ຜົນສຳເລັດການຈັດໂຄງການຝຶກອົບຮົມພາກຮຽນລະດູຮ້ອນລະຫວ່າງນັກສຶກສາຈາກມະຫາວິທະຍາໄລລາວ ແລະ ຈີນ ທີ່ ແຂວງ ຫຼວງພະບາງ ປະຈໍາປີ 2026 ຫົວຂໍ້: “ການອະນຸລັກມໍລະດົກວັດທະນະທຳ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຟື້ນຟູເມືອງບູຮານ” ວັນທີເຜີຍແຜ່: 1 ກັນຍາ 2026 ກິດຈະກຳໂຄງການຝຶກອົບຮົມພາກຮຽນລະດູຮ້ອນທີ່ແຂວງຫຼວງພະບາງ ປີ 2026 ພາຍໃຕ້ຫົວຂໍ້ “ການອະນຸລັກມໍລະດົກວັດທະນະທຳ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຟື້ນຟູເມືອງບູຮານ” ໄດ້ຈັດຂຶ້ນຢ່າງເປັນທາງການ ເພື່ອເປັນເວທີແລກປ່ຽນທາງວິຊາການລະຫວ່າງນັກສຶກສາ ແລະ ຄູ-ອາຈານຈາກສະຖາບັນຕ່າງໆຂອງ ສປປ ລາວ ແລະ ສປ ຈີນ. ການຝຶກອົບຮົມໃນຄັ້ງນີ້ຈັດຂຶ້ນທ່າມກາງບັນຍາກາດການສະຫລອງວັນຄົບຮອບ 65 ປີ ແຫ່ງການພົວພັນສາຍການທູດລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດປະຊາຊົນຈີນ, ພ້ອມທັງການກຳນົດເອົາປີ 2026 ເປັນປີມິດຕະພາບຈີນ-ລາວ. ເຫດການສຳຄັນເຫຼົ່ານີ້ໄດ້ສະໜອງພື້ນຖານທີ່ມີຄວາມໝາຍສຳລັບການເສີມສ້າງສາຍພົວພັນລະຫວ່າງປະຊາຊົນ ແລະ ການຮ່ວມມືດ້ານວິຊາການລະຫວ່າງສອງປະເທດ. ເຊິ່ງຈຸດປະສົງຫຼັກຂອງໂຄງການຝຶກອົບຮົມພາກຮຽນລະດູຮ້ອນ ແມ່ນເພື່ອແນໃສ່ພັດທະນາທັກສະການອອກແບບຂອງນັກສຶກສາໃຫ້ສອດຄ່ອງກັບການອະນຸລັກມໍລະດົກວັດທະນະທຳ ແລະ ການພັດທະນາແບບຍືນຍົງ ໂດຍໃຫ້ນັກສຶກສາໄດ້ຮຽນຮູ້ຈາກສະພາບຕົວຈິງພາຍໃນຕົວເມືອງມໍລະດົກໂລກຫຼວງພະບາງເປັນບົດຮຽນໃນການສ້າງສັນຜົນງານການອອກແບບ. ການຝຶກອົບຮົມດຳເນີນໄປເປັນເວລາ 14 ວັນ ຕັ້ງແຕ່ວັນທີ 13–24 ກໍລະກົດ 2026 ທີ່ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລສຸພານຸວົງ ແລະ ວັດຊຽງທອງ ນະຄອນ ຫຼວງພະບາງ. ການຝຶກອົບຮົມມີຜູ້ເຂົ້າຮ່ວມທັງໝົດ 21 ທ່ານ ປະກອບດ້ວຍ: • ອາຈານ 6 ທ່ານ ຈາກສາມສະຖາບັນຄື: ສະຖາບັນສິລະປະ ແລະ ການອອກແບບຊຽງໄຮ້, ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລສຸພານຸວົງ, ແລະ ວິທະຍາໄລວິຈິດສິນພື້ນເມືອງຫຼວງພະບາງ • ນັກສຶກສາ 15 ນ້ອງ ຈາກສາມສະຖາບັນດຽວກັນ • ນາຍພາສາ 1 ທ່ານ ຈາກມະຫາວິທະຍາໄລສຸພານຸວົງ • ນັກສຶກສາອາສາສະໝັກແປພາສາ 1 ນ້ອງ ຈາກສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ຮູບແບບກິດຈະກຳຂອງໂຄງການແບ່ງອອກເປັນ 3 ພາກສ່ວນ ຄື: ການເກັບກຳຂໍ້ມູນ ແລະ ການຮຽນຮູ້ຈາກຊ່າງສີມືໃນຊຸມຊົນທ້ອງຖິ່ນ, ການອອກແບບຜະລິດຕະພັນທີ່ສະແດງເຖິງຄວາມເປັນເອກະລັກຂອງຫຼວງພະບາງ ແລະ ການວາງສະແດງຜົນງານ ໃນໄລຍະ 5 ມື້ທຳອິດ ນັກສຶກສາໄດ້ຮັບຟັງການບັນຍາຍ 4 ຫົວຂໍ້ຈາກຜູ້ຊົງຄຸນວຸດທິ 4 ທ່ານ ຈາກຂະແໜງຄຸ້ມຄອງມໍລະດົກໂລກ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ, ວິທະຍາໄລວິຈິດສິນພື້ນເມືອງຫຼວງພະບາງ, ສະຖາບັນສິລະປະ ແລະ ການອອກແບບຊຽງໄຮ້ ແລະ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລສຸພານຸວົງ. ນັກສຶກສາຍັງໄດ້ລົງທັດສະນະສຶກສາວັດທະນະທຳໃນຕົວເມືອງຫຼວງພະບາງ ແລະ ສຶກສາຂະບວນການຜະລິດຫັດຖະກຳຕົວຈິງໃນຊຸມຊົນຕ່າງໆ ເຊັ່ນ ບ້ານຊ່າງຄ້ອງ, ບ້ານຜານົມ, ແລະ ບ້ານຈ່ານ. ນັກສຶກສາໄດ້ແບ່ງອອກເປັນ 2 ກຸ່ມຫຼັກ ຄື: 1. ກຸ່ມທີ່ໄດ້ແຮງບັນດານໃຈຈາກ ຮູບແບບສະຖາປັດຕະຍະກຳ 2. ກຸ່ມທີ່ໄດ້ແຮງບັນດານໃຈຈາກ ຫັດຖະກຳທ້ອງຖິ່ນ ແຕ່ລະກຸ່ມປະກອບດ້ວຍນັກສຶກສາຈາກທັງ 3 ສະຖາບັນ ພາຍໃຕ້ການຊີ້ນຳຂອງອາຈານຈາກທັງລາວ ແລະ ຈີນ. ໃນອາທິດທີສອງ ນັກສຶກສາໄດ້ລົງມືປະຕິບັດການອອກແບບຕົວຈິງ ພາຍໃຕ້ການຊີ້ນຳຂອງອາຈານ ແລະ ຜູ້ຊ່ຽວຊານດ້ານການອອກແບບ ແລະ ສິລະປະ. ເປົ້າໝາຍແມ່ນເພື່ອໃຫ້ຜະລິດຕະພັນທີ່ອອກແບບໂດຍນັກສຶກສາສາມາດນຳໃຊ້ໄດ້ຈິງ ເປັນທີ່ດຶງດູດໃຈຂອງຕະຫຼາດ ແລະ ນັກທ່ອງທ່ຽວ ເຊັ່ນ: ເຄື່ອງທີ່ລະລຶກ,ຈອກນ້ຳ ແລະ ເຄື່ອງໃຊ້ໃນຊີວິດປະຈຳວັນ. ທັງນີ້ ຍັງໄດ້ຄຳນຶງເຖິງຄວາມເໝາະສົມທາງວັດທະນະທຳ ແລະ ການຮັກສາຄຸນຄ່າອັນເປັນເອກະລັກຂອງຫຼວງພະບາງຢ່າງຖືກຕ້ອງ. ໃນວັນທີ 24 ກໍລະກົດ 2026 ໂຄງການໄດ້ຮັບກຽດຕ້ອນຮັບ ທ່ານ ກົງສູນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ເຂົ້າຮ່ວມພິທີປິດງານຢ່າງເປັນທາງການ ພ້ອມທັງໃຫ້ກຽດໂອ້ລົມແກ່ນັກສຶກສາຈາກທັງສອງປະເທດ. ການເຂົ້າຮ່ວມຂອງທ່ານກົງສູນໃຫຍ່ ຖືເປັນຂີດໝາຍອັນດີ ແລະ ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນແກ່ການຮ່ວມມືທາງວິຊາການ ໂດຍສະເພາະດ້ານການສຶກສາລະຫວ່າງ ສປປ ລາວ ແລະ ສປ ຈີນ. ໃນງານ ນັກສຶກສາໄດ້ນຳສະເໜີຜົນງານຕໍ່ໜ້າຄະນະອາຈານ ແລະ ຄະນະກຳມະການຈາກ: • ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລສຸພານຸວົງ • ສະຖາບັນສິລະປະ ແລະ ການອອກແບບຊຽງໄຮ້ • ວິທະຍາໄລວິຈິດສິນພື້ນເມືອງແຂວງຫຼວງພະບາງ • ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ • ຕາງໜ້າຊຸມຊົນທ້ອງຖິ່ນ ແລະ ພາກສ່ວນເອກະຊົນ ການຝຶກອົບຮົມຄັ້ງນີ້ຖືວ່າໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້, ຜົນສຳເລັດທີ່ສຳຄັນປະກອບມີ: 1. ການສົ່ງເສີມການຮ່ວມມືລະຫວ່າງລາວ-ຈີນ: ເປັນການສ້າງຄວາມສຳພັນອັນດີ ແລະ ເປັນຂີດໝາຍໃໝ່ຂອງການຮ່ວມມືລະຫວ່າງສະຖາບັນການສຶກສາຂອງລາວ ແລະ ຈີນ. 2. ການພັດທະນາທັກສະໃຫ້ແກ່ນັກສຶກສາ: ນັກສຶກສາໄດ້ພັດທະນາທັກສະການອອກແບບທີ່ຄຳນຶງເຖິງຄຸນຄ່າວັດທະນະທຳລາວ, ຄວາມເປັນເອກະລັກຂອງທ້ອງຖິ່ນ, ສະພາບແວດລ້ອມ, ການໃຊ້ງານທີ່ຫຼາກຫຼາຍ, ແລະ ຄວາມຍືນຍົງ. 3. ການສ້າງສັນນະວັດຕະກຳເພື່ອໃຫ້ເຂົ້າກັບຄວາມຕ້ອງການຂອງຍຸກສະໄໝ: ນັກສຶກສາໄດ້ຮຽນຮູ້ການສ້າງສັນຜົນງານທີ່ປະສົມປະສານຄວາມທັນສະໄໝເຂົ້າກັບມໍລະດົກວັດທະນະທຳອັນດີງາມຂອງຫຼວງພະບາງ. ການຝຶກອົບຮົມໃນຄັ້ງນີ້ເຮັດໃຫ້ຖອດຖອນບົດຮຽນໄດ້ຫຼາຍດ້ານ ເປັນຕົ້ນແມ່ນ: ການວາງສະແດງຜົນງານສາທາລະນະ ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງການເຊື່ອມຈອດວຽກວິຊາການກັບຊຸມຊົນ. ການຮ່ວມມືຂ້າມວັດທະນະທຳ ເຮັດໃຫ້ນັກສຶກສາຈາກຫຼາຍສະຖາບັນໄດ້ແລກປ່ຽນແນວຄິດ ຊຶ່ງເປັນປະໂຫຍດຕໍ່ການພັດທະນາການອອກແບບ. ການປະຍຸກໃຊ້ຄວາມຮູ້ ເຊິ່ງນັກສຶກສາໄດ້ນຳເອົາຄວາມຮູ້ພາກທິດສະດີມາແກ້ໄຂບັນຫາຕົວຈິງ ເຊິ່ງຊ່ວຍຍົກລະດັບທັກສະການແກ້ໄຂບັນຫາ. ໂຄງການຝຶກອົບຮົມພາກຮຽນລະດູຮ້ອນຄັ້ງນີ້ ຖືເປັນບາດກ້າວສຳຄັນຂອງການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳລະຫວ່າງ ສປປ ລາວ ແລະ ສປ ຈີນ. ຜ່ານການຮຽນຮູ້ພາກປະຕິບັດຕົວຈິງ ແລະ ການແລກປ່ຽນຂ້າມວັດທະນະທຳ, ນັກສຶກສາທັງສອງປະເທດໄດ້ຮັບທັງຄວາມຮູ້ ແລະ ປະສົບການອັນລ້ຳຄ່າ ພ້ອມທັງໄດ້ສ້າງສາຍພົວພັນອັນດີງາມຮ່ວມກັນ. ແຫຼ່ງຂໍ້ມູນ: ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລສຸພານຸວົງ ຮ່ວມກັບ ສະຖາບັນສິລະປະ ແລະ ການອອກແບບ ຊຽງໄຮ້, ສປ ຈີນ.