ຫ້ອງການເຄຫາ-ບໍລິການ
- ປະຫວັດຄວາມເປັນມາຫ້ອງການຄຸ້ມຄອງເຄຫາ
ມະຫາວິທະຍາໄລສຸພານຸວົງໄດ້ຮັບການສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີສະບັບ ເລກທີ 169/ນຍ, ລົງວັນທີ 4 ພະຈິກ 2003 ດຳເນີນການຈັດການຮຽນ-ການສອນ ພາຍໃຕ້ການນຳພາຂອງຜູ້ອຳນວຍການ ລວມມີ 2 ຫ້ອງການ ຄື: ຫ້ອງການບໍລິຫານ ແລະ ຫ້ອງການວິຊາການ; ວຽກງານຄຸ້ມຄອງເຄຫະສະຖານໃນນາມເປັນພະແນກເຄຫະ-ບໍລິການ ຕາມຂໍ້ຕົກລົງ ສະບັບເລກທີ 441/ຈຕ.ມສວ, ລົງວັນທີ 14/6/2004 ພາຍໃຕ້ການຊີ້ນຳຂອງຮອງຫົວໜ້າຫ້ອງການ ທ່ານ ທອງສຸກ ພົງສະກຸນ. ມາເຖິງປີ 2007 ຫ້ອງການຄຸ້ມຄອງເຄຫາໄດ້ຮັບການສ້າງຕັ້ງຕາມຂໍ້ຕົກລົງຂອງອະທິການບໍດີວ່າດ້ວຍໂຄງປະກອບການຈັດຕັ້ງຂອງມະຫາວິທະຍາໄລສຸພານຸວົງ, ສະບັບເລກທີ 1842/ມສ, ລົງວັນທີ 1/11/2007 ໂດຍແມ່ນທ່ານ ທອງສຸກ ພົງສະກຸນ ເປັນຫົວໜ້າຫ້ອງການຄຸ້ມຄອງເຄຫະສະຖານ-ບໍລິການ ລວມມີ 2 ພະແນກ: ພະແນກອອກແບບ-ກໍ່ສ້າງ ແລະ ສ້ອມແປງ ແລະ ພະແນກຄຸ້ມຄອງຊັບສິນ. ມາເຖິງວັນທີ 15/8/2008 ຫົວໜ້າຫ້ອງການຄຸ້ມຄອງເຄຫາ-ບໍລິການ ໄດ້ຄົບອາຍຸອອກຮັບເບ້ຍບຳນານຕາມຂໍ້ຕົກລົງ ເລກທີ 1853/ສສ.ຈຕ2008, ລົງວັນທີ 5/8/2008. ຫຼັງຈາກນັ້ນ ທ່ານ ໄພວັນ ດວງພະຈັນ ໄດ້ຮັບການແຕ່ງຕັ້ງເປັນວ່າການຮອງຫົວໜ້າຫ້ອງການ ຕາມຂໍ້ຕົກລົງເລກທີ 941/ມສ.ຈຕ, ລົງວັນທີ 16/7/2008 ແລະ ຮັບໜ້າທີ່ຄຸ້ມຄອງຫ້ອງການຄຸ້ມຄອງເຄຫາ-ບໍລິການ ຈົນມາເຖິງ ວັນທີ 3/7/2013 ທ່ານ ສິງທອງ ມະໂນລົດ ຫົວໜ້າພະແນກບໍລິການ-ສ້ອມແປງ ເຮັດໜ້າທີ່ຮັກສາການແທນຫົວໜ້າຫ້ອງການ ຕາມຂໍ້ຕົກລົງ ສະບັບເລກທີ 1213/ມສ.ຈຕ. ມາເຖິງປີ 2015 ທ່ານ ຈັນ ແສງເພັດ ໄດ້ຮັບການແຕ່ງຕັ້ງຕົກລົງເປັນຫົວໜ້າຫ້ອງການຄຸ້ມຄອງເຄຫາ ແລະ ບໍລິການ ຕາມຂໍ້ຕົກລົງ ເລກທີ 13/ມສ.ຈຕ, ລົງວັນທີ 5/1/2015 ຈົນຖິງ ປະຈຸບັນ.
