ຈັດຕັ້ງພະນັກງານ

ປະ​ຫວັດ​ຄວາມ​ເປັນ​ມາ

ຫ້ອງກາ­​ນຈັດຕັ້ງ ແລະ ພະນັກງານ ຂຽນຫຍໍ້ ­“ຈຕ” ເປັນ­​ກົງຈັກດ້ານບໍລິຫານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະອະທິການບໍດີ ດ້ານວຽກງານຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ເປັນຈຸດໃຈກາງໃນດ້ານການປະສານງານ ກັບບັນດາຄະນະວິຊາ, ຫ້ອງການ,ການຈັດຕັ້ງຕ່າງໆ ຢູ່ພາຍໃນມະຫາວິທະຍາໄລສຸພານຸວົງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

ຫນ້າທີ່ 

ຫ້ອງກາ­​ນຈັດຕັ້ງ ແລະ ພະນັກງານ ມີຫນ້າ​ທີ່​ດັ່ງນີ້:
–   ສຶກສາອົບຮົມດ້ານການເມືອງ, ແນວຄິດ, ຄຸນສົມບັດ ແລະ ລະບຽບກົດຫມາຍຕ່າງໆ ໃຫ້ແກ່ພະນັກງານ, ອາຈານ ພາຍໃນຫ້ອງການຈັດຕັ້ງ ແລະ ພະນັກງານ ເພື່ອກາຍເປັນພົນລະ ເມືອງດີຂອງຊາດ;
– ຄຸ້ມຄອງຊີວະປະຫວັດພະນັກງານ-ລັດຖະກອນ ຢູ່ມະຫາວິທະຍາໄລ ສຸພານຸວົງ;
– ຮັບຜິດຊອບສັງລວມ, ກວດກາ, ປະເມີນຜົນ, ສະຫຼຸບ ແລະ ລາຍງານໃຫ້ການຈັດຕັ້ງ ຂັ້ນເທິງທີ່ກ່ຽວຂ້ອງ ເປັນແຕ່ລະໄລຍະ;
– ນໍາສະເໜີແຜນກໍ່ສ້າງພັກ, ຂະຫຍາຍພັກ ຢູ່ມະຫາວິທະຍາໄລ ສຸພານຸວົງ;
– ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ພາຫະນະ ແລະ ວັດຖຸສິ່ງຂອງສ່ວນລວມ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມລະບຽບການ;
– ພົວພັນ-ປະສານງານກັບບັນດາຫ້ອງການ, ຄະນະວິຊາ ແລະ ການຈັດຕັ້ງຕ່າງໆ ຢູ່ມະຫາວິທະຍາໄລ ສຸພານຸວົງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ;
–   ຈັດຕັ້ງຜັນຂະຫຍາຍດຳລັດ, ຄຳສັ່ງ, ລະບຽບ, ກົດຫມາຍຂອງລັດ, ຂໍ້ກຳນົດຕ່າງໆທີ່ກະຊວງສຶກສາ ແລະ ອະທິການບໍດີ ປະກາດໃຊ້;
–   ຄົ້­ນຄວ້າ​, ນຳສະເຫນີໂຄງ​ຮ່າງ​ລະບົບ​ກາ­ນຈັດຕັ້ງຂອງ​ພາກ​ສ່ວນ­​ຕ່າງໆ​ ​​ໃຫ້ຂັ້ນ​ເທິງພິຈາລະນາ
–   ຂຶ້­​ນແຜ­ນກາ­​ນກໍ່ສ້າງ, ບຳລຸງ, ຝຶກອົບຮົມ ​ແລະ​ ຍົກລະດັບ​ ໃຫ້ບຸກຄະລາ​ກອນ­​ເປັນແຕ່ລະ​ໄລຍະ
–   ປະຕິບັດຫນ້າທີ່ອື່ນໆຕາມການມອບຫມາຍຂອງຂັ້ນ​ເທິງ.
ຂອບເຂດສິດ
ຫ້ອງການຈັດຕັ້ງ ແລະ ພະນັກງານ ມີຂອບເຂດສິດດັ່ງນີ້:
– ຄົ້ນຄວ້າ, ນຳສະເຫນີບັນຈຸ, ສັບຊ້ອນບຸກຄະລາກອນໃສ່ຕຳແຫນ່ງງານຕ່າງໆ;
– ນໍາສະເຫນີແຕ່ງຕັ້ງ, ຍົກຍ້າຍ, ປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານ ຢູ່ມະຫາວິທະຍາໄລ ສຸພານຸວົງ;
– ສັງລວມ, ສະຫຼຸບ ແລະ ລາຍງານ ທຸກການເຄື່ອນໄຫວ ກ່ຽວກັບວຽກງານຈັດຕັ້ງ ແລະ ພະນັກງານ ຂອງມະຫາວິທະຍາໄລ

