ໃນຕອນເຊົ້າຂອງວັນທີ 28 ສິງຫາ 2026 ທີ່ ຫ້ອງປະຊຸມສໍານັກງານ ມະຫາວິທະຍາໄລ ສຸພານຸວົງ ໄດ້ມີພິທີຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນຈາກ ສສ ຫວຽດນາມ, ໃຫ້ກຽດຕ້ອນຮັບໂດຍທ່ານ ຮສ. ວິລະ ອາໂນລັກ ຜູ້ອໍານວຍການມະຫາວິທະຍາໄລສຸພານຸວົງ, ມີຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ຮອງຜູ້ອໍານວຍການມະຫາວິທະຍາໄລ, ຫົວໜ້າຫ້ອງການ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ຝ່າຍຜູ້ແທນຈາກ ສສ ຫວຽດນາມ ນໍາພາໂດຍທ່ານ ຫງວຽນດຶກເຊີນ ຜູ້ອຳນວຍການ ມະຫາວິທະຍາໄລສ້າງຄູ ຮ່າໂນຍ ພ້ອມດ້ວຍຄະນະ, ເຊິ່ງປະກອບດ້ວຍຜູ້ຕາງໜ້າຈາກ ກະຊວງສຶກສາທິການ ແລະ ກໍ່ສ້າງ ແລະ ມະຫາວິທະຍາໄລຕ່າງໆຈາກ ສສ ຫວຽດນາມ 10 ແຫ່ງ ເຂົ້າຮ່ວມ. ຈຸດປະສົງຂອງການພົບປະໃນຄັ້ງນີ້ເພື່ອ ສານສາຍສຳພັນການຮ່ວມມືແບບພິເສດລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະການພັດທະນາດ້ານການສຶກສາຮ່ວມກັນໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ. ສາຍພົວພັນ ລາວ-ຫວຽດນາມ ເປັນສາຍພົວພັນແບບພິເສດທີ່ມີຄວາມໝາຍເລິກເຊິ່ງ ແລະ ຍາວນານເຊິ່ງສອງປະເທດໄດ້ຮ່ວມຜ່ານຜ່າບັນດາໄລຍະທີ່ສຳຄັນຂອງປະຫວັດສາດ ດ້ວຍຈິດໃຈແຫ່ງຄວາມສາມັກຄີ, ຄວາມໄວ້ວາງໃຈ, ການເຄົາລົບ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ຄວາມສຳພັນອັນແໜ້ນແຟ້ນນີ້ ໄດ້ກາຍເປັນຮາກຖານສຳຄັນໃຫ້ສອງປະເທດສາມາດຮ່ວມມື ແລະ ສະໜັບສະໜູນກັນໃນຫຼາຍດ້ານ ເຊັ່ນ: ການເມືອງ, ເສດຖະກິດ, ການສຶກສາ, ວິທະຍາສາດ, ວັດທະນະທຳ, ການພັດທະນາບຸກຄະລາກອນ ແລະ ດ້ານອື່ນໆ. ໃນໄລຍະຜ່ານມາ ມະຫາວິທະຍາໄລສຸພານຸວົງ ໄດ້ມີການຮ່ວມມືກັບບັນດາສະຖາບັນ ແລະ ມະຫາວິທະຍາໄລຂອງ ສສ ຫວຽດນາມ ຈຳນວນ 9 ແຫ່ງ, ໄດ້ມີການຈັດກອງປະຊຸມປຶກສາຫາລື, ການຮ່ວມມືດ້ານວິຊາການ, ການສ້າງຫຼັກສູດຮ່ວມ, ນອກນັ້ນຍັງມີການຮັບອາສາສະໝັກຈາກ ສສ ຫວຽດນາມ ມາປະຈຳຢູ່ ມະຫາວິທະຍາໄລ ສູພານຸວົງ ອີກດ້ວຍ.