ຫໍສະໝຸດ

ຫໍສະໝຸດ

ຄວາມເປັນມາຂອງຫໍສະໝຸດກາງ ມະຫາວິທະຍາໄລສຸພານຸວົງ (ຫສໜ.ມສ).
ຫໍສະໝຸດກາງ​ເປັນ​ພາກສ່ວນໜຶ່ງທີ່​ຂຶ້ນ​ກັບ ມະຫາວິທະຍາ​ໄລ​ສຸພານຸວົງ ​ແລະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນພ້ອມກັບ ມະຫາວິທະຍາ​ໄລ​ສຸພານຸວົງ ຕາມ​ດຳລັດ​ຂອງ​ນາຍົກລັດຖະມົນ​ຕີ ສະບັບ​ເລກ​ທີ 169/ນຍ, ລົງ​ວັນ​ທີ 4 ພະຈິກ 2003; ​ແລະ​ໄດ້​ເປີດ​ການ​ນຳ​ໃຊ້​ ໃນ​ວັນ​ທີ 5 ພະຈິກ 2003 ​ເປັນ​ຕົ້ນ​ມາ. ​ໃນ​ໄລຍະ​ເລີ່​ມຕົ້ນ ​ມີ​ພະນັກງານ​ພຽງ 2 ຄົນ​​ເທົ່າ​ນັ້ນ; ສະຖານ​ທີ່​ບໍລິການ -​ ການ​ອ່ານ​ແມ່ນ​ມີ​ຂະໜາດຈຳກັດ​ໃນ​ນັ້ນ​ປະກອບ​ມີ​ປຶ້ມຈາກ​ມະຫາວິທະຍາໄລ​ແຫ່ງ​ຊາດ ​ແລະ ສະຖາ​ບັນ​ການ​ຈັດ​ຕັ້ງ​ຕ່າງໆ ​ແລະ​ໄດ້​ຮັບ​ການ​ບໍ​ລິ​ການ​ປຶ້​ມ ຈາກ​ມະຫາ​ວິທະຍາ​ໄລ​ປະ​ເທດ​ໃກ້​ຄຽງ ທັງໝົດປະມານ 1,000 ​ເຫຼັ້ມ.

ພາຍ​ຫຼັງ​ຫໍສະໝຸດກາງ​ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ອາ​ຄານ​ຫຼັງ​ໃໝ່ຈຳນວນ 1 ຫຼັງ​ມີ 2 ຊັ້ນ (ທີ່​ບ້ານ​ດອນ​ໃໜ່), ສາມາດ​ບັນຈຸ​ຜູ້​ອ່ານ​ໄດ້ ​ປະ​ມານ 400 ຄົນ, ມີ​ພະນັກງານ 12 ຄົນ, ຍີິງ 5 ຄົນ, ​ໃນ​ນີ້​​ໄປ​ສຶກສາຕໍ່ 2 ຄົນ, ຍິງ 0 ຄົນ, ປັດຈຸ​ບັນ​ມີ​ປຶ້ມທັງໜົດ ປະມານ 30,000 ​ເຫຼັ້ມ ​ໃນ​ນີ້​ປຶ້ມມີ​ຫຼາຍ​ຊະ​ນິດ​ແຕກ​ຕ່າງ​ກັນ ​ແລະ ປຶ້ມ​ແບບຮຽນທຸກ​ສາຂາ​ວິຊາ​ທີ່​ຈັດ​ເຂົ້າ​ໃນ​ຄະນະ​ວິຊາ ​ມສ ​ເມື່ອ​ມີ​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ ກະຊວງ​ສຶກສາ​ທິການ ​ແລະ ກິລາ ວ່າ​ດວ້ຍການ​ແຕ່ງ​ຕັ້ງ​ພະນັກງານ​ດຳລົງ​ຕຳ​ແໜ່ງບໍລິຫານ​ຂອງ ມສ ສະບັບ​ເລກ​ທີ່ 2440, 2441, 2442/ມສ.ຈຕ/2007, ລົງ​ວັນ​ທີ່ 19/10/2007 ຕາມ​ໂຄງຮ່າງການຈັດ​ຕັ້ງ​ຂອງ ມະຫາວິທະຍາ​ໄລ​ສຸພາ​ນຸວົງ.
ພາລະ​ບົດບາດ

  1. ມີ​ຄວາມ​ຮັບຜິດ​ຊອບ​ໃນ​ການຈັດ​ຫ​າປຶ້​ມ ​ແລະ ສິ່ງ​ພິ​ມຕ່າງໆ​ເຂົ້າ​ຫໍ​ສະໜຸດ, ການ​ລົງ​ທະບຽນປື້​ມ ການ​ຂຽນ​ລາຍການ, ການ​ບໍລິການ​ຢືມ ​- ສົ່ງ ​ແລະ ການ​ບູລະນະ​ຊັບພະຍາກ​ອນ ພາຍ​ໃນ​ຫໍສະໝຸດກາງ.
  2. ອະນຸລັກ ​ແລະ ບຳລຸງ​ຮັກສາ​ ຊັບພະຍາກອນ​ຂໍ້​ມູນ​ຂ່າວສານ​ ທຸກ​ປະ​ເພດ​ຕາມ​ຫຼັກການ​ວິຊາ​ການ
  3. ບໍລິການ​ຂໍ້​ມູນ​ຂ່າວສານ​ທຸກ​ປະ​ເພດ ​ແລະ ​ໃຫ້​ບໍລິການ​ທຸກ​ຮູບ​ແບບ ຢ່າງ​ມີ​ຄຸນ​ນະພາ​ບ, ລວມທັງ​ເຜີຍ​ແຜ່​ຄວາມ​ຮູ້​ໃຫ້​ເກີດ​ປະ​

ໂຫຍ​ດຕໍ່ປະຊາ​ຊົນ​​ໃນ​ສັງຄົມ

ຈຸດປະສົງ

  1. ເພື່ອ​ເປັນ​ສູນ​ລວມຂໍ້​ມູນ​ຂອງ​ການ​ຮຽນຮູ້​ ທີ່​ສະໜັບສະໜູນ ການຮຽນການ​ສອນ ​ແລະ ການຄົ້ນຄວ້າ​ວິ​ໄຈ
  2. ເພື່ອອະນຸ​ລັກ ​ແລະ ບຳລຸງ​ຮັກສາ ຊັບພະຍາກອນ – ຂໍ້​ມູນ​ຂ່າວສານ​ ຢ່າ​ງຖືກ​ຕອ້ງຕາມ​ຫຼັກ​ວິຊາ​ການຂອງຫໍສະໝຸດກາງ
  3. ເພື່ອບໍລິການ​ຂໍ້​ມູນ​ຂ່າວສານ​ທີ່​ມີ​ຄຸນ​ນະພາ​ບ, ​​ເຮັດ​ໃຫ້​ເກີ​ດປະ​ໂຫຍ​ດ ຕໍ່ມະຫາວິທະຍາ​ໄລ ​ແລ​ະ ສັງຄົມ​ພາຍ​ນອກ
  4. ເພື່ອບຳລຸງ​ຮັກສາ​ສິ​ລະ​ປະວັດ​ທະນະ​ທຳ, ສາສະໜາ​ໃນ​ທາງ​ຂໍ້​ມູນ 8 ​ແຂວງ​ພາກ​ເໜືອ

ວິ​ໄສ​ທັດ
ຫໍສະໝຸດກາງ ມະຫາວິທະຍາ​ໄລ ສຸພາ​ນຸວົງ ​ເປັນ​ສູນ​ຂໍ້​ມູນ​​ເພື່ອການ​ຮຽນຮູ້ ທີ່​ໄດ້​ມາດຕະຖານສາກົນ.
ພັນທະ​ກິດ