ສຸພານຸວົງ ໃຫ້ການຈັດຕັ້ງຂັ້ນເທິງຊາບ ເປັນແຕ່ລະໄລຍະ.
– ນໍາໃຊ້ງົບປະມານ, ແຫຼ່ງລາຍຮັບ, ວັດຖຸ-ອຸປະກອນ, ອາຄານສະຖານທີ່ ແລະ ພາຫານະທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.
– ສັງລວມ ແລະ ນໍາສະເໜີ ພິຈາລະນາການບໍາລຸງຮັກສາ ແລະ ສ້ອມແປງອາຄານ, ພາຫານະ, ວັດຖຸສິ່ງຂອງສ່ວນລວມ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມລະບຽບການ.
– ເຂົ້າຮ່ວມປະຊຸມປຶກສາຫາລື ວຽກງານຕ່າງໆ ທັງພາຍໃນ ແລະ ພາຍນອນ.
– ປະຕິບັດສິດອື່ນໆຕາມການມອບຫມາຍຂອງຂັ້ນເທິງ.
ໂຄງປະກອບກົງຈັກ
ຫ້ອງການຈັດຕັ້ງ ແລະ ພະນັກງານ ມີໂຄງປະກອບກົງຈັກດັ່ງນີ້:
– ພະແນກພັກອົງການຈັດຕັ້ງມະຫາຊົນ
– ພະແນກຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ
– ພະແນກຈັດຕັ້ງ ແລະ ນະໂຍບາຍ
ໂຄງປະກອບບຸກຄະລາກອນ
ຫ້ອງການ ຈັດຕັ້ງ ແລະ ພະນັກງານ ປະກອບດ້ວຍ ຫົວຫນ້າຫ້ອງການ 1 ທ່ານ, ຮອງຫົວຫນ້າຫ້ອງການຈຳນວນຫນຶ່ງ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ, ຫົວຫນ້າຫນ່ວຍງານ, ຮອງຫົວຫນ້າຫນ່ວຍງານ ແລະ ພະນັກງານວິຊາການ ຈຳນວນຫນຶ່ງທີ່ຖືກແຕ່ງຕັ້ງຕາມລະບຽບການ.

ຸ​ໂຄງ​ຮ່າງ​ການ​ຈັດ​ຕັ້ງ

ຫນ້າທີ່ ແລະ ຂອບເຂດສິດຂອງຫົວຫນ້າ ແລະ ຮອງຫົວຫນ້າຫ້ອງການ
– ຫົວໜ້າຫ້ອງການມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ ແລະ ຂອບເຂດສິດ ທີ່ໄດ້ກຳນົດໄວ້ໃນມາດຕາ 3 ແລະ ມາດຕາ 4 ຂອງຂໍ້ຕົກລົງສະບັບນີ້.
– ຮອງຫົວໜ້າຫ້ອງການມີຫນ້າທີ່ຊ່ວຍຮັບຜິດຊອບວຽກງານຕ່າງໆ ຕາມການມອບຫມາຍ ໃນກໍລະນີຫົວຫນ້າບໍ່ຢູ່, ຮອງຫົວຫນ້າຫ້ອງການທ່ານໃດໜຶ່ງ ມີສິດບໍລິຫານວຽກງານດ້ານຕ່າງໆ ຕາມການມອບຫມາຍ ເປັນລາຍລັກອັກສອນ.
ຫນ້າທີ່ ແລະ ຂອບເຂດສິດຂອງແຕ່ລະພະແນກ
ພະແນກກວດກາ ແລະ ຄຸ້ມຄອງພັກ ມີຫນ້າທີ່ ແລະ ຂອບເຂດສິດດັ່ງນີ້:
– ຮັບຜິດຊອບໃນການວາງແຜນວຽກງານພັກ ແລະ ອົງການຈັດຕັ້ງມະຫາຊົນ
– ຕິດຕາມຊຸກຍູ້ ການເຄື່ອນໄຫວກ່ຽວກັບວຽກງານພັກ ແລະ ອົງການຈັດຕັ້ງມະຫາຊົນ ຂອງມະຫາວິທະຍາໄລສຸພານຸວົງ
– ສ້າງແຜນ, ເກັບກຳ, ກວດກາ, ຄຸ້ມຄອງຊີວະປະຫັວດ, ຂໍ້ມູນ, ສະຖິຕິສະມາຊິກພັກ, ອົງການຈັດຕັ້ງມະຫາຊົນ ແລະ ຂະຫຍາຍສະມາຊິກ ຕາມພາລະບົດບາດ.
– ສະຫລຸບ ແລະ ລາຍງານການເຄື່ອນໄຫວວຽກງານພັກ ແລະ ອົງການຈັດຕັ້ງມະຫາຊົນຢ່າງເປັນປົກກະຕິ ໃຫ້ຂັ້ນເທິງ
– ປະຕິບັດໜ້າທີ່ ແລະ ສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.
ພະແນກຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ມີຫນ້າທີ່ ແລະ ຂອບເຂດສິດດັ່ງນີ້:
– ເປັນເສນາທິການໃຫ້ແກ່ຫົວຫນ້າຫ້ອງການໃນການຄຸ້ມຄອງກົງຈັກ
– ຮັບຜິດຊອບໃນການວາງແຜນຄຸ້ມຄອງພະນັກງານ-ລັດຖະກອນ ຂອງມະຫາວິທະຍາໄລ ສຸພານຸວົງ;
– ຄຸ້ມຄອງຊີວະປະຫວັດ, ຂໍ້ມູນ, ສະຖິຕິພະນັກງານ-ລັດຖະກອນ ຂອງມະຫາວິທະຍາໄລ ສຸພານຸວົງ ຕາມພາລະບົດບາດ;
– ຂຶ້ນແຜນຄວາມຕ້ອງການ, ຄົ້ນຄວ້າ, ກໍ່ສ້າງ, ບຳລຸງ, ຝຶກອົບຮົມ ແລະ ຍົກລະດັບ ບຸກຄະລາກອນຂອງມະຫາວິທະຍາໄລ ສຸພານຸວົງ ໄວ້ໃນແຕ່ລະໄລຍະ;
– ຄົ້ນຄວ້າ, ນຳສະເຫນີ ບັນຈຸສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ແລະ ປະຕິບັດວິໄ¬ນລັດຖະກອນ ພາຍໃນມະຫາວິທະຍາໄລ ສຸພານຸວົງ

