ຂ່າວສານ
ມະຫາວິທະຍາໄລ ສຸພານຸວົງ ເປີດການສອບເສັງຄັດເລືອກນັກສຶກສາໃໝ່ ເຂົ້າຮຽນຕໍ່ລະດັບປະລິນຍາຕີ ສົກສຶກສາ 2026-2027.
ວລາ 8:30 ໂມງ ຂອງວັນທີ 21 ເດືອນສິງຫາ ປີ 2026 ນີ້, ຢູ່ທີ່ ມະຫາວິທະຍາໄລ ສຸພານຸວົງ (ມສ) ໄດ້ມີການຈັດພິທີເປີດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຕໍ່ໃນລະດັບປະລິນຍາຕີ (ຫຼັກສູດ 4 ປີ ແລະ 5 ປີ) ປະຈຳສົກສຶກສາ 2026-2027 ຢ່າງເປັນທາງການ.
ພິທີເປີດຊອງຫົວບົດສອບເສັງ ແລະ ການດຳເນີນການສອບເສັງໃນຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຮສ. ວິລະ ອາໂນລັກ, ຜູ້ອຳນວຍການ ມະຫາວິທະຍາໄລ ສຸພານຸວົງ. ພ້ອມນີ້, ກໍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ວິໄລພອນ ກັນຍາສອນ, ຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ຂວງຫຼວງພະບາງ, ບັນດາທ່ານຮອງຜູ້ອຳນວຍການ, ຫົວໜ້າຫ້ອງການ, ຄະນະບດີ, ພ້ອມດ້ວຍຄະນະກຳມະການທີ່ຮັບຜິດຊອບການສອບເສັງ, ກວດກາ ແລະ ຍາມຫ້ອງເສັງເຂົ້າຮ່ວມຢ່າງຄົບຖ້ວນ.
ການສອບເສັງຄັດເລືອກນັກສຶກສາໃໝ່ໃນສົກສຶກສານີ້ ຖືເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ໃນການຍົກສູງຄຸນນະພາບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ເພື່ອສະໜອງໃຫ້ກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ໃນປີນີ້, ມະຫາວິທະຍາໄລ ສຸພານຸວົງ ໄດ້ເປີດຮັບນັກສຶກສາເຂົ້າຮຽນໃນ 17 ສາຂາວິຊາ, ເຊິ່ງແບ່ງອອກເປັນ 2 ກຸ່ມຂະແໜງການຫຼັກ ຄື:
1. ກຸ່ມ A (STEM: ວິທະຍາສາດທຳມະຊາດ): ປະກອບມີ ສາຂາວິທະຍາສາດການລ້ຽງສັດ, ວິທະຍາສາດ ແລະ ເຕັກໂນໂລຊີອາຫານ, ສັດຕະວະແພດ, ວິທະຍາສາດສິ່ງແວດລ້ອມ, ວິສະວະກຳວັດສະດຸສາດ, ສະຖາປັດຕະຍະກຳ, ສະຖາປັດຕະຍະກຳພາຍໃນ ແລະ ບໍລິຫານງານສະຖາປັດ.
2. ກຸ່ມ B (NON-STEM: ວິທະຍາສາດສັງຄົມ): ປະກອບມີ ສາຂາພັດທະນາຜະລິດຕະພັນກະສິກຳ-ການຕະຫຼາດ, ເສດຖະສາດ, ການຄ້ານານາຊາດ, ບໍລິຫານການໂຮງແຮມ, ທຸລະກິດລະຫວ່າງປະເທດ, ຫຼັກສູດບາງຊາດບໍລິຫານການທ່ອງທ່ຽວ, ສື່ສານມວນຊົນ, ພາສາເກົາຫຼີ ແລະ ພາສາຫວຽດນາມ.
ໃນໂອກາດດັ່ງກ່າວ, ທ່ານ ຮສ. ວິລະ ອາໂນລັກ ໄດ້ສະແດງທັດສະນະ ແລະ ໃຫ້ທິດຊີ້ນຳຕໍ່ຄະນະກຳມະການສອບເສັງ ໂດຍເນັ້ນໃສ່ການຈັດການສອບເສັງໃຫ້ມີຄວາມໂປ່ງໃສ, ຍຸຕິທຳ, ມີຄວາມລະບຽບຮຽບຮ້ອຍ ແລະ ເປັນໄປຕາມມາດຕະຖານການປະເມິນຜົນທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ. ພ້ອມກັນນັ້ນ, ທ່ານຍັງໄດ້ໃຫ້ກຳລັງໃຈ ແລະ ອວຍພອນໃຫ້ບັນດານັກສອບເສັງທຸກໆທ່ານ ຈົ່ງມີສະມາທິ, ຕັ້ງໃຈ ແລະ ນຳໃຊ້ຄວາມຮູ້ຄວາມສາມາດຂອງຕົນຢ່າງເຕັມສ່ວນ ເພື່ອໃຫ້ຍາດໄດ້ຜົນການສອບເສັງທີ່ດີ.
ການສອບເສັງຄັດເລືອກໄດ້ດຳເນີນໄປດ້ວຍບັນຍາກາດທີ່ເຄັ່ງຮ້ອນ, ມີຄວາມລະບຽບຮຽບຮ້ອຍ ແລະ ຖືກຕ້ອງຕາມຂັ້ນຕອນທີ່ໄດ້ກຳນົດໄວ້.
ຮູບພາບ