸພານຸວົງ ແລະ ຂຽນໂຄງສ້າງຫຼັກສູດຝຶກອົບຮົມໄລຍະສັ້ນ ພາຍໃຕ້ການສະໜັບສະໜູນຈາກອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ແລະ ສະຖານທູດຝຣັ່ງປະຈຳລາວ. ປະຈຸບັນທີມງານຄູຝຶກ ແລະ ຫຼັກສູດຝຶກອົບຮົມໄລຍະສັ້ນພາສາຝຣັ່ງສຳລັບການທ່ອງທ່ຽວມໍລະດົກ ແມ່ນມີຄວາມພ້ອມ ແລະ ຈະເປີດຮັບນັກຮຽນ, ນັກສຶກສາ ແລະ ຜູ້ທີ່ສົນໃຈເຂົ້າຝຶກນັບແຕ່ປີ 2026 ເປັນຕົ້ນໄປ