– ສະເຫນີການເລື່ອນຊັ້ນຂັ້ນເງິນເດືອນ ໃຫ້ແກ່ພະນັກງານພາຍໃນ ມະຫາວິທະຍາໄລສຸພານຸວົງ
– ປະຕິບັດຫນ້າທີ່ອື່ນໆຕາມການມອບຫມາຍຂອງຂັ້ນເທິງ.
ພະແນກຈັດຕັ້ງ ແລະ ນະໂຍບາຍ ຂອບເຂດສິດດັ່ງນີ້:
– ເປັນເສນາທິການໃຫ້ແກ່ຫົວຫນ້າຫ້ອງການໃນການປະຕິບັດນະໂຍບາຍຕ່າງໆ.
– ຄົ້ນຄວ້າ, ນໍາສະເຫນີ ການປະຕິບັດນະໂຍບາຍ, ຍ້ອງຍໍ ພະນັກງານ;
– ຄົ້ນຄວ້າ, ນໍາສະເຫນີຂັ້ນເທິງພິຈາລະນາຕົກລົງກ່ຽວກັບການລາອອກ ຈາກລັດຖະກອນ (ບຳເນັດ, ບຳນານ).
– ຂຶ້ນແຜນງົບປະມານ, ວັດຖຸອຸປະກອນ, ຈັດແຈ້ງ ແລະ ແຈກຢາຍ ໃຫ້ແກ່ພະນັກງານ ພາຍໃນຫ້ອງການ;
– ປະຕິບັດຫນ້າທີ່ອື່ນໆຕາມການມອບຫມາຍຂອງຂັ້ນເທິງ.
ລະບອບແບບແຜນວິທີເຮັດວຽກ ແລະ ການພົວພັນປະສານງານ
ແບບແຜນວິທີເຮັດວຽກ
ຫ້ອງການ ຈັດຕັ້ງ ແລະ ພະນັກງານ ເຄື່ອນໄຫວຕາມລະບຽບຫລັກການດັ່ງນີ້ :
– ເຮັດວຽກຕາມຫລັກການ ລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ປະຕິບັດລະບອບຫົວຫນ້າດຽວ;
– ທຸກການເຄື່ອນໄຫວ ແລະ ດຳເນີນງານຂອງຫ້ອງການຈັດຕັ້ງ ແລະ ພະນັກງານ ແມ່ນອີງໃສ່ທິດທາງແຜນການລວມຂອງ ມະຫາວິທະຍາໄລ ສຸພານຸວົງ, ບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍລັດ;
– ປະຕິບັດລະບອບປະຊຸມ, ຖອດຖອນບົດຮຽນ, ກວດກາ-ປະເມີນຜົນ, ສະຫຼຸບ ແລະ ລາຍງານຕາມລະບຽບການ;
ການພົວພັນປະສານງານ
– ຫ້ອງການຈັດຕັ້ງ ແລະ ພະນັກງານ ມີສິດພົວພັນ-ປະສານງານໂດຍກົງກັບບັນດາຫ້ອງການ, ຄະນະວິຊາ, ສູນ, ວິທະຍາໄລ, ຫໍສະໝຸດກາງ ພາຍໃນມະຫາວິທະຍາໄລ ສຸພານຸວົງ;
– ພົວພັນ ແລະ ປະສານງານ ທາງດ້ານການຈັດຕັ້ງ ແລະຄຸ້ມຄອງພະນັກງານ ກັບພາກສ່ວນ ຕ່າງໆ ທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ.