ປະກາດ
ເປີດຮັບບົດຄົ້ນຄວ້າວິທະຍາສາດ (ບົດຄັດຫຍໍ້ເປັນພາສາອັງກິດ) ເຂົ້າຮ່ວມກອງປະຊຸມສໍາມະນາວິຊາການ ລະດັບສາກົນ ຄັ້ງທີ 9 (CARSU9) ໃນວັນທີ 06 ພະຈິກ 2026 ທີ່ ມະຫາວິທະຍາໄລ ສຸພານຸວົງ
- ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ມະຫາວິທະຍາໄລສຸພານຸວົງ ສະບັບເລກທີ 279/ນຍ, ລົງວັນທີ 22 ພຶດສະພາ 2024. ຜູ້ອຳນວຍການ ມະຫາວິທະຍາໄລ ສຸພານຸວົງ ຂໍແຈ້ງມາຍັງ ນັກຄົ້ນຄວ້າ ທັງພາຍໃນ ແລະ ຕ່າງປະເທດ ຊາບວ່າ ມະຫາວິທະຍາໄລ ສຸພານຸວົງ ຈະໄດ້ຈັດກອງປະຊຸມສຳາມະນາວິຊາການ ລະດັບສາກົນ ຄັ້ງທີ 9 (International Conference of the CARSU 9) ພາຍໃຕ້ຫົວຂໍ້: ການພັດທະນາວິທະຍາສາດ,ການສຶກສາ, ນະວັດຕະນະກຳ ແລະ ເສດຖະກິດ-ສັງຄົມ (Theme: Science,Education, Innovation and Socio-EconomicDevelopment) ເພື່ອເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ ແບບເປີດກວ້າງ ແລະ ສະຫະສາຂາວິຊາ ໂດຍບົດດັ່ງກ່າວ ຕ້ອງເປັນບົດ ທີ່ບໍ່ໄດ້ຕີພິມລົງໃນວາລະສານ ແລະ ບໍ່ໄດ້ນຳາສະເໜີໃນກອງປະຊຸມສຳມະນາວິຊາການ ມາກ່ອນ, ດັ່ງມີລາຍລະອຽດລຸ່ມນີ້:
• ເປີດຮັບບົດຄົ້ນຄວ້າ (ບົດຄັດຫຍໍ້ເປັນພາສາອັງກິດ) ແລະ PPT ເປັນພາສາອັງກິດ ຮອດວັນທີ 10 ຕຸລາ 2026 ສົ່ງບົດ ມາທີ່ ອີເມວ: carsu@su.edu.la;
• ຄ່າລົງທະບຽນສໍາລັບຜູ້ນໍາສະເໜີ (ພາຍໃນ ສປປ ລາວ) ແມ່ນ 600,000 ກີບ/ບົດ/ຄົນ ແລະ 50 USD/ບົດ/ຄົນ (ສຳ ລັບນັກຄົ້ນຄວ້າຕ່າງປະເທດ) ລົງທະບຽນບໍ່ໃຫ້ກາຍວັນທີ 10ຕຸລາ 2026;
• ສໍາລັບຜູ້ເຂົ້າຮ່ວມກອງປະຊຸມ (ບໍ່ໄດ້ນຳສະເໜີບົດ) ແມ່ນລົງທະບຽນ 400,000 ກີບ/ຄົນ (ພາຍໃນ ສປປ ລາວ) ແລະ 25 USD (ສໍາລັບນັກຄົ້ນຄວ້າຕ່າງປະເທດ) ລົງທະບຽນບໍ່ໃຫ້ກາຍວັນທີ 10 ຕຸລາ 2026;
• ກໍລະນີ ບົດທີ່ນໍສະເໜີໃນກອງປະຊຸມ ສົນໃຈຕີພິມລົງວາລະສານວິທະຍາສາດ ມສ (SpcialIssue: Fasttrack, 2026), ແມ່ນໃຫ້ສົ່ງບົດຄວາມທີ່ເປັນສະບັບເຕັມ (Full Paper) ມາທີ່ອີເມວ carsu(@su.edu.la ສ່ວນຄ່າ ລົງທະບຽນ ຕີພິມລົງວາລະສານ ແມ່ນ 1,000,000 ກີບ/ບົດ ແລະ 60 USD (ສໍາລັບນັກຄົ້ນຄວ້າຕ່າງປະເທດ) (ບໍ່ລວມຄ່າລົງທະບຽນນໍສະເໜີບົດ)
• ກອງປະຊຸມຈັດຂຶ້ນໃນ ວັນທີ 06 ພະຈິກ 2026; ທ່ານສາມາດເຂົ້າມາລົງທະບຽນໄດ້ທີ ່ ຫ້ອງການຄມຄອງວິຊາການ ຫຼື ໂອນເຂົ້າບັນຊີເງິນກີບ (LAK) 04220020000001155 ອອກຊື່ SOUPHANOUVONG UNIVERSITY JOURNAL;
• ນັກຄົ້ນຄວ້າທີ່ນຳສະເໜີ ຫຼື ເຂົ້າຮ່ວມ ແມ່ນຈະໄດ້ຮັບໃບຢັ້ງຢືນ 1 ໃບ/ບົດ, ໄດ້ຮັບຂອງທີ່ລະນຶກ, ມີອາຫານຫວ່າງ ແລະ ອາຫານທ່ຽງ;
• ຕິດຕໍ່ພົວພັນຂໍ້ມູນທີ່ເບີ: +856 20 22 350 136 ຫຼື +856 20 22 978 915.
ຮູບພາບ