  1. ຈັດຫາ, ສະ​ສົມ, ຈັດ​ລະບົບ​ຂໍ້​ມູນ ​​ໃຫ້​ຖືກ​ຕອ້ງຕາມ​ຫຼັກການ​ວິຊາ​ການ​ທາງ​ບັນນາລັກ
  2. ອະນຸລັກ ​ແລະ ບຳລຸງ​ຮັກສາ​ຊັບພະຍາກ​ອນ – ຂໍ້​ມູນ​ຂ່າວສານ​ ຢ່າ​ງຖືກ​ຕອ້ງຕາມ​ຫຼັກ​ວິຊາ​ການຂອງຫໍສະໝຸດກາງ
  3. ບໍລິການ​ຂໍ້​ມູນ ​ຢ່າງ​ມີ​ຄຸ​ນນະພາ​ບ, ​ເຮັດ​ໃຫ້​ເກີດ​ປະ​ໂຫຍ​ດ ສູງ​ສຸດຕໍ່ມະຫາ​ວິທະຍາ​ໄລ ​ແລະ ສັງຄົມ ພາຍ​ນອກ
  4. ​ບຳລຸງ​ຮັກສາ​ສິ​ລະ​ປະວັດ​ທະນະ​ທຳ, ສາສະໜາຂອງ​ທ້ອງຖິ່ນ 8 ​ແຂວງ​ພາກ​ເໜືອ​ໃນ​ທາງ​ຂໍ້​ມູນ

ຍຸດ​ທະ​ສາດ

  1. ​ພັດທະນາ​ຫໍສະໝຸດກາງ ມະຫາ​ວິທະຍາ​ໄລ ສຸພາ​ນຸວົງ ​ເປັນ​ສູນຂໍ້​ມູນ​ເພື່ອການ​ຮຽນຮູ້​ ມຸ່ງສູ່​ມາດຕະຖານ​ສາກົນ
  2. ​ພັດທະນາ​ ການ​ບໍລິຫານ, ການບໍລິການ ​ແລະ ການ​ຄຸ້ມ​ຄອງ​ ໃຫ້​ມີ​ປະສິ​​ດທິພາ​ບ ກ້າ​ວ​ໄປ​ສູ່​ມາດຕະຖານ​ສາກົນ
  3. ​ສ້າງ​ເຄືອຂ່າ​ຍຄວາມ​ຮ່ວມມື​ ລະ​ຫ່ວາງ​ຫໍສະໝຸດ (ພາຍ​ໃນ ​ແລະ ຕ່າງປະ​ເທດ).

ລະບົບ​ການ​ຈັດການໝວດໝູ່ປຶ້ມ
ບັນດາ​ປຶ້ມ ແລະ ເອກະສານ​ຕ່າງໆ ​ຫໍ​ສະໜຸດກາງ ມະຫາວິທະຍາ​ໄລສຸພາ​ນຸວົງ​ແມ່ນຈັດ​ແບ່ງ​ຕາມ​ລະບົບ​ດີ​ວອີ້ (Dewey) ​ເຊິ່ງປະກອບ​ດວ້ຍ 10 ໝວດຄື:
000 – 099         ຄວາມ​ຮູ້​ທົ່ວ​ໄປ
100 – 199           ປັດ​ຊະຍາ
200 – 299         ສາສະໜາ
300 – 399         ສັງ​ຄົມ​ສາດ
400 – 499         ພາສາ​ສາດ
500 – 599         ວິທະຍາສາດ​ທຳ​ມະ​ຊາດ
600 – 699         ວິທະຍາ​ສາດ​ປະຍຸກ
700 – 799         ສິລະ​ປະ ​ແລະ ການບັນ​​ເທີ​ງ
800 – 899        ວັນນະຄະດີ