- ພາລະບົດບາດຫ້ອງການຄຸ້ມຄອງເຄຫາແລະ ບໍລິການ
ຫ້ອງການຄຸ້ມຄອງເຄຫາ ແລະ ບໍລິການ ຂຽນຫຍໍ້ ” ຄບ ” ເປັນກົງຈັກບໍລິຫານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ອະທິການບໍດີ ທາງດ້ານວຽກງານຄຸ້ມຄອງເຄຫາ ແລະ ບໍລິການ, ເປັນຈຸດໃຈກາງໃນການປະສານງານ ກັບບັນດາຄະນະວິຊາ, ຫ້ອງການ, ສູນ, ສະຖາບັນ, ຫໍສະໝຸດ ແລະ ການຈັດຕັ້ງຕ່າງໆ ຢູ່ພາຍໃນ ແລະ ພາຍນອກ ມະຫາວິທະຍາໄລສຸພານຸວົງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຊິ່ງປະກອບມີ 3 ພະແນກຄື : ພະແນກກໍ່ສ້າງ-ສ້ອມແປງ, ພະແນກຄຸ້ມຄອງຊັບສິນ ແລະ ພະແນກບໍລິຫານຫ້ອງການ.
- ໜ້າທີ່ຫ້ອງການຄຸ້ມຄອງເຄຫາແລະ ບໍລິການ
- ສຶກສາອົບຮົມແນວຄິດ-ການເມືອງ, ຄຸນສົມບັດ ທັດສະນະຕ່າງໆ ໃຫ້ມີຄວາມເປັນລະບຽບ ແລະ ສອດຄ່ອງກັບການປະຕິບັດກົດໝາຍໃຫ້ພະນັກງານ ໃນການຄຸ້ມຄອງຂອງຫົວໜ້າຫ້ອງການໃຫ້ກາຍ ເປັນຄົນທີ່ມີອຸດົມຄະຕິ ສັງຄົມນິຍົມ, ມີຫຼັກໝັ້ນການເມືອງ, ມີຄວາມຊື່ສັດ, ກາຍເປັນພະນັກງານຫ້າວຫັນ ມີຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ວິຊາສະເພາະ ແລະ ວຽກງານທີ່ໄດ້ຮັບມອບໝາຍສຳເລັດຜົນ ຢ່າງມີປະສິດທິພາບ.
- ສັງລວມແຜນ, ໂຄງການກ່ຽວກັບການຄຸ້ມຄອງເຄຫາສະຖານຈາກບັນດາຄະນະວິຊາ, ບັນດາຫ້ອງການ, ຫໍສະໝຸດ ແລະ ສູນຕ່າງໆ ເພື່ອສ້າງເປັນແຜນລວມ, ຂຶ້ນບັນຊີ, ໃສ່ລະຫັດຊັບສິນ ແລະ ກວດກາຕິດຕາມສະພາບຊັບສົມບັດ (ສັງຫາລິມະຊັບ ແລະ ອະສັງຫາລິມະຊັບ) ຢ່າງເປັນປົກກະຕິ.
- ຄຸ້ມຄອງ, ວາງແຜນການກໍ່ສ້າງເຄຫະສະຖານກໍ່ຄືສິ່ງອຳນວຍຄວາມສະດວກເຄຫະສະຖານໃຫ້ໄດ້ມາດຕະຖານ ແລະ ສອດຄ່ອງກັບລະບຽບການທີ່ວາງອອກ.
- ຕິດຕາມການປະຕິບັດສັນຍາຮັບເໝົາກໍ່ສ້າງ, ການສ້ອມແປງທີ່ມະຫາວິທະຍາໄລສຸພານຸວົງໄດ້ຮັບການພິຈາລະນາກ່ຽວກັບການເຊົ່າ, ການສຳປະທານ, ການຕິດຕັ້ງໄຟຟ້າ, ອຸປະກອນໄຟຟ້າ, ເອເລັກໂຕນິກ, ລະບົບນ້ຳປະປາ, ລະບົບນ້ຳເສຍ, ເຟີນິເຈີ, ການກໍ່ສ້າງອາຄານ ແລະ ສິ່ງອຳນວຍຄວາມສະດວກທັງໝົດ;
- ຄຸ້ມຄອງວາງແຜນນຳໃຊ້ເນື້ອທີ່ດິນທີ່ລັດຖະບານມອບໝາຍໃຫ້ມະຫາວິທະຍາໄລ ສຸພານຸວົງ ໃຫ້ສອດ ຄ່ອງກັບກົດໝາຍລະບຽບການຄຸ້ມຄອງທີ່ດິນ ແລະ ຜັງເມືອງ.
