su.edu.la

ຮັກສາການ ອະທິການບໍດີ

ຮອງ ສາດສະດາຈານ 
ປທ. ວິລະ ອະໂນລັກ

ຮັກສາການ ອະທິການບໍດີ

ຮອງ ອະທິການບໍດີ 
ປອ. ສຸລິເດດ ແກ້ວບົວລະເພັດ

ຮັກສາການ ອະທິການບໍດີ

ຮອງ ອະທິການບໍດີ
ປອ. ວົງປະສິດ ຈັນທະຄູນ

1. ຄະນະອະທິການບໍດີປະກອບດ້ວຍ:
ຮສ ປທ ວິລະ ອາໂນລັກ ຮັກສາການ ອະທິການບໍດີ  ມະຫາວິທະຍາໄລ ສຸພານຸວົງ
ປອ. ສຸລິເດດ ແກ້ວບົວລະເພັດ  ຮອງອະທິການບໍດີ  ມະຫາວິທະຍາໄລ ສຸພານຸວົງ
ປອ. ວົງປະສິດ ຈົນທະຄູນ ຮອງອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ

2. ສຳນັກງານອະທິການບໍດີ

ໃນສຳນັກງານອະທິການບໍດີ ປະກອບດ້ວຍບັນດາຫ້ອງການຕ່າງໆ ດັ່ງນີ້: ຫ້ອງການ ບໍລິຫານສັງລວມ, ຫ້ອງການ ການເງິນ, ຫ້ອງການ ວິຊາການ, ຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ, ຫ້ອງການ ຄຸ້ມຄອງນັກສຶກສາ, ຫ້ອງການ ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ຫ້ອງການ ຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຫໍສະໝຸດກາງ, ສູນເຕັກໂນໂລຊີຂໍ້ມູນຂ່າວສານ, ສູນບົ່ມເພະາທຸລະກິດ, ສະບັນຂົງຈື

3. ກົງຈັກວິຊາການ ລວມມີ 6 ຄະນະວິຊາຄື:

1. ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້
2. ຄະນະເສດຖະສາດ ແລະ ການທ່ອງທ່ຽວ
3. ຄະນະພາສາສາດ.
4. ຄະນະສຶກສາສາດ
5. ຄະນະສະຖາປັດຕະຍະກຳສາດ
6. ຄະນະວິສະວະກຳສາດ.

4. ໂຄງປະກອບບຸກຄະລາກອນ

1) ສະພາ ມສ ປະກອບດ້ວຍ: ປະທານ 1 ທ່ານ, ຮອງປະທານ 1 ທ່ານ (ອະທິການບໍດີ) ແລະ ສະມາຊິກຈຳນວນ 24 ທ່ານ.
2) ຄະນະກຳມາທິການບໍລິຫານ ປະກອບດ້ວຍ: ອະທິການບໍດີເປັນປະທານ, ຮອງອະທິການບໍດີຝ່າຍບໍລິຫານເປັນຮອງ, ແລະ ສະມາຊິກຈຳນວນ 19 ທ່ານ
3) ຄະນະກຳມາທິການວິຊາການ ປະກອບດ້ວຍ: ທ່ານ ອະທິການບໍດີເປັນປະທານ, ທ່ານ ຮອງອະທິການບໍດີຝ່າຍວິຊາການເປັນຮອງປະທານ ແລະ ສະມາຊິກ 19 ທ່ານ.
4) ຕຳແໜ່ງບໍລິຫານ ປະກອບດ້ວຍ: ອະທິການບໍດີ, ຮອງອະທິການບໍດີ 2 ທ່ານ (1 ທ່ານຮັບຜິດຊອບວຽກບໍລິຫານ ແລະ 1 ທ່ານຮັບຜິດຊອບວຽກວິຊາການ)

ນອກຈາກນີ້ມີຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າ ແລະ ຮອງຫົວໜ້າພາກວິຊາ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ຜູ້ອຳນວຍການຫໍສະໝຸດ, ສູນ IT, ພະນັກງານຄູອາຈານ ແລະ ພະນັກງານຮັບໃຊ້ຈຳນວນໜຶ່ງ.
ຄຽງຄູ່ກັນນີ້ໃນ ມສ ຍັງມີລະບົບການເມືອງປະກອບດ້ວຍ 5 ໜ່ວຍພັກ, ມີ 3 ອົງການຈັດຕັ້ງມະຫາຊົນຄື: ສະຫະພັນກຳມະບານລາວ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫະພັນແມ່ຍິງລາວ ພ້ອມກັນຊີ້ນຳ ນຳພາ ແລະ ສ້າງຂະບວນການປະຕິບັດໜ້າທີການເມືອງຂອງ ມສ ໃຫ້ຫລ້ອນຕາມວິໄສທັດ, ຍຸດທະສາດ ແລະ ແຜນການ 5 ປີ 2016-2022