  • – 999 ປະຫວັດສາດ, ​ພູມ​ສາດ ​ແລະ ການທ່ອງ​ທ່ຽວ

ກົດ​ລະບຽບຂອງ​ຫໍສະໝຸດກາງ ມສ
ການ​ນຳ​ໃຊ້​ຫໍສະໝຸດ
ຜູ້​ທີ່​ມີ​ສິດ​ນຳ​ໃຊ້​ຫໍສະໝຸດ

ບຸກຄົນ​ພາຍ​ໃນ​ ມສ ໝາຍ​ເຖິງ​: ພະນັ​ກງານ​, ອາຈານສອນ, ອາສາ​ສະໝັກ ​ແລະ ນັກ​ສຶກສາທຸກ​ຄົນ, ຜູ້ຕາງໜ້າອົງ​ການ​ຕ່າງໆ, ບໍລິສັດ​ເອກ​ກະ​ຊົນ, ສາກົນ ​ແລະ ບັນດາ​ຊ່ຽວຊານ​ຕ່າງໆ ທີ່​ກຳລັງ​ປະຕິ​ບັດໜ້າທີ່ ຢູ່​ມະຫາ​ວິທະຍາ​ໄລ​ສຸພາ​ນຸວົງ. ຜູ້​ທີ່​ມີ​ບັດ​ເປັນ​ສະ​ມາ​ຊິກ​ຫໍສະໝຸດກາງ ມສ ສາມາດ​ຢືມ​ປຶ້ມ, ຕຳລາ ຫຼື​ ເອກະສານ​ ອອກ​ຈາກ​ຫໍສະໝຸດ​ໄປ​ຄົ້ນ​ຄວ້າ​ຢູ່​ນອກ​ໄດ້, ສ່ວນບຸກຄົນ​ໃດ ​ທີ່​ບໍ່​ແມ່ນ​ສະມາ​ຊິກ​ຫໍສະໝຸດກາງ​ນັ້ນ, ມີ​ສິດ​ເຂົ້າ​ໄປ​ອ່ານ ​ແລະ ຄົ້ນ​ຄວ້າ​ໄດ້​, ແຕ່​ບໍ່ອະນຸຍາດ​ໃຫ້​ຢືມ​ປຶ້ມ, ຕຳລາ ຫຼື ​ເອກະສານ ອອກ​ຫໍ​ສະໝຸດ​ໄປ​ໄດ້, ຖ້າມີ​ຄວາມ​ຈຳ​ເປັນ​ຕ້ອງມີ​ໃບ​ຢັ້ງຢືນ​ຈາກການ​ຈັດ​ຕັ້ງ​ຂອງ​ຕົນ​ເອງ​ສັງກັດຢູ່​ພອ້ມດວ້ຍບັດປະຈຳຕົວ​ຂອງ​ຜູ້ກ່ຽວ ​ເພື່ອ​ເປັນ​ຫຼັກຖານ.

ບຸກຄົນ​ພາຍ​ນອກ ໝາຍ​ເຖິງ​: ພະນັກງານ, ລັດຖະກອນ, ​ທະຫານ, ​ຕຳຫຼວດ, ກຳມະກອນ​ປະຊາຊົນ, ຊາວ​ຕ່າງປະ​ເທດ, ທີ່​ໄດ້​ດຳ​​ເນີນ​ເຄື່ອນ​ໄຫວ​ວຽກງານ​ຢູ່​ໃນ ສປປ ລາວ ຫຼື ບຸກຄົນ​ພາຍນອກ​ ມະຫາ​ວິທະຍາ​​ໄລ​ສຸພາ​ນຸວົງ ສາມາດ​ເຂົ້າ​ນຳ​ໃຊ້​ບໍລິການ​ຫ້ອງ​ອ່ານ​ໄດ້​ແຕ່ບໍ່ອະນຸຍາດ​ໃຫ້​ຢືມ​ອອກ​ຈາກ​ຫໍສະໝຸດ​, ຖ້າ​ມີ​ຄວາມ​ຈຳ​ເປັນ​ຕ້ອງມີຄ່າ​ມັດ​ຈຳ​ສອງ​ສ່ວນສາມ​ ຂອງ​ມູນ​ຄ່າ​ປຶ້ມ​​ດັ່ງກ່າວ​, ຫຼື ​​ມີໃບ​ຢັ້ງຢືນ​ຈາກ​ກົມ​ກອງ, ​ພ້ອມດ້ວຍບັດປະຈຳ​ຕົວ​ຂອງ​ຜູ້ກ່ຽວ​ເພື່ອ​ເປັນ​ຫຼັກ​ຖານ.
ລະບຽບການ​ບໍລິການ​ຢືມ – ​ສົ່ງ ​ແລະ ການ​ປັບ​ໃໝ

