su.edu.la

ຄຳຂ້ວນ

ສ້າງກິດຈະກຳໃຫ້ເປັນເລີດ, ເຊີດຊູວັດທະນະທຳ, ນຳສູ່ຄຸນນະພາບ, ສ້າງສະພາບແວດລ້ອມເປັນສີຂຽວ, ຄຸ້ມຄອງຕ້ານປະກົດການຫຍໍ້ທໍ້ ແລະ ປົກປັກຮັກສາຄວາມສະອາດສວຍງາມ ເພື່ອສ້າງເງື່ອນໄຂທູກດ້ານ ໃຫ້ສະຖາບັນກ້າວສູ່ມາດຕະຖານສາກົນ ເທື່ອລະກ້າວ.

ປະຫວັດຄວາມເປັນມາຂອງຫ້ອງການຄຸ້ມຄອງນັກສຶກສາ

ໃນສົກປີ 2003-2006 ຫ້ອງການຄຸ້ມຄອງນັກສຶກສາ ໃນໄລຍະກ່ອນເປັນພະແນກກິດຈະການນັກສຶກສາທີ່ຂຶ້ນກັບຫ້ອງການບໍລິຫານ, ມີພະນັກງານພຽງແຕ່ 3 ທ່ານເທົ່ານັ້ນ, ຈາກນັ້ນຈຶ່ງໄດ້ຍົກລະດັບຂຶ້ນມາເປັນຫ້ອງການຄຸ້ມຄອງນັກສຶກສາໃນປີ 2006 ໂດຍແມ່ນທ່ານ ປຕ ນາງ ດາວອນ ສີສຸລາດ ເປັນຫົວໜ້າຄົນທຳອິດ ແລະ ບໍລິຫານມາຮອດປີ 2009 ໂດຍປະກອບມີບຸກຄະລາກອນພຽງແຕ 6 ທ່ານ ທີ່ຂຶ້ນກັບສຳນັກງານອະທິການບໍດີ ໄດ້ດຳເນີນວຽກງານຕາມພາລະໜ້າທີ່ ທີ່ຂັ້ນເທິງໄດ້ມອບໝາຍໃຫ້, ຈາກນັ້ນອະດິດ ປຕ ກອງຈັນ ຄອງເກດ ເປັນຫົວໜ້າຫ້ອງການຄົນທີ 2 ໃນປີ 2009-2012.

– ປີ 2013 ແມ່ນ ທ່ານ ປທ ຕຸລາກອນ ສຸລິຍາ ເຮັດໜ້າທີ່ວ່າການແທນຫົວໜ້າຫ້ອງການ.
– ປີ 2014 ແມ່ນ ທ່ານ ປຕ ແພງສີ ແກ້ວບຸນມີ ເຮັດໜ້າທີ່ວ່າການແທນຫົວໜ້າຫ້ອງການ.
– ປີ 2015 ແມ່ນ ທ່ານ ປທ ເພັດສະໜອນ ສຸລິວົງ ເປັນຫົວໜ້າຫ້ອງການ.

ຈົນເຖິງປະຈຸບັນໄດ້ມີການປັບປຸງການຈັດຕັ້ງ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໂດຍໄດ້ແຕ່ງຕັ້ງ ທ່ານ ປທ ທິບພະກອນ ຖາວອນສັກ ເປັນຫົວໜ້າຫ້ອງຄຸ້ມຄອງນັກສຶກສາ; ເຊິ່ງປະກອບມີບຸກຄະລາກອນພາຍໃນຫ້ອງການທັງໜົດ 10 ທ່ານ, ຍິງ 5 ທ່ານ, ໂດຍມີຂໍ້ກໍານົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງຮ່າງການຈັດຕັ້ງຂອງຫ້ອງການ ແລະ ແບບແຜນວິທີການເຮັດວຽກ ເພື່ອເປັນບ່ອນອີງທາງດ້ານນິຕິກຳຂອງຫ້ອງການຄຸ້ມຄອງນັກສຶກສາ ໃນການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດຂອງ ມສ ກໍຄືການຈັດຕັ້ງປະຕິບັດໜ້າທີ່ໃຫ້ເປັນໄປຕາມຂອບເຂດສິດ ແລະ ໜ້າຂອງບຸກຄະລາກອນທີ່ໄດ້ຮັບການແຕ່ງຕັ້ງ ແລະ ແນວທາງນະໂຍບາຍຂອງພັກ-ລັດ.

ທີ່ຕັ້ງ ແລະ ພາລະບົດບາດ

ຫ້ອງການຄຸ້ມຄອງນັກສຶກສາຂຽນຫຍໍ້ “ ຄນ ” ເປັນກົງຈັກບໍລິຫານ ເຊິ່ງມີພາລະບົດບາດເປັນເສນາທິການ ໃຫ້ແກ່ອະທິການບໍດີ ທາງດ້ານການສຶກສາອົບຮົມ, ຄຸ້ມຄອງ ແລະ ເຄື່ອນໄຫວກິດຈະກໍາຕ່າງໆ ຂອງນັກສຶກສາໃຫ້ສອດຄ່ອງກັບລະບຽບການ ທີ່ ມະຫາວິທະຍາໄລສຸພານຸວົງ ກຳນົດໄວ້.

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

  1. ສຶກສາອົບຮົມດ້ານການເມືອງແນວຄິດ, ຄຸນສົມບັດ ແລະ ລະບຽບກົດໝາຍຕ່າງໆໃຫ້ແກ່ນັກສຶກສາເພື່ອສ້າງນັກສຶກສາໃຫ້ເປັນພົນລະເມືອງດີ ແລະ ຮັບໃຊ້ສັງຄົມຢ່າງຖືກຕ້ອງ.
  1. ສ້າງແຜນການ, ແຜນງົບປະມານ ແລະ ຄຸ້ມຄອງການເຄື່ອນໄຫວກິດຈະກຳຕ່າງໆຂອງນັກສຶກສາ, ນຳພານັກກິລາ,ນັກສິລະປະ ຂອງມະຫາວິທະຍາໄລສຸພານຸວົງ ຝຶກແອບເປັນປະຈໍາເພື່ອກຽມພ້ອມຮ່ວມຂະບວນການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.
  1. ເກັບກຳຊີວະປະຫວັດ, ຂໍ້ມູນ, ສະຖິຕິນັກສຶກສາລາວ ແລະ ນັກສຶກສາຕ່າງປະເທດທີ່ສຶກສາຢູ່ ມສ.
  2. ປັບປຸງ, ຮ່າງກົດລະບຽບຕ່າງໆກ່ຽວກັບການຄຸ້ມຄອງນັກສຶກສາໃຫ້ແທດເໝາະກັບສະພາບການແຕ່ລະໄລຍະ
  3. ຄຸ້ມຄອງ, ດູແລ, ສຶກສາອົບຮົມທາງດ້ານການເມືອງ, ແນດຄິດ, ຄຸນສົມບັດ ແລະ ລະບຽບການຕ່າງໆໃຫ້ກັບນັກສຶກສາທີ່ນອນນອກ ແລະ ໃນຫໍພັກ.
  1. ຄຸ້ມຄອງນຳໃຊ້ງົບປະມານ, ພາຫະນະ ແລະ ວັດຖຸສິ່ງຂອງສ່ວນລວມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນບົນພື້ນຖານດ້ວຍຄວາມປະຢັດສົມເຫດສົມຜົນ.
  1. ພົວພັນປະສານງານກັບຄະນະວິຊາ, ຈັດຕັ້ງກິດຈະກຳເສີມຫຼັກສູດຮ່ວມກັນເພື່ອໃຫ້ນັກສຶກສາຫ່າງໄກການດື່ມເຫຼົ້າເມົາສຸລາ ແລະ ສິ່ງເສບຕິດອື່ນໆ.
  1. ສະຫລຸບ-ລາຍງານກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວຂອງພະນັກງານ-ອາຈານພາຍໃນຫ້ອງການ ແລະນັກສຶກສາເປັນປົກກະຕິ.
  1. ປະຖົມພະຍາບານຂັ້ນພື້ນຖານໃຫ້ບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາທົ່ວມະຫາວິທະຍາໄລ.

ຂອບເຂດສິດ

  1. ສະເໜີແຜນການເຄື່ອນໄຫວວຽກງານສຶກສາອົບຮົມ, ການຄຸ້ມຄອງ ແລະ ການເຄື່ອນໄຫວກິດຈະກຳນັກສຶກສາ
  2. ນໍາສະເໜີບັນດາຮ່າງນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະ ກິດຈະກໍາຂອງນັກສຶກສາ.
  3. ປະຕິບັດນະໂຍບາຍ ແລະ ລະບຽບວິໄນຕ່າງໆ ຕໍ່ນັກສຶກສາໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
  4. ຕິດຕາມ, ກວດກາ, ຊຸກຍູ້ການປະຕິບັດແຜນການເຄື່ອນໄຫວກິດຈະກຳຕ່າງໆ ແລະ ແລກປ່ຽນຂໍ້ມູນກັບແຕ່ລະຄະນະວິຊາ.
  1. ສະເໜີຂັ້ນເທິງເພື່ອຍ້ອງຍໍນັກສຶກສາ ຜູ້ທີ່ມີຜົນງານການເຄື່ອນໄຫວດີເດັ່ນ ປະຈໍາແຕ່ລະສົກສຶກສາ.
  2. ສະຫລຸບລາຍງານຜົນການຈັດຕັ້ງການເຄື່ອນໄຫວກິດຈະກຳຕ່າງໆ ຂອງນັກສຶກສາເປັນແຕ່ລະໄລຍະ ເພື່ອໃຫ້ຂັ້ນເທິງຮັບຊາບ.
  1. ນໍາໃຊ້ງົບປະມານ, ພາຫະນະ, ແຫລ່ງລາຍຮັບ, ວັດຖຸອຸປະກອນ, ອາຄານສະຖານທີ່ໆ ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຕາມການຈັດສັນໃຫ້ຂອງຂັ້ນເທິງ.