ວິໄສທັດ

ຄຳຂວັນ: “ ສະຕິປັນຍາ, ສາມັກຄີ, ສີວິໄລ, ສຸຂານາໄມ ​ແລະ ສະພາບແວດລ້ອມເປັນມິດ”

ວິໄສທັດ “ລົງເລິກວິຊາສະເພາະ ພັດທະນາທ້ອງຖິ່ນ ກ້າວສູ່ມາດຕະຖານ ສາກົນ”

ພາລະກິດ:

ພາລະບົດບາດຫຼັກ ຂອງມະຫາວິທະຍາໄລສຸພານຸວົງ ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍພາບລວມແລ້ວຄື ການປະຕິບັດໜ້າທີ່ໃນການກໍ່ສ້າງ ແລະ ພັດທະນາບຸກຄະລາກອນ ຕອບສະໜອງຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ ເຊິ່ງມີໜ້າທີ່ລວມດັ່ງນີ້:

  • ສ້າງນັກວິຊາການ ແລະ ນັກບໍລິຫານໃຫ້ບັນລຸຕາມຈຸດໝາຍກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ; ດໍາເນີນ ແລະ ສົ່ງເສີມການຄົ້ນຄ້ວາວິທະຍາສາດເພື່ອແນ່ໃສ່ຜະລິດຄວາມຮູ້ ແລະ ຍົກສະມັດທະພາບຂອງງານໃນສັງຄົມໃຫ້ສູງຂຶ້ນ.
  • ບໍລິການວິຊາການທີ່ມີຄຸນນະພາບໃຫ້ຊຸມຊົນໂດຍເຮັດໃຫ້ການເຄື່ອນໄຫວຂອງ ມສ ຕິດພັນກັບການຜະລິດທຸລະກິດທັງພາກລັດ ແລະ ເອກະຊົນ.
  • ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາທ້ອງຖິ່ນຕິດພັນກັບຮີດຄອງປະເພນີອັນດີງາມຂອງຊາດສົມທົບກັບການຮັບເອົາສິ່ງຍອດຍິ່ງດ້ານວັດທະນະທໍາຂອງໂລກ.
  • ສ້າງມະຫາວິທະຍາໄລ ໃຫ້ກາຍເປັນແຫຼ່ງຂໍ້ມູນຂ່າວສານດ້ານວິທະຍາສາດ ແລະ ເຕັກໂນໂລຊີ (ລະບົບ e-learning, e-Library and e-Government).
  • ສະໜອງການສຶກສາຊັ້ນສູງລະດັບອະນຸປະລິນຍາ, ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ເພື່ອກໍ່ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໃນສາຂາວິຊາຕ່າງໆ ຕອບສະໜອງໄດ້ທັງປະລິມານ ແລະ ຄຸນນະພາບໃຫ້ແກ່ສັງຄົມ.
  • ຈັດຕັ້ງການຄົ້ນຄວ້າ ວິທະຍາສາດສາຂາຕ່າງໆ ພ້ອມເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດທີ່ມີຜົນປະໂຫຍດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.
  • ປົກປັກຮັກສາ, ອະນຸລັກ ແລະ ເສີມຂະຫຍາຍສິນລະປະວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດກໍຄືຂອງປະຊາຊົນລາວບັນດາເຜົ່າ, ສຶກສາຮຽນຮູ້ ແລກປ່ຽນ ແລະ ຮັບເອົາວັດທະນະທໍາອັນຍອດຍິ່ງຂອງສາກົນຢ່າງມີການເລືອກເຟັ້ນ.
  • ຈັດຕັ້ງການບໍລິການທາງດ້ານວິຊາການແກ່ສັງຄົມ.

ແຜນຍຸດທະສາດ

ເພື່ອ​ເຮັດ​ໃຫ້ ການພັດທະນາຄຸນນະພາບການສຶກສາບັນລຸຕາມວິໄສທັດ ແລະ ພາລະກິດ ດັ່ງກ່າວ ມະຫາວິທະຍາໄລສຸພານຸວົງ ຈຶ່ງໄດ້ກຳນົດ 6 ຍຸດທະສາດໃນການພັດທະນາແຕ່ລະດ້ານດັ່ງນີ້:

