su.edu.la

1. ຄະນະອະທິການບໍດີປະກອບດ້ວຍ:

ຮສ ວິລະ ອານຸລັກ ອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ
ຮສ ປທ ສີອານຸວົງ ສະຫວັດວົງ ຮອງອະທິການບໍດີ ຝ່າຍວິຊາການ ມະຫາວິທະຍາໄລ ສຸພານຸວົງ
ປຕ ດາວອນ ສີສຸລາດ ຮອງອະທິການບໍດີ ຝ່າຍ………. ມະຫາວິທະຍາໄລ ສຸພານຸວົງ
ປອ ສຸລິເດດ ແກ້ວບົວລະເພັດ ຮອງອະທິການບໍດີ ຝ່າຍ…………ມະຫາວິທະຍາໄລ ສຸພານຸວົງ

2. ສຳນັກງານອະທິການບໍດີ

ໃນສຳນັກງານອະທິການບໍດີ ປະກອບດ້ວຍບັນດາຫ້ອງການຕ່າງໆ ດັ່ງນີ້: ຫ້ອງການ ບໍລິຫານສັງລວມ, ຫ້ອງການ ການເງິນ, ຫ້ອງການ ວິຊາການ, ຫ້ອງການ ກວດກາ, ຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ, ຫ້ອງການ ຄຸ້ມຄອງນັກສຶກສາ, ຫ້ອງການ ຄຸ້ມຄອງເຄຫາ ແລະ ບໍລິການ, ຫ້ອງການ ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ຫ້ອງການ ຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຫໍສະໝຸດກາງ, ສູນເຕັກໂນໂລຊີຂໍ້ມູນຂ່າວສານ, ສູນເຕັກໂນໂລຊີລາວ-ເກົາຫຼີ, ສະບັນຂົງຈື

3. ກົງຈັກວິຊາການ ລວມມີ 6 ຄະນະວິຊາຄື:

1. ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້
2. ຄະນະເສດຖະສາດ ແລະ ການທ່ອງທ່ຽວ
3. ຄະນະພາສາສາດ.
4. ຄະນະສຶກສາສາດ
5. ຄະນະສະຖາປັດຕະຍະກຳສາດ
6. ຄະນະວິສະວະກຳສາດ.

4. ໂຄງປະກອບບຸກຄະລາກອນ

1) ສະພາ ມສ ປະກອບດ້ວຍ: ປະທານ 1 ທ່ານ, ຮອງປະທານ 1 ທ່ານ (ອະທິການບໍດີ) ແລະ ສະມາຊິກຈຳນວນ 24 ທ່ານ.
2) ຄະນະກຳມາທິການບໍລິຫານ ປະກອບດ້ວຍ: ອະທິການບໍດີເປັນປະທານ, ຮອງອະທິການບໍດີຝ່າຍບໍລິຫານເປັນຮອງ, ແລະ ສະມາຊິກຈຳນວນ 19 ທ່ານ
3) ຄະນະກຳມາທິການວິຊາການ ປະກອບດ້ວຍ: ທ່ານ ອະທິການບໍດີເປັນປະທານ, ທ່ານ ຮອງອະທິການບໍດີຝ່າຍວິຊາການເປັນຮອງປະທານ ແລະ ສະມາຊິກ 19 ທ່ານ.
4) ຕຳແໜ່ງບໍລິຫານ ປະກອບດ້ວຍ: ອະທິການບໍດີ, ຮອງອະທິການບໍດີ 2 ທ່ານ (1 ທ່ານຮັບຜິດຊອບວຽກບໍລິຫານ ແລະ 1 ທ່ານຮັບຜິດຊອບວຽກວິຊາການ)

ນອກຈາກນີ້ມີຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າ ແລະ ຮອງຫົວໜ້າພາກວິຊາ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ຜູ້ອຳນວຍການຫໍສະໝຸດ, ສູນ IT, ພະນັກງານຄູອາຈານ ແລະ ພະນັກງານຮັບໃຊ້ຈຳນວນໜຶ່ງ.
ຄຽງຄູ່ກັນນີ້ໃນ ມສ ຍັງມີລະບົບການເມືອງປະກອບດ້ວຍ 5 ໜ່ວຍພັກ, ມີ 3 ອົງການຈັດຕັ້ງມະຫາຊົນຄື: ສະຫະພັນກຳມະບານລາວ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫະພັນແມ່ຍິງລາວ ພ້ອມກັນຊີ້ນຳ ນຳພາ ແລະ ສ້າງຂະບວນການປະຕິບັດໜ້າທີການເມືອງຂອງ ມສ ໃຫ້ຫລ້ອນຕາມວິໄສທັດ, ຍຸດທະສາດ ແລະ ແຜນການ 5 ປີ 2016-2022