ໃນຕອນເຊົ້າ ຂອງວັນທີ 7 ກັນຍາ 2026ນີ້, ມະຫາວິທະຍາໄລສຸພານຸວົງ ຮ່ວມກັບ ມະຫາວິທະຍາໄລ ພູເອີ ສປ ຈີນ ໄດ້ຈັດການແຂ່ງຂັນເວົ້າພາສາຈີນ ສຳລັບພາກເໜືອຂອງລາວ ຄັ້ງທີ I ປະຈຳປີ 2026 ,ຂຶ້ນທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ. ໃນພິທີໄດ້ຮັບກຽດຈາກ ທ່ານ ນາງ ວຽງວິໄລ ດີລະພັນ, ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ທ່ານ ຮສ ວິລະ ອາໂນລັກ, ຜູ້ອຳນວຍການ ມະຫາວິທະຍາໄລສຸພານຸວົງ; ທ່ານ ນາງ ຈ່າງ ເຮີ້ຈູນ, ຮັກສາການຫົວໜ້າກົງສຸນໃຫຍ່ ສປ ຈີນ ປະຈຳພາກເໜືອ ທີ່ແຂວງຫຼວງພະບາງ; ທ່ານ ນາງ ຈາງ ຫຼິງຢຸຍ, ຜູ້ຕາງໜ້າຈາກມະຫາວິທະຍາໄລພູເອີ ສປ ຈີນ, ພ້ອມດ້ວຍຄະນະກຳມະການຈັດການແຂ່ງຂັນ, ແຂກຮັບເຊີນ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ. ການແຂ່ງຂັນຄັ້ງນີ້ ມີຈຸດປະສົງເພື່ອສ້າງເວທີ ແລະ ໂອກາດໃຫ້ນັກສຶກສາຈາກພາກເໜືອຂອງລາວ ໂດຍສະເພາະນັກສຶກສາສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ທັກສະດ້ານການເວົ້າພາສາຈີນ ຜ່ານເວທີແຫ່ງນີ້. ໃນໂອກາດນີ້, ຮສ ວິລະ ອາໂນລັກ, ຜູ້ອຳນວຍການ ມະຫາວິທະຍາໄລສຸພານຸວົງ ໄດ້ກ່າວເປີດການແຂ່ງຂັນ ໂດຍເນັ້ນວ່າ ກິດຈະກຳເວົ້າພາສາຈີນ ເປັນອີກໜຶ່ງເວທີສຳຄັນທີ່ສະຖາບັນຂົງຈື ແລະ ມະຫາວິທະຍາໄລ ຈັດຂຶ້ນເພື່ອໃຫ້ນັກຮຽນ-ນັກສຶກສາ ໄດ້ນຳໃຊ້ຄວາມຮູ້ດ້ານພາສາຈີນຢ່າງເປັນຈິງ ພ້ອມທັງເປັນການສົ່ງເສີມວຽກງານການຮຽນ-ການສອນໃຫ້ມີຄວາມຫ້າວຫັນຍິ່ງຂຶ້ນ. ທ່ານຍັງໄດ້ກ່າວອີກວ່າ ການແຂ່ງຂັນຄັ້ງນີ້ຖືເປັນກິດຈະກຳທີ່ພິເສດ ແລະ ມີຄວາມໝາຍ ເນື່ອງຈາກເປັນການສ້າງເວທີໃຫ້ນັກຮຽນ-ນັກສຶກສາໄດ້ສະແດງຄວາມສາມາດຢ່າງເຕັມທີ່ ພ້ອມທັງຮຽນຮູ້ຈາກປະສົບການຂອງໝູ່ເພື່ອນ. ສຳລັບນັກຮຽນ-ນັກສຶກສາທີ່ຍັງບໍ່ທັນໄດ້ເຂົ້າຮ່ວມໃນຄັ້ງນີ້ ກໍສາມາດຖືເປັນບົດຮຽນ ແລະ ກຽມພ້ອມເຂົ້າຮ່ວມໃນກິດຈະກຳຄັ້ງຕໍ່ໄປ. ການແຂ່ງຂັນຄັ້ງນີ້ ມີນັກສຶກສາຈຳນວນ 15 ຄົນ ຈາກສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ເຂົ້າຮ່ວມປະກວດຄວາມສາມາດດ້ານການເວົ້າພາສາຈີນ ໂດຍຜູ້ເຂົ້າແຂ່ງຂັນຕ່າງພາກັນສະແດງຄວາມສາມາດ, ທັກສະ ແລະ ຄວາມຮູ້ດ້ານພາສາຈີນຢ່າງເຕັມທີ່ ເພື່ອຄັດເລືອກຫາຜູ້ຊະນະເລີດ. ພ້ອມນີ້, ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ຍັງມີແຜນຈັດກິດຈະກຳອື່ນໆຢ່າງຕໍ່ເນື່ອງ ຕາມບົດບັນທຶກສອງຝ່າຍໄດ້ຮ່ວມກັນລົງນາມ ເພື່ອຈັດກິດຈະກໍາ ທີ່ສອດຄ່ອງ ແລະ ວັດທະນະທຳອື່ນໆ ເພື່ອສ້າງແຮງຈູງໃຈ ແລະ ສົ່ງເສີມນັກຮຽນ-ນັກສຶກສາໃຫ້ພັດທະນາທັກສະພາສາຈີນຢ່າງຮອບດ້ານ. ຈາກນັ້ນ, ພິທີໄດ້ດຳເນີນການແຂ່ງຂັນຕາມລຳດັບ ເພື່ອຄັດເລືອກຫາຜູ້ຊະນະເລີດ , ໂດຍຜົນການແຂ່ງຂັນຈະປະກາດໃຫ້ຊາບພາຍຫຼັງການແຂ່ງຂັນສຳເລັດ.