ປະຫວັດຄວາມເປັນມາ
ຫ້ອງການວິຊາການແມ່ນ ໜຶ່ງໃນ 9 ຫ້ອງການທີ່ຂຶ້ນກັບມະຫາວິທະຍາໄລ ສຸພານຸວົງ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນພ້ອມກັບການສ້າງ ມະຫາວິທະຍາໄລ ສຸພານຸວົງ ໃນວັນທີ 4 ພະຈິກ 2003
ພາລະບົດບາດ
ຫ້ອງການວິຊາການຂຽນຫຍໍ້ “ວກ” ເປັນກົນຈັກດ້ານບໍລິຫານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະບໍດີດ້ານວຽກງານວິຊາການ ການຮຽນ-ການສອນເປັນຈຸດໃຈກາງໃນດ້ານການປະສານງານກັບບັນດາຄະນະວິຊາຢູ່ພາຍໃນ ມະຫາວິທະຍາໄລ ສຸພານຸວົງ ແລະ ພາກສ່ວນຕ່າງໆທິ່ກ່ຽວຂ້ອງ
ຫົວໜ້າຫ້ອງການ ແລະ ຮອງຫົວໜ້າຫ້ອງການ
- ສຶກສາອົບຮົມດ້ານການເມືອງແນວຄິດ, ຄຸນສົມບັດ ແລະ ລະບຽບກົດໝາຍຕ່າງໆ ໃຫ້ແກ່ພະນັກງານ, ຄູ-ອາຈານພາຍໃນຄວາມຮັບຜິດຊອບຂອງຕົນ ເພື່ອກາຍເປັນພະນັກງານທີ່ດີ.
- ວາງແຜນຍຸດທະສາດການພັດທະນາທາງດ້ານວິຊາການຂອງມະຫາວິທະຍາໄລ.
- ສັງລວມແຜນການ, ໂຄງການກ່ຽວກັບການພັດທະນາດ້ານວິຊາການຈາກຄະນະວິຊາຕ່າງໆ.
- ປະເມີນຜົນການຮຽນ-ການສອນຂອງແຕ່ລະຄະນະວິຊາເປັນແຕ່ລະໄລຍະ
- ຊຸກຍູ້, ຕິດຕາມ, ກວດກາການປະຕິບັດແຜນການ,ໂຄງການຫລັກສູດການຮຽນ–ການສອນ ຂອງຄະນະວິຊາຕ່າງໆ;
- ຄຸ້ມຄອງເອກະສານການລົງທະບຽນ, ຄຸ້ມຄອງທະບຽນນັກສຶກສາເຂົ້າຮຽນ, ຄຸ້ມຄອງທະບຽນນັກສຶກສາທີ່ຈົບການສຶກສາ ພ້ອມກັບຄຸ້ມຄອງສະຖິຕິນັກສຶກສາທົ່ວມະຫາວິທະຍາໄລສຸພານຸວົງ.
- ອອກບັດນັກສຶກສາ, ຄຸ້ມຄອງບັດນັກສຶກສາ, ອອກໃບຢັ້ງຢືນການສຶກສາຊົ່ວຄາວ, ກວດກາເນື້ອໃນຂອງ ປະກາສະນີຍະບັດ ເພື່ອລາຍງານອະທິການບໍດີ.
- ຄົ້ນຄວ້າເງື່ອນໄຂ ການຍົກຍ້າຍ, ການໂຈະການຮຽນ ຂອງນັກສຶກສາ ເພື່ອສະເໜີຕໍ່ອະທິການບໍດີພິຈາລະນາ.
- ຄົ້ນຄວ້າ, ພັດທະນາຫລັກສູດຂອງມະຫາວິທະຍາໄລໃຫ້ແທດເໝາະກັບທ້ອງຖິ່ນ ແລະ ສາກົນ.
- ຄຸ້ມຄອງ ແລະ ການນຳໃຊ້ງົບປະມານ, ພາຫານະ ແລະ ວັດຖຸສິ່ງຂອງສ່ວນລວມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ບົນພື້ນຖານປະຢັດມັດທະຍັດຕາມລະບຽບການ.
- ສະຫລຸບລາຍງານກ່ຽວກັບສະຖິຕິນັກສຶກສາ, ສະຖິຕິອາຈານສອນ, ສະພາບການຈັດຕັ້ງການຮຽນ-ການສອນຂອງແຕ່ລະຄະນະວິຊາໃຫ້ອະທິການບໍດີຮັບຊາບເປັນແຕ່ລະໄລຍະ.
- ສະຫລຸບ-ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນ ແລະ ໂຄງການ ການເຄື່ອນໄຫວ ຂອງ ແຕ່ລະຄະນະວິຊາໃຫ້ອະທິການບໍດີຮັບຊາບຢ່າງເປັນປົກກະຕິ.
- ປະຕິບັດຫນ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.
ຂອບເຂດສິດ
- ນຳສະເຫນີແຜນ ແລະ ໂຄງການພັດທະນາດ້ານວິຊາການຈາກຄະນະວິຊາຕ່າງໆ
- ສະເຫນີແຜນພັດທະນາລະບົບປະກັນຄຸນນະພາບການຮຽນ-ການສອນ ແລະ ການປັບປຸງ ຫລັກສູດ
- ນຳສະເຫນີແຜນ ປັບປຸງ ຂໍ້ກຳນົດ ແລະ ລະບຽບຕ່າງໆ ກ່ຽວກັບວຽກງານວິຊາການ
- ສະເຫນີລາຍງານຜົນການກວດກາສະຖິຕິນັກສຶກສາໃຫ້ທ່ານອະທິການບໍດີຊາບເປັນແຕ່ລະໄລຍະ
- ນຳສະເຫນີການປະຕິບັດນະໂຍບາຍຕ່າງໆຂອງພະນັກງານ-ອາຈານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ
- ເຂົ້າຮ່ວມຄົ້ນຄວ້າຄັດເລືອກບຸກຄະລາກອນບັນຈຸເຂົ້າຕາມຕຳແຫນ່ງງານທາງວິຊາການ
- ເຂົ້າຮ່ວມການປະມູນໃນການຈັດຊື້ອຸປະກອນກ່ຽວກັບວຽກງານວິຊາການ
- ຕິດຕາມກວດກາການຈັດການຮຽນ–ການສອນຂອງອາຈານແຕ່ລະຄະນະວິຊາເພື່ອລາຍງານຕໍ່ຂັ້ນເທິງ
- ປະຕິບັດສິດອື່ນໆຕາມການມອບໝາຍຂອງຂັ້ນເທິງ
ພະແນກທະບຽນ ແລະ ວຸດທິບັດມີ ໜ້າທີ່ ແລະ ຂອບເຂດສິດດັ່ງນີ້:
ຂະແໜງທະບຽນ.
- ເປີດຮັບລົງທະບຽນນັກສຶກສາ
- ປ້ອນຂໍ້ມູນ ນັກສຶກສາໃໝ່ ແລະ ສະຫຼຸບຈຳນວນສະຖິຕິນັກສຶກສາທຸກຊັ້ນປີຮຽນ
- ລາຍງານສະຖິຕິນັກສຶກສາທີ່ມີໜ້າເຂົ້າຮຽນ
- ດຳເນີນການໃຫ້ມີການລົງທະບຽນລາຍວິຊາ, ລົງທະບຽນພາຍຫຼັງທີ່ໝົດກຳນົດການຂໍໂຈະການຮຽນ,ການຂໍຄືນສະຖານະພາບການເປັນນັກສຶກສາ ແລະ ແຈ້ງໃຫ້ຜູ້ກ່ຽວຊາບ
- ຮັບ ແລະ ດຳເນີນການກ່ຽວກັບຄຳຮ້ອງຕ່າງໆທີ່ກ່ຽວຂ້ອງກັບໜ່ວຍງານທະບຽນເຊັ່ນ: ການລາອອກຈາກການເປັນນັກສຶກສາ, ການຂໍໂຈະການຮຽນ, ການໂອນຍ້າຍ, ການຂໍປ່ຽນຊື່ນາມສະກຸນ ວັນເດືອນປີເກີດ ເຫລົ່ານີ້ເປັນຕົ້ນ.
