ໂດຍສືບຕໍ່ວາລະກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາປະຈໍາສົກສຶກສາ 2025-2026 ແລະ ທິດທາງແຜນການພັດທະນາການສຶກສາ ສົກສຶກສາ 2026-2027 ຂອງ ມະຫາວິທະຍາໄລສຸພານຸວົງ, ໃນຕອນເຊົ້າຂອງວັນທີ 25 ສິງຫາ 2026 ທີ່ ສະໂມສອນໃຫຍ່ໄດ້ຈັດພິທີມອບໃບຢັ້ງຢືນຕໍາແໜ່ງວິຊາການ ແລະ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, 2 ທັນວາ 1975-2025 ໃຫ້ແກ່ພະນັກງານ-ອາຈານພາຍໃນມະຫາວິທະຍາໄລສຸພານຸວົງ, ໂດຍການເປັນປະທານຂອງທ່ານ ຮສ. ວິລະ ອາໂນລັກ ຜູ້ອໍານວຍການມະຫາວິທະຍາໄລສຸພານຸວົງ, ມີຄະນະຜູ້ອໍານວຍການ, ຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ, ຫົວໜ້າຫໍສະໝຸດ, ຫົວໜ້າສູນ, ພະນັກງານອາຈານທົ່ວມະຫາວິທະຍາໄລສຸພານຸວົງ ແລະແຂກຖືກເຊີນເຂົ້າຮ່ວມ 300 ກວ່າຄົນ. ໃນພິທີໄດ້ມີການຜ່ານມະຕິກອງປະຊຸມປະຈໍາສົກສຶກສາ 2026-2027, ພ້ອມທັງຈັດພິທີມອບໃບຢັ້ງຢືນຕໍາແໜ່ງວິຊາການ ແລະ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, 2 ທັນວາ 1975-2025; ໃນນັ້ນ, ການມອບໃບຢັ້ງຢືນຕໍາແໜ່ງວິຊາການໃຫ້ກຽດມອບໂດຍທ່ານ ຮສ. ວິລະ ອາໂນລັກ ຜູ້ອໍານວຍການມະຫາວິທະຍາໄລສຸພານຸວົງ, ເຊິ່ງໃນສົກສຶກສາ 2025-2026 ມະຫາວິທະຍາໄລສຸພານຸວົງ ໄດ້ມີຜູ້ຮັບຕໍາແໜ່ງວິຊາການຂັ້ນອາຈານ 8 ຄົນ, ຍິງ 2 ຄົນ, ຂັ້ນຜູ້ຊ່ວຍອາຈານ 6 ຄົນ, ຍິງ 5 ຄົນ. ສໍາລັບການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, 2 ທັນວາ 1975-2025 ໃຫ້ກຽດປະດັບຫຼຽນໂດຍທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ແຂວງຫຼວງພະບາງ ເຊິ່ງມີຜູ້ຮັບທັງໝົດ 194 ຄົນ. ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາປະຈໍາສົກສຶກສາ 2025-2026 ແລະ ທິດທາງແຜນການພັດທະນາການສຶກສາສົກສຶກສາ 2026-2027 ຂອງ ມະຫາວິທະຍາໄລສຸພານຸວົງ ໄດ້ດໍາເນີນໄປເປັນເວລາ 2 ວັນ ຄືວັນທີ 24-25 ສິງຫາ 2026 ແລະໄດ້ປິດລົງດ້ວຍໝາກຜົນອັນຈົບງາມ