  1. ຂະຫຍາຍ ​ແລະ ສົ່ງ​ເສີມ​ການ​ເຂົ້າຮຽນ​ໃຫ້​ຫຼາຍ​ຂື້ນ;
  2. ພັດທະນາ ແລະ ປັບປຸງ​ຄຸນະພາບ​ການ​ຮຽນ-ການ​ສອນ​;​
  3. ສົ່ງ​ເສີມການຄົ້ນຄວ້າວິທະຍາສາດແລະການບໍລິການວິຊາການ;
  4. ພັດທະນາລະບົບການບໍລິຫານ ​ແລະ ຄຸ້ມຄອງ;
  5. ສົ່ງ​ເສີມການຮ່ວມມືພາຍໃນ ແລະ ຕ່າງປະເທດ.
  6. ການຂະຫຍາຍພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ
  • ທົບທວນຄືນສະພາບການພັດທະນາມະຫາວິທະຍາໄລສຸພານຸວົງໄລຍະ 5 ປີ 2011-2015
  • ສະພາບການພັດທະນາມະຫາວິທະຍາໄລສຸພານຸວົງໄລຍະ 5 ປີ 2011-2015 ໂດຍຫຍໍ້
  • ສະຫຼຸບຜົນສໍາເລັດຈັດຕັ້ງປະຕິບັດແຜນພັດທະນາການສຶກສາ  5ປີ (2011-2015)
  • ແຜນງານຂະຫຍາຍໂອກາດເຂົ້າຮຽນ
  • ແຜນງານປັບປຸງຄຸນນະພາບການສຶກສາ ແລະ ຄວາມສອດຄ່ອງ
  • ວຽກງານພັດທະນາຫຼັກສູດ
  • ວຽກງານບໍາລຸງຍົກລະດັບ ແລະ ຝຶກອົບຮົມຄູ
  • ວຽກງານສຶກສາຄົ້ນຄວ້າວິໄຈ
  • ວຽກງານຮັບປະກັນຄຸນນະພາບການສຶກສາ
  • ແຜນງານບໍລິຫານ ແລະ ຄຸ້ມຄອງການສຶກສາ
  • ວຽກງານການເມືອງແນວຄິດ
  • ວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານແຜນການ ແລະ ການເງິນ
  • ວຽກງານຄຸ້ມເຄຫາສະຖານ
  • ວຽກງານກິດຈະກໍານັກສຶກສາ
  • ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ
  • ວິໄສທັດປິ 2030 ແລະ ຍຸດທະສາດຮອດປີ 2025ແລະ ແຜນພັດທະນາມະຫາວິທະຍາໄລສຸພານຸວົງ 2016-2020
  • ບ່ອນອີງ
  • ການວິເຄາະຈຸດດີ, ຈຸດອອ່ນ, ໂອກາດ ແລະ ສິ່ງທ້າທາຍຕໍ່ການພັດທະນາມະຫາວິທະຍາໄລສຸພານຸວົງ
  •  ຈຸດດີ
  • ຈຸດອອ່ນ
  • ໂອກາດ
  • ສິ່ງທ້າທາຍ
  • ວິໄສທັດປິ 2030 ແລະ ຍຸດທະສາດການພັດທະນາມະຫາວິທະຍາໄລສຸພານຸວົງໄລຍະ 10ປີ (2016-2025)
  • ວິໄສທັດ
  • ພາລະກິດ
  • ເນື້ອໃນຍຸດທະສາດ
  • ແຜນຍຸດທະສາດທີ I : ຂະຫຍາຍ ແລະ ສົ່ງເສີມການເຂົ້າຮຽນໃຫ້ຫຼາຍຂື້ນໂດຍເອົາໃຈໃສ່ເພດຍິງ ແລະ ສົ່ງເສີມຜູ້ທີ່ມີຜົນການຮຽນດີ
  • ຍຸດທະສາດທີ 2: ພັດທະນາ ແລະ ປັບປຸງຄຸນະພາບການຮຽນ-ການສອນໃນມະຫາວິທະຍາໄລ
  • ແຜນຍຸດທະສາດທີ 3. ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ
  • ແຜນຍຸດທະສາດທີ 4. ພັດທະນາລະບົບການປົກຄອງ, ການບໍລິຫານ ແລະ ການຄຸ້ມຄອງ
  • ແຜນຍຸດທະສາດທີ 5. ການຂະຫຍາຍພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ
  • ແຜນຍຸດທະສາດທີ6 : ພັດທະນາການຮ່ວມມືທັງພາຍໃນແລະຕ່າງປະເທດ
  • ການຈັດຕັ້ງປະຕິບັດ ແລະ ຂອບການຕິດຕາມ  ປະເມີນຜົນ
  • ວິທີຈັດຕັ້ງປະຕິບັດ
  • ຂອບການຕິດຕາມປະເມີນຜົນ
  • ໂຄງການ ADB
  • ໂຄງການ EDCF
  • ໂຄງການ KOICA
Scroll to Top