- ສັງລວມຂໍ້ມູນຕ່າງໆກ່ຽວກັບນັກສຶກສາ
- ເກັບກໍາສະຖິຕິນັກສຶກສາເຂົ້າໃໝ່ຈົນຮອດປີສຸດທ້າຍ
- ອອກບັດປະຈຳຕົວນັກສຶກສາ
- ຄຸ້ມຄອງເອກະສານການລົງທະບຽນຂອງນັກສຶກສາທົ່ວມະຫາວິທະຍາໄລສຸພານຸວົງ
- ປະຕິບັດໜ້າທີ່ ແລະ ສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ
ຂະແໜງວຸດທິບັດ
- ສັງຮວມ ແລະ ກວດກາລາຍຊື່ນັກສຶກສາປີສຸດທ້າຍເພື່ອສະເໜີອອກໃບຢັ້ງຢືນຈົບການສຶກສາຊົ່ວຄາວ ແລະປະກາສະນິຍະບັດ.
- ກວດກາຮູບແບບປຶ້ມບົດລາຍງານຈົບຊັ້ນຂອງນັກສຶກສາ
- ພິມໃບປະກາສະນິຍະບັດໃຫ້ນັກສຶກສາຜູ້ທີ່ສຳເລັດການສຶກສາ
- ຄຸ້ມຄອງປຶ້ມຄູ່ມືການຂຽນບົດລາຍງານຈົບຊັ້ນຂອງນັກສຶກສາ
- ປະຕິບັດໜ້າທີ່ ແລະ ສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ
ພະແນກຄຸ້ມຄອງຫຼັກສູດ ແລະ ປະກັນຄຸນະພາບການການສຶກສາ ມີໜ້າທີ່ ແລະ ຂອບເຂດສິດດັ່ງນີ້:
ຂະແໜງຄຸ້ມຄອງຫຼັກສູດ
- ວາງແຜນພັດທະນາການຈັດການຮຽນ-ການສອນແຕ່ລະຫຼັກສູດຂອງມະຫາວິທະຍາໄລສຸພານຸວົງ
- ຕິດຕາມ, ກວດກາ ແລະ ລາຍງານກ່ຽວກັບສະພາບການນໍາໃຊ້ຫຼັກສູດພາຍໃນ ມສ
- ຕິດຕາມ ແລະ ລາຍງານນັກສຶກສາທີ່ໄດ້ຮັບທຶນການສຶກສາຂອງ ມສ
- ສ້າງຂໍ້ກໍານົດ ວ່າດ້ວຍການລົງເຝິກຫັດງານຂອງນັກສຶກສາພາຍໃນ ມສ
- ປະຕິບັດໜ້າທີ່ ແລະ ສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ
ຂະແໜງປະກັນຄຸນນະພາບການສຶກສາ
- ຄຸ້ມຄອງການຈັດການຮຽນ-ການສອນແຕ່ລະຫຼັກສູດຂອງມະຫາວິທະຍາໄລສຸພານຸວົງ
- ສ້າງຂໍ້ກໍານົດ ວ່າດ້ວຍການປະກັນຄຸນະພາບການສຶກສາ ມສ.
- ຕິດຕາມ, ກວດກາ ແລະ ລາຍງານກ່ຽວກັບການຈັດຕັ້ງການຮຽນ-ການສອນ
- ສົມທົບກັບຂະແໜງປະກັນຄຸນນະພາບການຮຽນ-ການສອນຂອງແຕ່ລະຄະນະວິຊາເພື່ອສ້າງເຄື່ອງມືຂອງການປະກັນຄຸນະພາບການສຶກສາ ຂອງ ມສ.