- ກວດກາ, ປະເມີນຜົນ, ສະຫຼຸບ ແລະ ສ່ອງແສງ ວຽກງານທີ່ຕົນຮັບຜິດຊອບລາຍງານຕໍ່ອະທິການບໍດີຢ່າງເປັນປົກກະຕິ.
- ໜ້າທີ່ແລະ ຂອບເຂດສິດພາຍໃນຫ້ອງການຄຸ້ມຄອງເຄຫາ ແລະ ບໍລິການ
- ຫົວໜ້າຫ້ອງການ
ມີຄວາມຮັບຜິດຊອບຊີ້ນຳລວມໃນສຶກສາອົບຮົມແນວຄິດ-ການເມືອງ, ຄຸນສົມບັດ ທັດສະນະຕ່າງໆ ໃຫ້ມີຄວາມເປັນລະບຽບ ແລະ ສອດຄ່ອງກັບການປະຕິບັດກົດໝາຍໃຫ້ພະນັກງານ ໃນການຄຸ້ມຄອງຂອງຫົວໜ້າຫ້ອງການໃຫ້ກາຍເປັນຄົນທີ່ມີອຸດົມຄະຕິສັງຄົມນິຍົມ, ມີຫຼັກໝັ້ນການເມືອງ, ມີຄວາມຊື່ສັດ, ມີຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ວິຊາສະເພາະ ແລະ ວຽກງານທີ່ໄດ້ຮັບມອບໝາຍສຳເລັດຜົນ ຢ່າງມີປະສິດທິພາບ, ສັງລວມແຜນ, ໂຄງການກ່ຽວກັບການຄຸ້ມຄອງເຄຫາສະຖານ, ຄຸ້ມຄອງຊັບສິນຂອງລັດ, ຄຸ້ມຄອງການວາງແຜນນຳໃຊ້ເນື້ອທີ່ດິນທີ່ລັດຖະບານມອບໝາຍໃຫ້ມະຫາວິທະຍາໄລສຸພານຸວົງໃຫ້ສອດຄ່ອງກັບກົດໝາຍລະບຽບການຄຸ້ມຄອງທີ່ດິນ ແລະ ຜັງເມືອງ.
- ຮອງຫົວໜ້າຫ້ອງການ
ມີໜ້າທີ່ຮັບຜິດຊອບວຽກງານຕ່າງໆ ຮ່ວມກັບຫົວໜ້າຫ້ອງການ ແລະ ໄດ້ຮັບການມອບ ໝາຍ ໃນການຄຸ້ມຄອງຫ້ອງການໃນກໍລະນີຫົວໜ້າຫ້ອງການບໍ່ປະຈຳການ.
- ພະແນກບໍລິຫານມີໜ້າທີ່ ແລະ ຂອບເຂດສິດ ດັ່ງນີ້:
- ເຮັດໜ້າທີ່ເປັນເລຂານຸການຫ້ອງການ.
- ຄຸ້ມຄອງເອກະສານຂາເຂົ້າ – ຂາອອກ.
- ສ້າງ ແລະ ປະກອບເອກະສານຕ່າງໆ.
- ຄຸ້ມຄອງວຽກງານສະຖິຕິຂອງພະນັກງານໃນຫ້ອງການ.
- ສັງລວມແຜນທີ່ຄະນະວິຊາ, ຫ້ອງການ, ສູນ, ຫໍສະໝຸດ ແລະ ສະຖາບັນ.
- ຮັບຜິດຊອບບົດສະຫຼຸບ, ສ້າງແຜນການປະຈຳເດືອນ, ປະຈຳໄຕມາດ ແລະ ປະຈຳປີ;
- ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມການມອບໝາຍ ຂອງຂັ້ນເທິງ.
- ພະແນກຄຸ້ມຄອງຊັບສິນມີໜ້າທີ່ ແລະ ຂອບເຂດສິດ ດັ່ງນີ້:
- ນຳໃຊ້ທີ່ດິນຕາມແຜນແມ່ບົດຂອງມະຫາວິທະຍາໄລສຸພານຸວົງທີ່ຖືກເຊັນຮັບຮອງ (ແຜນແມ່ບົດ ແລະ ກົດລະບຽບການຄຸ້ມຄອງການນຳໃຊ້ທີ່ດິນ ຂອງ ມສ ວິທະຍາເຂດບ້ານດອນໃໝ່ ສະບັບເລກທີ 5692/ຍທຂ-ຫຼບ, ລົງວັນທີ 18/10/2018.
- ຂຶ້ນບັນຊີຊັບສິນ ແລະ ຂຶ້ນທະບຽນຊັບສິນຂອງມະຫາວິທະຍາໄລສຸພານຸວົງໃຫ້ຄົບຖ້າສົມບູນຕາມເນື້ອໃນການຂຶ້ນທະບຽນຊັບສິນຂອງລັດ.
- ວາງແຜນການນຳໃຊ້ຊັບສິນທີ່ມີ ແລະ ຊັບສິນທີ່ໄດ້ຈາກການຊ່ວຍເຫຼືອລ້າ.
- ປະເມີນມູນຄ່າຊັບສິນປະຈຳປີ.
- ການຊື້ ແລະ ການສ້າງໃໝ່ຂອງລັດຖະສົມບັດ, ຕິດຕາມການມອບ-ໂອນ, ການປ່ຽນສິດຄຸ້ມຄອງລັດຖະສົມບັດ.
- ມີການວາງແຜນ ການຫັນຊັບສິນເປັນທຶນ, ການແລກປ່ຽນ, ການວາງແຜນການໃຫ້ເຊົ່າ ຫຼື ການສຳປະທານຕ່າງໆ.
- ດຳເນີນການສຳປະທານທີ່ດິນ, ການເຊົ່າອາຄານສະຖານທີ່ຂອງນັກທຸລະກິດ ທີ່ຈະເຂົ້າມາມີສ່ວນຮ່ວມໃນການພັດທະນາມະຫາວິທະຍາໄລສຸພານຸວົງ ໃຫ້ສອດຄ່ອງຕາມລະບຽບກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບເລກທີ 09/ສພຊ; ລົງວັນທີ 12/10/2002 .
- ປະຕິບັດໜ້າທີ່ ແລະ ສິດ ອື່ນໆ ຕາມການມອບໝາຍ ຂອງຂັ້ນເທິງ.
- ພະແນກກໍ່ສ້າງ–ສ້ອມແປງມີໜ້າທີ່ ແລະ ຂອບເຂດສິດ ດັ່ງນີ້:
- ວາງແຜນຍຸດທະສາດກ່ຽວກັບການປະຕິບັດວຽກງານຂອງພະແນກໃຫ້ສອດຄ່ອງກັບທິດທາງຊີ້ນຳໆພາຂອງຫ້ອງການກໍ່ຄືຂອງ ມະຫາວິທະຍາໄລສຸພານຸວົງ.
- ສຳຫຼວດ, ອອກແບບ, ຄິດໄລ່, ປະເມີນລາຄາການກໍ່ສ້າງ ແລະ ສ້ອມແປງໃຫ້ສອດຄ່ອງຕາມລະບຽບແລະ ຫຼັກການອອກແບບທີ່ວາງອອກຢ່າງຊັດເຈນ.
- ຕິດຕາມການປະຕິບັດສັນຍາຮັບເໝົາການກໍ່ສ້າງ.
- ສ້ອມແປງຕາມທີ່ມະຫາວິທະຍາໄລໄດ້ພິຈາລະນາແລ້ວ ກ່ຽວກັບການຕິດຕັ້ງລະບົບໄຟຟ້າ, ນ້ຳປະປາ, ອຸປະກອນໄຟຟ້າ-ເອເລັກໂທນິກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.
- ຄຸ້ມຄອງການນຳໃຊ້ໄຟຟ້າ-ນ້ຳປະປາ ທົ່ວ ມະຫາວິທະຍາໄລສຸພານຸວົງ.
- ປະຕິບັດຕາມນະໂຍບາຍກ່ຽວກັບການກໍ່ສ້າງ, ຫຼັກການກ່ຽວກັບການກໍ່ສ້າງ, ການປະຕິບັດພັນທະຂອງພົນລະເມືອງກ່ຽວກັບວຽກງານກໍ່ສ້າງຕະຫຼອດເຖິງການຮ່ວມມືສາກົນໂດຍອີງໃສ່ປະເພດລັກສະນະຂອງການກໍ່ສ້າງ, ຂະໜາດຂອງການກໍ່ສ້າງ, ປະຕິບັດຕາມກຳນົດໝາຍທາງດ້ານເຕັກນິກ, ມາດຕະຖານເຕັກນິກ ຕະຫຼອດເຖິງລາຄາຫົວໜ່ວຍການກໍ່ສ້າງຢ່າງເຂັ້ມງວດ.