  1. ກະລຸນ​ນາ​ສະ​ແດງ​ບັດ​ສະມາ​ຊິກ​ທຸກ​ຄັ້ງ​ກອ່ນ ຢືມ -​ ສົ່ງ​ປຶ້ມ
  2. ສຳ​ລັບ​ນັກ​ສຶກສາ​ທີ່​ເປັນ​ສະມາຊິກ ​ຄົນໜຶ່ງ​ມີ​ສິດຢືມ​ປຶ້ມ​ອອກ​ໄດ້​ຄັ້ງ​ລະ 3 ຫົວ​ພາຍ​ໃນ 7 ວັນ
  3. ສຳລັບ​ອາຈານ​ທີ່​ເປັນ​ສະມາຊິກ​ຄົນໜຶ່ງ​ມີ​ສິດຢືມ​ປຶ້ມ​ອອກ​ໄດ້​ຄັ້ງ​ລະ 5 ຫົວ​ພາຍ​ໃນ 14 ວັນ ກໍລະນີ​ຜູ້​ອ່ານ​ຍັງອ່ານ​ບໍ່ຈົບ​ສາມາດ​ນຳ​ມາ​ຢືມ​ຕໍ່​ໄດ້ ຖ້າ​ປຶ້ມດັ່ງ​ກ່າວ​ຫາກ​ບໍ່ມີ​ຜູ້​ອື່ນ​ຈອງ
  4. ຖ້າ​ຮອດ​ກຳນົດ​ສົ່ງ ​ແຕ່ບໍ່ນຳ​ປຶ້ມ​ດັ່ງ​ກ່າວ​ມາ​ສົ່ງ​ຈະ​ຖືກ​ປັບ​​ໃໜ ຫົວ​ລະ000 ກີບ / ວັນ
  5. ປຶ້ມ​ທີ່​ມີ​ເຄື່ອງໝາຍຫ້າມ​ຢືມ​ອອກ, ​ແມ່ນ​ຈະ​ບໍ່ອະນຸຍາດ​ໃຫ້​ຢືມ​ອອກ (​ແຕ່​ໃຊ້​ຢູ່​ພາຍ​ໃນ​ຫໍ​ສະໝຸດ​ໄດ້)
  6. ສະມາ​ຊິກ​ທີ່​ຢືມ​ປຶ້ມ​ອອກ​ຈາກ​ຫໍ​ສະໝຸດ ຕ້ອງຮັກສາ​ຮູບ​ແບບຂອງ​ປຶ້ມ​ໄວ້​ຢູ່​ໃນ​ສະພາບ​ເດີມ​ຖ້າ​ມີ​ການ​ປ່ຽນ​ແປ​ງ ຫຼື ​ເສຍ​ຫາຍ​ຈະ​ຕ້ອງທົດ​ແທນ​ຕາມ​ລາຄາ (ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດ​ລະບຽບຄຸ້ມຄອງ​ຫໍສະໝຸດ)

​ເວລາ​ເປີດ​ ​ແລະ ປິດ ບໍລິການ​ຫໍ​ສະໝຸດກາງ ມະຫາວິທະຍາ​ໄລ ​ສຸພາ​ນຸວົງ

  1. ​ເວລາ​ໃນ​ການ​​ບໍລິການ

ໃຫ້​ບໍລິການ​ແຕ່ ວັນ​ຈັນ – ວັນ​ສຸກ ຕາມ​ໂມງ​ລັດຖະການ​ດັ່ງ​ນີ້:
ຕອນ​ເຊົ້າ: 8:30 – 11:30 ​ໂມງ
ຕອນ​ບ່າຍ: 13:30 – 16:00 ​ໂມງ
ຕອນ​ຄ່ຳ: 16:30 – 20:00 ​​ໂມງ

  1. ​ເວລາ​​ປິດ​ບໍລິການ

ຫໍສະໝຸດກາງ ມະຫາວິທະຍາ​ໄລ​ ສຸພາ​ນຸວົງ ປິດ​ໃຫ້​ບໍລິການ​ຂອງ​ວັນ​ພຸດ​ຕອນສວາຍ​ແຕ່​ລະອາທິດ ​ວັນ​ເສົາ-​ວັນ​ທິດ ຕາມ​ວັນພັກລັດຖະການ ​ແລະ ວັນສຳຄັນ​ຕ່າງໆຂອງ​ຊາດ, ທີ່​ທາງ​ມະຫາ​ໄລ ສຸພາ​ນຸວົງ​ໄດ້​ແຈ້ງ​ການ​ໃຫ້​ພັກ.

ໂຄງ​ຮ່າງ​ການ​ຈັດ​ຕັ້ງ