- ສ້າງປະຕິທິນການສຶກສາປະຈໍາແຕ່ລະສົກຂອງ ມສ
- ຕິດຕາມກວດກາການຈັດຕັ້ງປະຕິບັດປະຕິທິນການສຶກສາຂອງແຕ່ລະຄະນະວິຊາພາຍໃນ ມສ
- ເກັບກໍາ ແລະ ຄຸ້ມຄອງແຜນການສອນຂອງແຕ່ລະຄະນະວິຊາພາຍໃນ ມສ
- ຄຸ້ມຄອງປຶ້ມຄູ່ມືຂອງນັກສຶກສາແລະອາຈານປະຈໍາຫ້ອງ
- ປະຕິບັດໜ້າທີ່ ແລະ ສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ
ພະແນກບໍລິຫານມີໜ້າທີ່ແລະຂອບເຂດສິດດັ່ງນີ້:
ຂະແໜງບໍລິຫານ
- ດຳເນີນເອກະສານເຂົ້າ-ອອກ ຫ້ອງການວິຊາການ
- ບໍລິການຮັບ-ສົ່ງຄຳຮ້ອງທີ່ກ່ຽວຂ້ອງກັບຫ້ອງການວິຊາການ
- ສັງຮວມບົດສະຫຼຸບປະຈຳອາທິດ, ປະຈຳເດືອນ, ປະຈຳສາມເດືອນ, ຫົກເດືອນ ແລະ ປະຈໍາປີ
- ແຈກຢາຍບັດນັກສຶກສາ ແລະ ແຈກຢາຍປ້າຍເສື້ອນັກສຶກສາ
- ຮັບຜິດຊອບວຽກງານຮັບແຂກທີ່ເຂົ້າມາພົວພັນວຽກງານຂອງຫ້ອງການ
- ຈັດແຈງເອກະສານເຂົ້າ-ອອກຫ້ອງການ
- ຊ່ວຍວຽກງານຈັດກອງປະຊຸມຕ່າງໆທີ່ທາງຫ້ອງການເປັນເຈົ້າພາບ
ຂະແໜງຄຸ້ມຄອງ
- ຄຸ້ມຄອງຊັບສິນແລະອຸປະກອນຕ່າງໆພາຍໃນຫ້ອງການ
- ຂຶ້ນແຜນຂໍອະນຸມັດສ້ອມແປງອຸປະກອນເປ່ເພພາຍໃນຫ້ອງການ
- ຮັກສາຄວາມເປັນລະບຽບຮຽບຮ້ອຍພາຍໃນຫ້ອງການ
- ເກັບກຳສະຖິຕິພະນັກງານພາຍໃນຫ້ອງການ
- ເຮັດວຽກງານຄຸ້ມຄອງບຸກຄະລາກອນ, ນະໂຍບາຍແລະສະຫວັດດີການຂອງບຸກຄະລາກອນພາຍໃນຫ້ອງການ
ໂຄງປະກອບການຈັດຕັ້ງ
- ພະແນກທະບຽນ ແລະ ວຸດທິບັດ
- ພະແນກຄຸ້ມຄອງຫຼັກສູດ ແລະ ປະກັນຄຸນະພາບການສຶກສາ
- ພະແນກບໍລິຫານ
ໂຄງປະກອບບຸກຄະລາກອນ
ຫ້ອງການວິຊາການປະກອບມີບຸກຄະລາກອນ 15 ຕຳແໜ່ງໃນນັ້ນມີຄື:
- ຫົວຫນ້າຫ້ອງການ 1 ຕຳແໜ່ງ
- ຮອງຫົວຫນ້າຫ້ອງການ 2 ຕຳແໜ່ງ
- ຫົວຫນ້າພະແນກ 3 ຕຳແໜ່ງ
- ຮອງຫົວຫນ້າພະແນກ3 ຕຳແໜ່ງ
- ພະນັກງານວິຊາການ 6 ຕຳແໜ່ງ