ພົວພັນແລະການຮ່ວມມືຕ່າງປະເທດ
ທີ່ຕັ້ງ ແລະ ພາລະບົດບາດ
ຫ້ອງການພົວພັນຕ່າງປະເທດ ຂຽນຫຍໍ້ ພຕທ ເປັນກົງຈັກບໍລິຫານ, ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ ຄະນະນຳ ມະຫາວິທະຍາໄລ ດ້ານວຽກງານພົວພັນຮ່ວມມືກັບຕ່າງປະເທດ, ເປັນໃຈກາງໃນການປະສານງານກັບບັນດາຄະນະວິຊາ, ຫ້ອງການ, ການຈັດຕັ້ງຕ່າງໆ ຢູ່ມະຫາວິທະຍາໄລ ສຸພານຸວົງ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ.
ໜ້າທີ່
ຫ້ອງການພົວພັນຕ່າງປະເທດ ມີໜ້າທີ່ດັ່ງນີ້:
- ສຶກສາອົບຮົມ ດ້ານການເມືອງ, ແນວຄິດ, ຄຸນສົມບັດ ແລະ ລະບຽບຕ່າງໆ ໃຫ້ແກ່ພະນັກງານພາຍໃນຫ້ອງການໃຫ້ເປັນພົນລະເມືອງດີຂອງຊາດ;
- ຄົ້ນຄວ້າຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ຄຳແນະນຳໄປຜັນຂະຫຍາຍເປັນແຜນການ, ແຜນງານ,ໂຄງການ ທັງໄລຍະສັ້ນ ແລະ ໄລຍະຍາວ.
- ສັງລວມໂຄງການ, ຕິດຕາມ, ກວດກາ ແລະ ປະເມີນຜົນ ກ່ຽວກັບການພົວພັນຮ່ວມມືກັບຕ່າງປະເທດຈາກບັນດາຄະນະວິຊາຕ່າງໆ.
- ສົ່ງເສີມຫົວຄິດປະດິດສ້າງດ້ານການພົວພັນຮ່ວມມື, ວິຊາການ ໃຫ້ສອດຄ່ອງກັບຄວາມຖືກຕ້ອງ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ.
- ຄຸ້ມຄອງຂໍ້ມູນການຮ່ວມມືກັບຕ່າງປະເທດພື່ອຕິດຕາມ, ກວດກາ ແລະ ປະເມີນຜົນຕາມລະບຽບຫຼັກການ.
- ຄຸ້ມຄອງ, ຕິດຕາມຊ່ຽວຊານ ແລະ ນັກສຶກສາຕ່າງປະເທດຕາມລະບຽບຫຼັກການ.
- ຜັນຂະຫຍາຍຜົນຂອງການຮ່ວມມືອອກສູ່ສັງຄົມ, ຊອກຫາແຫ່ງຂໍ້ມູນ-ຂ່າວສານຢູ່ພາຍໃນ ແລະ ຕ່າງປະເທດ; ຈັດຕັ້ງເຜີຍແຜ່ໃຫ້ສັງຄົມຮັບຮູ້ດ້ວຍຮູບການຈັດສຳມະນາ ແລະ ຝຶກອົບຮົມ.
- ຂື້ນແຜນນໍາໃຊ້ງົບປະມານ, ແຫຼ່ງລາຍຮັບ, ວັດຖຸ-ອຸປະກອນ, ອາຄານ-ສະຖານທີ່ ແລະ ພາຫະນະທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ.
- ສະຫຼຸບລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການການເຄື່ອນໄຫວດ້ານການຮ່ວມມືຂອງຄະນະວິຊາຕ່າງໆ ຕາມການມອບໝາຍ.
- ພົວພັນ-ປະສານງານກັບບັນດາຫ້ອງການ, ຄະນະວິຊາ ແລະ ການຈັດຕັ້ງຕ່າງໆຢູ່ ມະຫາວິທະຍາໄລ ສຸພານຸວົງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
- ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.
ຂອບເຂດສິດ
ຫ້ອງການພົວພັນຕ່າງປະເທດມີຂອບເຂດສິດດັ່ງນີ້:
- ສັງລວມ, ສະຫຼຸບ ແລະ ລາຍງານທຸກການເຄື່ອນໄຫວການພົວພັນຮ່ວມມືຂອງມະຫາວິທະຍາໄລ ສຸພານຸວົງ ໃຫ້ຂັ້ນເທິງຊາບ ເປັນແຕ່ລະໄລຍະ.
- ສະເໜີແຜນພັດທະນາການຮ່ວມມືດ້ານວິຊາການແລກປ່ຽນບົດຮຽນ-ປະສົບການຂອງຄູ-ອາຈານ ແລະ ຊ່ຽວຊານ;
- ສະເໜີແຜນການຮ່ວມມືກັບບັນດາຂະແໜງການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ;
- ປະຕິບັດນະໂຍບາຍຕໍ່ພະນັກງານ,ຄູ-ອາຈານພາຍໃນຫ້ອງການຕາມລະບຽບຫຼັກການ;
- ປະຕິບັດສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.
ໂຄງປະກອບກົງຈັກ
ຫ້ອງການພົວພັນຕ່າງປະເທດ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:
- ພະແນກຮ່ວມມືສາກົນ
- ພະແນກຄຸ້ມຄອງຊ່ຽວຊານ ແລະ ນັກສຶກສາຕ່າງປະເທດ
ພະແນກບໍລິຫານ ແລະ ພິທີການ
ໂຄງປະກອບບຸກຄະລາກອນ
ຫ້ອງການພົວພັນຕ່າງປະເທດ ປະກອບດ້ວຍ ຫົວໜ້າຫ້ອງການ 1 ທ່ານ, ຮອງຫົວໜ້າຫ້ອງການ 1 ທ່ານ, ຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ພະນັກງານສະມາຊິກຈຳນວນໜຶ່ງ ທີ່ໄດ້ຮັບການແຕ່ງຕັ້ງຕາມລະບຽບການ.
ໜ້າທີ່ ແລະ ຂອບເຂດສິດຂອງ ຫົວໜ້າຫ້ອງການ ແລະ ຮອງຫົວໜ້າຫ້ອງການ
- ຫົວໜ້າຫ້ອງການມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ ແລະ ຂອບເຂດສິດທີ່ໄດ້ກຳນົດໄວ້
ໃນມາດຕາ 3 ແລະ ມາດຕາ 4 ຂອງຂໍ້ຕົກລົງສະບັບນີ້.
- ຮອງຫົວໜ້າຫ້ອງການມີໜ້າທີ່ຊ່ວຍຮັບຜິດຊອບວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າ
ໃນກໍລະນີຫົວໜ້າບໍ່ຢູ່, ຮອງຫົວໜ້າຫ້ອງການມີສິດບໍລິຫານວຽກງານດ້ານຕ່າງໆຕາມການມອບ
ໝາຍທີ່ເປັນລາຍລັກອັກສອນ.
ໜ້າທີ່ ແລະ ຂອບເຂດສິດຂອງແຕ່ລະພະແນກ
- ພະແນກຮ່ວມມືສາກົນມີໜ້າທີ ແລະ ຂອບເຂດສິດ ດັ່ງນີ້:
- ສ້າງແຜນໂຄງການພົວພັນຮ່ວມມືກັບອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.
- ຕິດຕໍ່ປະສານ, ສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກສຶກສາ ແລະ ຊ່ຽວຊານຕ່າງປະເທດ.
- ກວດກາ, ປະເມີນຜົນ, ສະຫຼຸບລາຍງານການຈັດຕັ້ງປະຕິບັດການຮ່ວມມືກັບບັນດາອົງການຈັດຕັ້ງຕ່າງໆຢ່າງເປັນປົກກະຕິ.
- ຮ່າງໜັງສືຂໍອານຸມັດພະນັກງານ, ນັກສຶກສາ ເພື່ອເດີນທາງໄປຕ່າງປະເທດ.
- ລາຍງານການຮ່ວມມືກັບຕ່າງປະເທດໃຫ້ແກ່ຄະນະນຳຊາບ.
- ສ້າງບົດວິພາກ, ຮ່າງໜັງສືສະເໜີ ຂໍອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ(MOU) ລະຫວ່າງ
ອົງການຈັດຕັ້ງພາຍນອກກັບອົງການຈັດຕັ້ງພາຍໃນ ມະຫາວິທະຍາໄລ ສຸພານຸວົງ.
- ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.
- ພະແນກຄຸ້ມຄອງຊ່ຽວຊານ ແລະ ນັກສຶກສາຕ່າງປະເທດ ມີໜ້າທີແລະ ຂອບເຂດສິດ ດັ່ງນີ້:
- ສ້າງແຜນຄຸ້ມຄອງຊ່ຽວຊານ ແລະ ນັກສຶກສາຕ່າງປະເທດ, ສະເໜີຂັ້ນເທິງເພື່ອຂໍອະນຸມັດຍ້ອງຍໍ,
ແລະ ມອບໃບກຽດຕິຄຸນຕາມຄວາມເໝາະສົມ.
- ອຳນວຍຄວາມສະດວກໃຫ້ແກ່ຊ່ຽວຊານ ແລະ ນັກສຶກສາຕ່າງປະເທດທີ່ມາສຶກສາ ແລະ ປະຕິບັດໜ້າທີ່ ວຽກງານຢູ່ ມສ.
- ກະກຽມພິທີຮັບ-ສົ່ງ, ພິທີມອບໃບຍ້ອງຍໍໃຫ້ແກ່ອາສາສະໜັກ, ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ.
- ເຜີຍແຜ່ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.
- ຮ່າງໜັງສືສະເໜີຂໍອະນຸມັດຮັບເອົາ, ວິຊາເຂົ້າ-ອອກ ສປປ ລາວ, ບັດປະຈຳຕົວ, ການລາພັກຂອງຊ່ຽວຊານ ແລະ ນັກສຶກສາຕ່າງປະເທດ.
- ຕິດຕາມ, ກວດກາ ແລະ ປະເມີນຜົນ ເກັບກຳສະຖິຕິ ແລະ ຂໍ້ມູນຕ່າງໆ ກ່ຽວກັບຊ່ຽວຊານ ແລະ ນັກສຶກສາເປັນແຕ່ລະໄລຍະ.
- ປະຕິບັດໜ້າທີ່ ແລະ ສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.
- ພະແນກບໍລິຫານ ແລະ ພິທີການ ມີໜ້າທີແລະ ຂອບເຂດສິດ ດັ່ງນີ້:
- ກະກຽມພິທີເຊັນບົດບັນທຶກຄວາມຮ່ວມມືລະຫວ່າງ ມສ ກັບອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ.
- ພົວພັນປະສານງານກັບບັນດາຄະນະ, ຫ້ອງການ ແລະ ການຈັດຕັ້ງຕ່າງໆ ຢູ່ ມສ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ.
- ເຜີຍແຜ່ຂໍ້ມູນຂ່າວສານ ຢູ່ພາຍໃນ ແລະ ຕ່າງປະເທດ.
- ສ້າງແຜນການ, ສະເໜີຄວາມຕ້ອງການທາງດ້ານອຸປະກອນ, ເຄື່ອງໃຊ້ຫ້ອງການ ແລະ ປະຕິບັດນະໂຍບາຍຕ່າງໆ ໃຫ້ບັນດາສະມາຊິກພາຍໃນຫ້ອງການ.
- ກະກຽມສັງລວມເອກະສານຕ່າງໆ ໃຫ້ຄະນະນຳໄປປະຊຸມ, ສຳມະນາ, ທັດສະນະສຶກສາຕ່າງປະເທດ.
- ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.
ການພົວພັນປະສານງານ.
- ຫ້ອງການພົວພັນຕ່າງປະເທດ ມີສິດພົວພັນ-ປະສານງານໂດຍກົງກັບບັນດາຫ້ອງການ, ບັນດາຄະນະ,ສູນ, ວິທະຍາໄລ, ຫໍສະໝຸດກາງ ພາຍໃນ ມະຫາວິທະຍາໄລ ສຸພານຸວົງ.
- ພົວພັນ ແລະ ປະສານງານ ທາງດ້ານການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ.