ຄຳຂວັນ: “ ສະຕິປັນຍາ, ສາມັກຄີ, ສີວິໄລ, ສຸຂານາໄມ ແລະ ສະພາບແວດລ້ອມເປັນມິດ”
ວິໄສທັດ “ລົງເລິກວິຊາສະເພາະ ພັດທະນາທ້ອງຖິ່ນ ກ້າວສູ່ມາດຕະຖານ ສາກົນ”
ພາລະກິດ:
ພາລະບົດບາດຫຼັກ ຂອງມະຫາວິທະຍາໄລສຸພານຸວົງ ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍພາບລວມແລ້ວຄື ການປະຕິບັດໜ້າທີ່ໃນການກໍ່ສ້າງ ແລະ ພັດທະນາບຸກຄະລາກອນ ຕອບສະໜອງຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ ເຊິ່ງມີໜ້າທີ່ລວມດັ່ງນີ້:
- ສ້າງນັກວິຊາການ ແລະ ນັກບໍລິຫານໃຫ້ບັນລຸຕາມຈຸດໝາຍກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ; ດໍາເນີນ ແລະ ສົ່ງເສີມການຄົ້ນຄ້ວາວິທະຍາສາດເພື່ອແນ່ໃສ່ຜະລິດຄວາມຮູ້ ແລະ ຍົກສະມັດທະພາບຂອງງານໃນສັງຄົມໃຫ້ສູງຂຶ້ນ.
- ບໍລິການວິຊາການທີ່ມີຄຸນນະພາບໃຫ້ຊຸມຊົນໂດຍເຮັດໃຫ້ການເຄື່ອນໄຫວຂອງ ມສ ຕິດພັນກັບການຜະລິດທຸລະກິດທັງພາກລັດ ແລະ ເອກະຊົນ.
- ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາທ້ອງຖິ່ນຕິດພັນກັບຮີດຄອງປະເພນີອັນດີງາມຂອງຊາດສົມທົບກັບການຮັບເອົາສິ່ງຍອດຍິ່ງດ້ານວັດທະນະທໍາຂອງໂລກ.
- ສ້າງມະຫາວິທະຍາໄລ ໃຫ້ກາຍເປັນແຫຼ່ງຂໍ້ມູນຂ່າວສານດ້ານວິທະຍາສາດ ແລະ ເຕັກໂນໂລຊີ (ລະບົບ e-learning, e-Library and e-Government).
- ສະໜອງການສຶກສາຊັ້ນສູງລະດັບອະນຸປະລິນຍາ, ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ເພື່ອກໍ່ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໃນສາຂາວິຊາຕ່າງໆ ຕອບສະໜອງໄດ້ທັງປະລິມານ ແລະ ຄຸນນະພາບໃຫ້ແກ່ສັງຄົມ.
- ຈັດຕັ້ງການຄົ້ນຄວ້າ ວິທະຍາສາດສາຂາຕ່າງໆ ພ້ອມເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດທີ່ມີຜົນປະໂຫຍດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.
- ປົກປັກຮັກສາ, ອະນຸລັກ ແລະ ເສີມຂະຫຍາຍສິນລະປະວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດກໍຄືຂອງປະຊາຊົນລາວບັນດາເຜົ່າ, ສຶກສາຮຽນຮູ້ ແລກປ່ຽນ ແລະ ຮັບເອົາວັດທະນະທໍາອັນຍອດຍິ່ງຂອງສາກົນຢ່າງມີການເລືອກເຟັ້ນ.
- ຈັດຕັ້ງການບໍລິການທາງດ້ານວິຊາການແກ່ສັງຄົມ.
ແຜນຍຸດທະສາດ:
ເພື່ອເຮັດໃຫ້ ການພັດທະນາຄຸນນະພາບການສຶກສາບັນລຸຕາມວິໄສທັດ ແລະ ພາລະກິດ ດັ່ງກ່າວ ມະຫາວິທະຍາໄລສຸພານຸວົງ ຈຶ່ງໄດ້ກຳນົດ 6 ຍຸດທະສາດໃນການພັດທະນາແຕ່ລະດ້ານດັ່ງນີ້:
- ຂະຫຍາຍ ແລະ ສົ່ງເສີມການເຂົ້າຮຽນໃຫ້ຫຼາຍຂື້ນ;
- ພັດທະນາ ແລະ ປັບປຸງຄຸນະພາບການຮຽນ-ການສອນ;
- ສົ່ງເສີມການຄົ້ນຄວ້າວິທະຍາສາດແລະການບໍລິການວິຊາການ;
- ພັດທະນາລະບົບການບໍລິຫານ ແລະ ຄຸ້ມຄອງ;
- ສົ່ງເສີມການຮ່ວມມືພາຍໃນ ແລະ ຕ່າງປະເທດ.
- ການຂະຫຍາຍພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ
- ທົບທວນຄືນສະພາບການພັດທະນາມະຫາວິທະຍາໄລສຸພານຸວົງໄລຍະ 5 ປີ 2011-2015
- ສະພາບການພັດທະນາມະຫາວິທະຍາໄລສຸພານຸວົງໄລຍະ 5 ປີ 2011-2015 ໂດຍຫຍໍ້
- ສະຫຼຸບຜົນສໍາເລັດຈັດຕັ້ງປະຕິບັດແຜນພັດທະນາການສຶກສາ 5ປີ (2011-2015)
- ແຜນງານຂະຫຍາຍໂອກາດເຂົ້າຮຽນ
- ແຜນງານປັບປຸງຄຸນນະພາບການສຶກສາ ແລະ ຄວາມສອດຄ່ອງ
- ວຽກງານພັດທະນາຫຼັກສູດ
- ວຽກງານບໍາລຸງຍົກລະດັບ ແລະ ຝຶກອົບຮົມຄູ
- ວຽກງານສຶກສາຄົ້ນຄວ້າວິໄຈ
- ວຽກງານຮັບປະກັນຄຸນນະພາບການສຶກສາ
- ແຜນງານບໍລິຫານ ແລະ ຄຸ້ມຄອງການສຶກສາ
- ວຽກງານການເມືອງແນວຄິດ
- ວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານແຜນການ ແລະ ການເງິນ
- ວຽກງານຄຸ້ມເຄຫາສະຖານ
- ວຽກງານກິດຈະກໍານັກສຶກສາ
- ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ
- ວິໄສທັດປິ 2030 ແລະ ຍຸດທະສາດຮອດປີ 2025ແລະ ແຜນພັດທະນາມະຫາວິທະຍາໄລສຸພານຸວົງ 2016-2020
- ບ່ອນອີງ
- ການວິເຄາະຈຸດດີ, ຈຸດອອ່ນ, ໂອກາດ ແລະ ສິ່ງທ້າທາຍຕໍ່ການພັດທະນາມະຫາວິທະຍາໄລສຸພານຸວົງ
- ຈຸດດີ
- ຈຸດອອ່ນ
- ໂອກາດ
- ສິ່ງທ້າທາຍ
- ວິໄສທັດປິ 2030 ແລະ ຍຸດທະສາດການພັດທະນາມະຫາວິທະຍາໄລສຸພານຸວົງໄລຍະ 10ປີ (2016-2025)
- ວິໄສທັດ
- ພາລະກິດ
- ເນື້ອໃນຍຸດທະສາດ
- ແຜນຍຸດທະສາດທີ I : ຂະຫຍາຍ ແລະ ສົ່ງເສີມການເຂົ້າຮຽນໃຫ້ຫຼາຍຂື້ນໂດຍເອົາໃຈໃສ່ເພດຍິງ ແລະ ສົ່ງເສີມຜູ້ທີ່ມີຜົນການຮຽນດີ
- ຍຸດທະສາດທີ 2: ພັດທະນາ ແລະ ປັບປຸງຄຸນະພາບການຮຽນ-ການສອນໃນມະຫາວິທະຍາໄລ
- ແຜນຍຸດທະສາດທີ 3. ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ
- ແຜນຍຸດທະສາດທີ 4. ພັດທະນາລະບົບການປົກຄອງ, ການບໍລິຫານ ແລະ ການຄຸ້ມຄອງ
- ແຜນຍຸດທະສາດທີ 5. ການຂະຫຍາຍພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ
- ແຜນຍຸດທະສາດທີ6 : ພັດທະນາການຮ່ວມມືທັງພາຍໃນແລະຕ່າງປະເທດ
- ການຈັດຕັ້ງປະຕິບັດ ແລະ ຂອບການຕິດຕາມ ປະເມີນຜົນ
- ວິທີຈັດຕັ້ງປະຕິບັດ
- ຂອບການຕິດຕາມປະເມີນຜົນ
- ໂຄງການ ADB
- ໂຄງການ EDCF
- ໂຄງການ KOICA